ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອິນເດຍ ຈັບກຸມ ນາຍໝໍຜ່າຕັດ ເຮັດໝັນ ຍ້ອນມີຫຼາຍຄົນ ເສຍຊີວິດ


ດຣ. R.K. Gupta ຜູ້ທີ່ໄດ້ທຳການຜ່າຕັດເຮັດໝັນ ຢູ່​ທີ່​ສຸກສາລາຂອງ​ລັດຖະບານ ນັ່ງຢູ່ໃນສະຖານີຕຳຫລວດ ເມືອງ Bilaspur ລັດ Chhattisgarh ທາງພາກຕາເວັນອອກ ຂອງປະເທດອິນເດຍ, ວັນທີ 13 ພະຈິກ 2014.
ດຣ. R.K. Gupta ຜູ້ທີ່ໄດ້ທຳການຜ່າຕັດເຮັດໝັນ ຢູ່​ທີ່​ສຸກສາລາຂອງ​ລັດຖະບານ ນັ່ງຢູ່ໃນສະຖານີຕຳຫລວດ ເມືອງ Bilaspur ລັດ Chhattisgarh ທາງພາກຕາເວັນອອກ ຂອງປະເທດອິນເດຍ, ວັນທີ 13 ພະຈິກ 2014.

ຕຳຫລວດ ​ໃນ​ພາກ​ກາງຂອງ​ອິນ​ເດຍ ​ໄດ້​ຈັບ​ກຸມ​ນາຍ​ໝໍຄົນນຶ່ງ
ທີ່​ໄດ້​ຜ່າຕັດ​ເຮັດ​ໝັນ ຢູ່​ທີ່​ສຸກສາລາຂອງ​ລັດຖະບານ ທີ່​ເຮັດ​ໃຫ້
ຜູ້ຍິງ​ຢ່າງ​ນ້ອຍ 13 ຄົນ​ເສຍ​ຊີວິດ.

​ບັນດາເຈົ້າໜ້າ​ທີ່ ກ່າວ​ວ່າ ດຣ. R.K. Gupta ​ໄດ້​ຖືກ​ຈັບ​ກຸມ​ໄວ້ ​
ຢູ່ໃນ​ການ​ຄຸ້ມ​ຄອງ​ ຂອງເຈົ້າໜ້າ​ທີ່​ ​ໃນ​ຕອນ​ແລງ​ຂອງ​ວັນ​ພຸດ
​ວານ​ນີ້ ​ໃນ​ລັດ Chhatisgarh. ດຣ. Gupta ​ໄດ້​ປະຕິ​ເສດ​ບໍ່ຍອມ
​ຮັບຜິດຊອບ ກ່ຽວກັບ​ການ​ເສຍ​ຊີວິດເຫຼົ່ານີ້ ​ແລະ ​ໄດ້​ກ່າວ​ວ່າ​
ພວກ​ຜູ້ຍິງ​ໄດ້​ເກີດ​ອາການ​ປ່ວຍ ​ຍ້ອນ​ກິນຢາ​ທີ່​ເສຍ​ຄຸນນະພາບ
ຫຼັງຈາກ​ການ​ຜ່າຕັດແລ້ວ.

ນາຍ​ໝໍ​ດັ່ງກ່າວ ​ມີ​ລາຍ​ງານ​ວ່າ ​ໄດ້​ທຳ​ການຜ່າຕັດ​ເຮັດ​ໝັນ ​ໃຫ້​ຫຼາຍ ກວ່າ 80 ຄົນ ພາຍໃນ ເວລາບໍ່ຮອດ 6 ຊົ່ວ​ໂມງ ​ເມື່ອ​ວັນ​ເສົາ​ຜ່ານ​ມາ​ນີ້.

ຜູ້​ວ່າການ​ຂອງ​ເມືອງ Bilaspur ທ່ານ Sonmani Borah ກ່າວ​ວ່າ ພວກ​ຜູ້ຍິງ ​ໄດ້​ຖືກ​ສົ່ງ
ກັບ​ບ້ານ ຫຼັງຈາກ​ການຜ່າຕັດ ​ແຕ່​ຈຳນວນ​ນຶ່ງ ​ໄດ້​ຖືກ​ນຳ​ສົ່ງ​ໄປ​ໂຮງໝໍ ຫຼັງຈາກ​ທີ່​ພວກ​ເຂົາ​ເຈົ້າລົ້ມປ່ວຍ​ລົງ. ທ່ານ Borah ​ເວົ້າວ່າ “ມີ​ລາຍງານ​ ກ່ຽວ​ກັບຊີບພະຈອນ ທີ່ເຕັ້ນ
ຄ່ອຍລົງ ອາການຮາກ​ ​ແລະ ອາການ​ປ່ວຍ​ອື່ນໆອີກ ​ໄດ້​ເລີ້ມ​ຫລັ່ງໄຫລເຂົ້າມາ​
ເມື່ອ​ວັນ​ຈັນ​ແລ້ວນີ້ ຈາກ​ພວກ​ຜູ້ຍິງ ທີ່​ໄດ້​ຮັບ​ການຜ່າຕັດ​ນັ້ນ.”

ການ​ເຮັດ​ໝັນ ​ແມ່ນວິທີ​ນຶ່ງ ທີ່​ເປັນ​ທີ່​ນິຍົມ​ຫຼາຍ ຂອງ​ການ​ຄຸມກຳເນີດຢູ່​ໃນ​ອິນ​ເດຍ ຊຶ່ງ​
ລັດຖະບານ​ທ້ອງ​ຖິ່ນບາງແຫ່ງ ​ໃຫ້ການສິນນ້ຳໃຈເພີ້ມ​ເຕີມ ສຳ​ຫລັບ ບັນດາຜູ້ສະ​ໝັກໃຈ
ທີ່​ຈະ​ຮັບ​ວິທີ​ການ​ເຮັດ​ໝັນ​ດັ່ງກ່າວ​ນັ້ນ.

INDIA STERILIZATION SOTVO
please wait

No media source currently available

0:00 0:00:50 0:00

XS
SM
MD
LG