ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

​ອິນ​ເດຍ ​ປະກາດ​ຫ້າມ ພວກບໍລິສັດ​ລົດ​ແທັກ​ຊີ ທີ່ໃຫ້ ການບໍລິການ ທາງເວັບໄຊ້


India Rape Uber VO
please wait
Embed

No media source currently available

0:00 0:01:01 0:00

ເມືອງ​ຫຼວງ​ ນິວ ​ເດ​ລີ ຂອງ​ອິນ​ເດຍ ​ໄດ້​ປະກາດ​ຫ້າມ ບັນດາບໍລິສັດ
​ທີ່​ໃຫ້ບໍລິການ​ລົດ​ແທັກ​ຊີ ້ ຜ່ານ​ທາງ website ທັງ​ໝົດ ຫຼັງຈາກ​ທີ່
​ແມ່ຍິງ​ຄົນ​ນຶ່ງ​ໄດ້​ກ່າວ​ຫາ​ຄົນ​ຂັບລົດ​ແທັກ​ຊີ ຂອງ​ບໍລິ​ສັດ Uber
ທີ່​ມີ​ສຳນັກງານ​ຢູ່​ສະຫະລັດ ​ວ່າຂົ່ມ​ຂືນນາງ.

​ເຈົ້າ​ໜ້າ​ທີ່​ໃນ New Delhi ​ໄດ້ປະກາດການ​ຫ້າມ ບໍລິສັດ Uber
​ບໍ່​ໃຫ້​ບໍລິການໃນ​ວັນ​ຈັນ​ວານ​ນີ້ ​ແລະ​ໃນ​ວັນ​ອັງຄານ​ມື້​ນີ້ ໄດ້
​ຂະຫຍາຍຄຳ​ສັ່ງ​ຫ້າມ​ອອກ​ໄປ​ ​ກວມເອົາ​ພວກ​ບໍລິສັດ taxi ອື່ນ​ໆ
​ທີ່​ໃຫ້ການ​ບໍລິການ​ທາງ​ເວັບ​ໄຊ້ນຳ ຍົກ​ເວັ້ນ ກຸ່ມ 6 ບໍລິສັດທີ່​ໄດ້
​ລົງທະບຽນ ​ໃຫ້ການ​ບໍລິການ​ທາງວິທະຍຸ.

ຜູ້ຕາງໜ້າ ບໍລິສັດ​ Uber ​ໄດ້​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ທາງບໍລິສັດ​ ຍັງ​ບໍ່​ທັນ​ໄດ້​ເຫັນຄຳສັ່ງ​
ໃຫ້​ຢຸດ​ບໍລິການ ຢ່າງ​ເປັນ​ທາງ​ການ​ເທື່ອ ​ແລະ​ວ່າ​ຕົນ​ຈະ​ອອກ​ຖະ​ແຫຼ​ງການ​ໃນ​ແລງ ​ມື້​ນີ້.​

​ແມ່ຍິງ​ທີ່​ຖືກ​ຂົ່ມຂືນ ຊຶ່ງ​ເປັນພະນັກງານ​ຂອງບໍລິສັດ​ການ​ເງິນ ​ໄດ້​ກ່າວ​ຫາຄົນຂັບ​ແທັກ​ຊີ້ ​
ໄວ 32 ປີ ທ້າວ Shiv Kumar Yadav ວ່າຂົ່ມຂືນ​ສຳ​ເລົາ​ນາງ ​ໃນວັນ​ສຸກ​ແລ້ວ​ນີ້ ຫຼັງ​ຈາກ​ທີ່​ນາງ​ໄດ້ນອນຫຼັບ​ໄປ ​ໃນ​ລົດແທັກ​ຊີ້​ຂອງ​ລາວ​ນັ້ນ.

XS
SM
MD
LG