ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກອິນເດຍ ກ່າວວ່າ ທ່ານຈະລາອອກ ຫຼັງຈາກເລືອກຕັ້ງ (ວິດີໂອ)


ນາຍົກລັດຖະມົນຕີ ອິນ​ເດຍ ທ່ານ Manmohan Sigh
ນາຍົກລັດຖະມົນຕີ ອິນ​ເດຍ ທ່ານ Manmohan Sigh
ນາຍົກລັດຖະມົນຕີ ອິນ​ເດຍ ກ່າວ​ວ່າ ທ່ານຈະລາອອກຈາກຕໍາ
ແໜ່ງ ຫລັງຈາກການເລືອກຕັ້ງ ໃນທ້າຍປີນີ້.

ທ່ານ Manmohan Sigh ຜູ້​ມີ​ອາຍຸ 81 ປີ ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ ຢູ່
ທີ່​ກອງ​ປະ​ຊຸມ​ນັກ​ຂ່າວ ​ແບບ​ທີ່​ບໍ່​ຄ່ອຍ​ເຫັນ​ມາ​ກ່ອນ​ວ່າ ທ່ານ​ຈະ
ມອບ​ໜ້າ​ທີ່​ໃຫ້​ແກ່ນາຍົກ ລັດຖະມົນຕີຄົນ​ໃໝ່ ຫລັງ​ຈາກ​ການ​
ເລືອກ​ຕັ້ງ​ປີ​ນີ້.

ທ່ານ​ກ່າວ​ວ່າ ທ່ານ Rahul Gandhi ​ຄວນ​ຈະກໍາ​ໜ້າ​ທີ່​ແທນ
​ທ່ານ ຖ້າ​ຫາກ​ວ່າ ພັກ​ຄອງ​ແກຣັສ ​ຂອງທ່ານ Singh ຫາກ​ໄດ້
ຮັບ​ໄຊຊະນະ​ເປັນສະ​ໄໝທີ​ສາມ.

​ເຖິງ​ຢ່າງ​ໃດ​ກໍ​ດີ ການ​ຢັ່ງ​ສຽງ​ມະຫາຊົນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພັກຝ່າຍ​ຄ້ານ Bharatiya
Janata ທີ່​ນໍາພາ​ໂດຍ​ທ່ານ Narendra Modi ​ມີ​ທ່າ​ທາງ​ວ່າ​ຈະເປັນ​ຜູ້ຊະນະການ​ເລືອກ​
ຕັ້ງ​ແຫ່ງ​ຊາດ ຫລັງ​ຈາກ​ໄດ້​ຊະນະ​ພັກ​ຄອງ​ແກຣັສໃນເລືອກ​ຕັ້ງສະພາ​ປະຈຳ​ລັດ​ຫວ່າງ​ມໍ່ໆ​
ມາ​ນີ້.

ທ່ານ Sigh ກ່າວ​ວ່າ ມັນ​ອາດ​ຈະ​ເກີດ​ “ຄວາມ​ຫາ​ຍະ​ນະ” ຖ້າ​ຫາກ​ທ່ານ Modi ​ໄດ້​ເປັນ ນາຍົກລັດຖະມົນຕີ.

ທ່ານ Modi ຜູ້​ທີ່​ເປັນ​ຫົວໜ້າລັດຖະມົນຕີ​ຂອງ​ລັດ Gujarat ​ໃນ​ພາກຕາ​ເວັນ​ຕົກຂອງ​ອິນ​
ເດຍໄດ້​ຖືກ​ກ່າວ​ຫາ​ວ່າ ບໍ່​ໄດ້​ທຳ​ການ​ຂັດຂວາງ​ໃດໆ​ເພື່ອ​ຍຸຕິການ​ກໍ່​ຈະລາ​ຈົນ​ຕໍ່​ຕ້ານ​ມຸສ
ລິ​ມ​ ​ໃນ​ປີ 2002 ບໍ່​ດົນ​ຫລັງ​ຈາກທ່ານ​ໄດ້​ເຂົ້າ​ມາ​ຮັບ​ໜ້າ​ທີ່. ຄວາມ​ຮຸນ​ແຮງ​ດັ່ງກ່າວ​ ເຮັດ​ ໃຫ້ຫລາຍ​ກກວ່າ 1000 ຄົນ​ເສຍຊີວິດ.

ບັນດາ​ຜູ້​ສະໜັບສະໜຸນກ່າວ​ວ່າ ນັບ​ແຕ່​ນັ້ນ​ມາ ປະຫວັດ​ການ​ປົກຄອງຂອງທ່ານ Modi ​ໄດ້ດຳ​ເນີນ​ມາ​ເປັນ​ຢ່າງ​ດີ​ຕາມລໍາດັບ ການ​ພັດທະນາແລະ​ເຕີບ​ໂຕ​ ເຮັດໃຫ້ທ່ານຊະນະໃຈ​
ຜູ້​ມີ​ສິດ​ປ່ອນ​ບັດ ຢູ່ໃນທົ່ວລັດ Gujarat ທີ່​ມີ​ປະຊາກອນ 60 ລ້ານ​ຄົນ ຮວມ​ທັງຊາວ​ມຸສລິ​ມ
ນຳ​ດ້ວຍ.


India
please wait
Embed

No media source currently available

0:00 0:00:44 0:00
XS
SM
MD
LG