ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕາຍ 35 ຄົນ ໃນເຫດ ລົດໄຟ ແລ່ນຕໍາຝູງຊົນ ຢູ່ອິນເດຍ (ວິດີໂອ/ສະໄລດ໌)


ລົດ​ໄຟຄັນ​ນຶ່ງ​ໄດ້​ແລ່ນ​ເຂົ້າ​ຕໍາ​ ພວກ​ສະ​ແຫວ​ງບຸນຊາວ​ຮິນ​ດູ
​ກຸ່ມ​ນຶ່ງ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 35 ຄົນ.
ລົດ​ໄຟຄັນ​ນຶ່ງ​ໄດ້​ແລ່ນ​ເຂົ້າ​ຕໍາ​ ພວກ​ສະ​ແຫວ​ງບຸນຊາວ​ຮິນ​ດູ ​ກຸ່ມ​ນຶ່ງ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 35 ຄົນ.
ບັນດາ​ເຈົ້າ​ໜ້າ​ທີ່ ຢູ່​ພາກ​ຕາເວັນ​ອອກຂອງອິນ​ເດຍ ກ່າວ​ວ່າ
ລົດ​ໄຟຄັນ​ນຶ່ງ​ໄດ້​ແລ່ນ​ເຂົ້າ​ຕໍາ​ ພວກ​ສະ​ແຫວ​ງບຸນຊາວ​ຮິນ​ດູ
​ກຸ່ມ​ນຶ່ງ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 35 ຄົນ ​ແລະ​ໄດ້​ຮັບ​
ບາດ​ເຈັບ ​ຢ່າງ​ໜ້ອຍ​ ສິບກວ່າ​ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຫດຮ້າຍ​ດັ່ງກ່າວ​ໄດ້​ເກີດ​ຂື້ນ​ໃນ
ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ຢູ່ສະຖານີ​ລົດ​ໄຟແຫ່ງ​ນຶ່ງ ໃນ Dganara
Ghat ເມືອງ​ນ້ອຍໆທີ່​ຕັ້ງ​ຢູ່​ໃນ​ລັດ Bihar.

​ເຈົ້າ​ໜ້າ​ທີ່ລົດ​ໄຟ​ ທ່ານ Arunendra Kumar ​ກ່າວ​ວ່າ
ຂະ​ບວນລົດ​ດ່ວນ Rajya Rani ​ໄດ້​ຮັບ​ອະນຸຍາດ​ໃຫ້ແລ່ນ
ຜ່ານ​ສະຖານີ​ໄປ​ໄດ້ ໂດຍ​ບໍ່​ຕ້ອງ​ຢຸດ ແລະ​ວ່າ ​ອຸປະ​ຕິ​ເຫດ
​ໄດ້​ເກີດ​ຂື້ນ ​ເວລາ​ມີຄົນ​ຈໍານວນ​ນຶ່ງ ​ພາກັນອອກ​ຈາກລານ
ສະຖານີ ບ່ອນລໍຖ້າ ​ແລ້ວ​ລົງ​ໄປ​ຫາ​ລາງ​ລົດ​ໄຟ ທີ່​ບໍ່ຫ່າງ​ໄກ​
ຈາກລົດໄຟອີກ​ສອງ​ຄັນ​ທີ່ໄດ້ຢຸດ​ຢູ່​ສະຖານີ​ແຫ່ງນັ້ນ.




ຫລັງ​ຈາກ​ຕໍາ​ພວກ​ຄົນ​ເຫລົ່າ​ນັ້ນ​ແລ້ວ ລົດ​ໄຟທີ່ແລ່ນ​ໃນຄວາມ​ໄວ​ສູງຄັນ​ນັ້ນ​ກໍ​ໄດ້​ຢຸດ
ລົງ ກາຍສະຖານີ​ຂື້ນ​ໄປ ​ຫລາຍ​ຮ້ອຍ​ແມດ​. ບັນດາ​ເຈົ້າ​ໜ້າ​ທ້ອງຖິ່ນ​ກ່າວ​ວ່າ ພວກ​ເຫັນ​ເຫດການທີ່​ໂມໂຫ ພາກັນ​ຫຸ້ມຕີ​ຄົນ​ຂັບ​ລົດ​ໄຟ ​ແລະ​ເອົາ​ໄຟ​ຈູດ​ຕູ້​ລົດໄຟ​ຫລາຍ​ຕູ້ ເພື່ອ​ເປັນ​ການ​ແກ້​ແຄ້ນ.

India trian
please wait
Embed

No media source currently available

0:00 0:00:43 0:00


XS
SM
MD
LG