ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ ອິນເດຍ 5 ຄົນ ​ເສຍຊີວິດ ທີ່ແຄວ້ນ​ Kashmir (ສະໄລດ໌ກັບວີດິໂອ)


ກຳລັງຮັກສາຄວາມ​ສະຫງົບ ​ໃນ​ແຄວ້ນ​ Kashmir ຖ່າຍຮູບໃນຂະນະທີ່ພາກັນຫາມເອົາເພື່ອນຮ່ວມງານ ທີ່ໄດ້ຮັບບາດເຈັບໃນການສູ້ລົບກັບພວກຫົວຮຸນແຮງທີ່ເມືອງ Srinagar ຂອງແຄວ້ນ Kashmir ໃນວັນທີ 13 ມີນາ 2013.
ກຳລັງຮັກສາຄວາມ​ສະຫງົບ ​ໃນ​ແຄວ້ນ​ Kashmir ຖ່າຍຮູບໃນຂະນະທີ່ພາກັນຫາມເອົາເພື່ອນຮ່ວມງານ ທີ່ໄດ້ຮັບບາດເຈັບໃນການສູ້ລົບກັບພວກຫົວຮຸນແຮງທີ່ເມືອງ Srinagar ຂອງແຄວ້ນ Kashmir ໃນວັນທີ 13 ມີນາ 2013.
ບັນດາເຈົ້າໜ້າທີ່ອິນເດຍເວົ້າວ່າ ພວກຫົວຮຸນແຮງຈຸ​ນຶ່ງໄດ້ໂຈມ
ຕີກຳລັງ​ຮັກສາຄວາມ​ສະຫງົບ ​ໃນ​ແຄວ້ນ​ Kashmir ຊຶ່ງໄດ້ເຮັດ
ໃຫ້ທະຫານ 5 ຄົນ ແລະຜູ້ທີ່ ສົງໄສວ່າເປັນພວກຫົວຮຸນແຮງ
ສອງຄົນ ເສຍຊີວິດ.

ຢ່າງໜ້ອຍຍັງມີອີກ 7 ຄົນ ໄດ້ຮັບບາດເຈັບໃນການໂຈມຕີດັ່ງ
ກ່າວທີ່ໄດ້ເກີດ ຂຶ້ນໃນວັນພຸດມື້ນີ້ ທີ່ເມືອງ Srinagar.

ເຫດຮ້າຍ​ທີ່​ວ່າ​ນີ້ ເກີດຂຶ້ນຢູ່ໃກ້ໆກັບໂຮງຮຽນແຫ່ງນຶ່ງ ແຕ່ວ່າໂຮງ
ຮຽນບໍ່ໄດ້ເປີດ ຮຽນ ໃນເວລານັ້ນ. ເດັກນ້ອຍທີ່ຫລິ້ນກິລາ
cricket ຢູ່ໃກ້ໆ ບໍ່ໄດ້ຮັບບາດເຈັບ ແຕ່ຢ່າງໃດ. ໃນເວລາຕໍ່ມາ
ກໍ​ມີ​ການ​ສົ່ງກໍາລັງຮັກສາຄວາມສະຫງົບ​ໄປ​ຍັງເຂດດັ່ງກ່າວ ເພື່ອ ຊອກຫາພວກຫົວຮຸນແຮງ ທີ່ຍັງຫລົງເຫລືອຢູ່.

ເບິ່ງສະໄລດ໌ພາບກ່ຽວກັບຂ່າວນີ້:





ຍັງບໍ່ມີກຸ່ມໃດອ້າງເອົາກໍາມະສິດຕໍ່ການໂຈມຕີ​ໃນ​ຄັ້ງນີ້ເທື່ອ. ສະພາບການທີ່ແຄວ້ນ​ Kashmir ໄດ້ມີຄວາມເຄັ່ງຕຶງ ນັບແຕ່ໄດ້ມີການປະຫານຊີວິດ ທ້າວ Afzal Guru ນັກ​ ຕໍ່ສູ້​ແບ່ງ​ແຍກ​ດິນ​ແດນຊາວ Kashmir ໄດ້ຖືກຕັດສິນກ່ຽວກັບບົດບາດຂອງລາວ
ໃນການ ໂຈມຕີສະພາແຫ່ງຊາດຂອງອິນເດຍ ໃນປີ 2001.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG