ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫວຽດນາມ ແລະອິນເດຍ ລົງນາມໃນຂໍ້ຕົກລົງ ສຳຫຼວດນໍ້າມັນ


ປະທານປະເທດຫວຽດນາມຈັບມືກັບນາຍົກລັດຖະມົນຕີອິນເດຍ
ປະທານປະເທດຫວຽດນາມຈັບມືກັບນາຍົກລັດຖະມົນຕີອິນເດຍ

ອິນເດຍແລະຫວຽດນາມໄດ້ປະກາດກ່ຽວກັບແຜນການທີ່ຈະຊອກຄົ້ນຫານໍ້າມັນແລະແກັສທຳ
ມະຊາດຢູ່ໃນເຂດທະເລຈີນໃຕ້ ຊຶ່ງເປັນການສ່ຽງຕໍ່ການສ້າງຄວາມເຄັ່ງຕຶງຄັ້ງໃໝ່ກັບຈີນ.

ອິນເດຍແລະຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງດັ່ງກ່າວ ໃນວັນພຸດວານນີ້ໃນລະຫວ່າງການ
ຢ້ຽມຢາມກຸງນິວເດລີຂອງປະທານປະເທດຫວຽດນາມ ທ່ານ Truong Tan Sang. ຂໍ້ຕົກ
ລົງທີ່ວ່ານີ້ຮຽກຮ້ອງໃຫ້ມີການຮ່ວມມືກັນລະຫວ່າງບໍລິສັດລັດວິສາຫະກິດນໍ້າມັນແລະແກັສທຳ
ມະຊາດຂອງອິນເດຍກັບບໍລິສັດ PetroVietnam ເພື່ອເພີ່ມການສຳຫຼວດຊອກຄົ້ນແລະການ
ຜະລິດນໍ້າມັນແລະແກັສທຳມະຊາດນັ້ນ.

ຈີນໄດ້ຕຳໜິຕິຕຽນການເຈລະຈາ ກ່ຽວກັບການເຮັດວິສາວະກິດຮ່ວມ ລະຫວ່າງອິນເດຍແລະ
ຫວຽດນາມຢູ່ໃນເຂດທະເລຈີນໃຕ້ໂດຍສະເພາະແລ້ວແມ່ນໃນບໍລິເວນໃກ້ໆໝູ່ເກາະທີ່ຈີນອ້າງ
ເອົາກຳມະສິດນັ້ນ. ຫວຽດນາມກ່າວວ່າ ກຳປັ່ນຂອງກອງທັບເຮືອຈີນໄດ້ທຳການແຊກແຊງໃນ ການສຳຫຼວດຫານໍ້າມັນແລະແກັສທຳມະຊາດຢູ່ໃນບໍລິເວນດັ່ງກ່າວຢ່າງນ້ອຍ 2 ຄັ້ງໃນໄລຍະ ສອງສາມເດືອນຜ່ານມານີ້.

ຂະນະດຽວກັນ ເຈົ້າໜ້າທີ່ຂອງຫວຽດນາມແລະຈີນ ທີ່ໄດ້ພົບປະກັນຢູ່ກຸງປັກກິ່ງໃນມື້ວັນພຸດ
ວານນີ້ກ່າວວ່າ ຕົນໄດ້ລົງນາມໃນຂໍ້ຕົກລົງສະບັບນຶ່ງທີ່ມີຄວາມຈຳເປັນເພື່ອແກ້ໄຂບັນຫາຂັດ
ແຍ້ງຢູ່ໃນເຂດທະເລຈີນໃຕ້ໂດຍຜ່ານການເຈລະຈາ. ເຈົ້າໜ້າທີ່ເວົ້າວ່າ ຂໍ້ຕົກລົງດັ່ງກ່າວນີ້ໄດ້
ຮຽກຮ້ອງໃຫ້ມີການປະຊຸມ 2 ຄັ້ງຕໍ່ປີລະຫວ່າງປະເທດທັງສອງ.

ອິນເດຍກໍບໍ່ຕ່າງຫຍັງກັບຈີນ ແມ່ນພວມຊອກຫາຊັບພະຍາກອນເພີ່ມຕື່ມເພື່ອຊ່ອຍຂັບດັນ
ການເຕີບໂຕທາງດ້ານເສດຖະກິດຂອງຕົນຕະຫຼອດທັງໂອກາດໃໝ່ສຳລັບການຄ້າ.

XS
SM
MD
LG