ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ 142 ຄົນເສຍຊີວິດ ໃນເຫດການ ລົດໄຟຕົກລາງໃນ ອິນເດຍ


ຜູ້ໂດຍສານຄົນໜຶ່ງທີ່ໄດ້ຮັບບາດເຈັບກັບລູກຊາຍຂອງລາວ ນອນຢູ່ຕຽງປິ່ນປົວນຳກັນທີ່ໂຮງໝໍແຫ່ງໜຶ່ງໃນເມືອງ Kanpur, ລັດ Uttar Pradesh, ອິນເດຍ, 21 ພະຈິກ, 2016.
ຜູ້ໂດຍສານຄົນໜຶ່ງທີ່ໄດ້ຮັບບາດເຈັບກັບລູກຊາຍຂອງລາວ ນອນຢູ່ຕຽງປິ່ນປົວນຳກັນທີ່ໂຮງໝໍແຫ່ງໜຶ່ງໃນເມືອງ Kanpur, ລັດ Uttar Pradesh, ອິນເດຍ, 21 ພະຈິກ, 2016.

ລວມຍອດຜູ້ເສຍຊີວິດຈາກລົດໄຟຕົກລາງໃນ ອິນເດຍ ໄດ້ເພີ່ມຂຶ້ນເປັນ 142 ຄົນໃນຕອນ ເຊົ້າຂອງວັນຈັນມື້ນີ້ ຫຼັງຈາກເຈົ້າໜ້າທີ່ກູ້ໄພໄດ້ສຳເລັດການຄົ້ນຫາຂອງພວກເຂົາເຈົ້າ ດ້ວຍສັນຍານທີ່ເລັກນ້ອຍວ່າ ອາດມີສົບເພີ່ມເຕີມທີ່ຍັງຕິດຄ້າງຢູ່ພາຍໃນ.

ເຈົ້າໜ້າທີ່ກູ້ໄພ ແລະ ບັນດາອາສາສະໝັກໄດ້ດຶງເອົາປະຊາຊົນທີ່ໄດ້ຮັບບາດເຈັບຫຼາຍ ກວ່າ 220 ຄົນອອກຈາກຊາກຫັກພັງຂອງລົດໄຟໂດຍສານທີ່ຕົກລາງ, ເຊິ່ງເດີນທາງລະ ຫວ່າງເມືອງ Indore ແລະ Patna ໃນເມືອງຊົນນະບົດຂອງລັດ Uttar Pradesh ໃນວັນ ອາທິດວານນີ້. ປະຊາຊົນຫຼາຍກວ່າ 75 ຄົນໄດ້ຮັບບາດເຈັບສາຫັດ.

ມັນຍັງບໍ່ທັນຊັດເຈນວ່າເປັນຫຍັງຕູ້ລົດໄຟເຖິງ 14 ຕູ້ຈຶ່ງຕົກອອກຈາກລາງ.

ໃນວັນອາທິດວານນີ້, ນາຍົກລັດຖະມົນຕີທ່ານ Narenda Modi ໄດ້ສະແດງຄວາມເສົ້າ ສະຫຼົດໃຈທາງ Twitter. ທ່ານ Modi ໄດ້ກ່າວວ່າ “ທ່ານມີຄວາມເຈັບປວດເໜືອກວ່າ ຄຳເວົ້າ ກ່ຽວກັບ ການສູນເສຍຂອງຊີວິດປະຊາຊົນ ຍ້ອນການຕົກລາງຂອງລົດໄຟ ສາຍດ່ວນຈາກເມືອງ Patna ຫາ Indore. ຂ້າພະເຈົ້າຂໍສະແດງຄວາມເສຍໃຈຢ່າງ ເລິກເຊິ່ງຕໍ່ຄອບຄົວທີ່ສູນເສຍຍາດຕິພີນ້ອງ.”

ພະນັກງານກູ້ໄພ ຄົນຫາຜ່ານຊາກຫັກພັງ ຫຼັງຈາກຕູ້ລົດໄຟ 14 ຕູ້ໄດ້ຕົກອອກຈາກລາງ ໃກ້ກັບບ້ານ Pukhrayan ເມືອງ Kanpur Dehat, ຫຼັດ uttar Pradesh, ອິນເດຍ. 20 ພະຈິກ, 2016.
ພະນັກງານກູ້ໄພ ຄົນຫາຜ່ານຊາກຫັກພັງ ຫຼັງຈາກຕູ້ລົດໄຟ 14 ຕູ້ໄດ້ຕົກອອກຈາກລາງ ໃກ້ກັບບ້ານ Pukhrayan ເມືອງ Kanpur Dehat, ຫຼັດ uttar Pradesh, ອິນເດຍ. 20 ພະຈິກ, 2016.

ລັດຖະມົນຕີລົດໄຟ ທ່ານ Suresh Prabhu ໄດ້ກ່າວຕໍ່ບັນດາສະມາຊິກສະພາທີ່ສົ່ງສຽງ ນອງນັນໃນສະພາຕ່ຳ ໂດຍສັນຍາວ່າຈະທຳການສືບສວນສອບສວນຢ່າງຮອບຄອບ.

ທ່ານໄດ້ກ່າວວ່າ “ນັກສືບສວນທາງວິທະຍາສາດໄດ້ຖືກສົ່ງໄປຊອກຫາທຸກໆມູມທີ່ ຄວາມເປັນໄປໄດ້. ຜູ້ທີ່ກະທຳຜິດຈະໄດ້ຮັບໂທດທີ່ມີຄວາມເຂັ້ມງວດທີ່ສຸດ.”

ປະຊາຊົນຫຼາຍກວ່າ 2,000 ຄົນແມ່ນຄາດວ່າຈະຢູ່ເທິງລົດໄຟຖ້ຽວດັ່ງກ່າວ, ແມ່ນກະທັ້ງ ຫຼາຍຄົນທີ່ເດີນທາງດ້ວຍບໍ່ໄດ້ຈອງບ່ອນນັ່ງ ຫຼື ບໍ່ມີປີ້ເລີຍ, ເຮັດໃຫ້ການຄາດຄະເນທີ່ມີ ຄວາມແນ່ນອນ ມີຄວາມເປັນໄປບໍ່ໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

India Train Derailment
please wait

No media source currently available

0:00 0:00:59 0:00

XS
SM
MD
LG