ລິ້ງ ສຳຫລັບເຂົ້າຫາ

ໂສມໜ້າໃໝ່ ຂອງເຂດ ຊົນນະບົດ ອິນເດຍ (ວີດີໂອ)

  • ໄພສານ ວໍຣະຈັກ

ແມ່ຍິງຄົນນຶ່ງເຈ່ຍລູກ ຍ່າງນຳໜ້າຜົວຂອງນາງ ຜ່ານຕຶກອາຄານຫໍພັກ ທີ່ພວມຢູ່ໃນລະຫວ່າງການກໍ່ສ້າງໃນເຂດຊານ ເມືອງ ນະຄອນ Kolkata ປະເທດອິນເດຍ (26 ເມສາ 2012)

ເຂດຊົນນະບົດຂອງອິນເດຍ ກໍາລັງມີການຫັນປ່ຽນ ໂສມໜ້າຢ່າງໃຫຍ່. ຮູບພາບທົ່ງຫຍ້າ ແລະກວຽນທີ່ລາກດ້ວຍງົວ ແລະລົດຖີບ ພວມຄ່ອຍໆຫາຍໄປ ແລະເຂົ້າມາແທນທີ່ດ້ວຍ ສັນຍາລັກຂອງຄວາມອຸດົມຮັ່ງມີໃນຍຸກສະໄໝໃໝ່ ນັບແຕ່ລົດຈັກໄປຫາເຄື່ອງໃຊ້ຂອງສອຍ ອີເລັກໂທຣນິກຢູ່ຕາມບ້ານເຮືອນ ຕະຫຼອດທັງຜະລິດຕະພັນ ທີ່ຮັກສາຜົມແລະຜິວໜັງນຳ ດ້ວຍ. Kurt Achin ຜູ້ສື່ຂ່າວວີໂອເອ ປະຈຳເຂດເອເຊຍໃຕ້ ມີລາຍງານກ່ຽວກັບເລື່ອງນີ້

ຊີວິດ​ການ​ເປັນ​ຢູ່​ໃນ​ເຂດ​ຊົນນະບົດ​ຂອງ​ອິ​ນ​ເດຍ ​ແມ່ນ​ຍັງ​ສືບ​ຕໍ່​ພົວພັນ​ ກັບການ​ເຮັດ​ວຽກ​ໜັກ ​
ແຕ່​ມາ​ດຕະຖານ​ການ​ດຳລົງ​ຊີວິດ​ໃນ​ເຂດ​ຊົນນະບົດ​ໄດ້ດີ​ຂຶ້ນຢ່າງ​ຫຼວງຫຼາຍ​ໃນ​ໄລຍະ​ບໍ່​ດົນ​ຜ່ານ
​ມານີ້.

​ລາຄາ​ອາຫານ​ທີ່​ແພງ​ຂຶ້ນ ຊຶ່ງໄດ້​ເຮັດ​ໃຫ້​ພວກ​ນັກ​ການ​ເມືອງ​ແລະ​ຜູ້​ບໍລິ​ໂພ​ກຢູ່​ຕາມ​ເຂດ​ເທດ
ສະບານ​ຕ່າງໆ​ປວດ​ຫົວນັ້ນ ​ໄດ້​ພາ​ໃຫ້​ພວກ​ຊາວ​ໄຮ່​ຊາວ​ສວນ​ ມີລາຍ​ໄດ້​ຫຼາຍຂຶ້ນ.

ການ​ໃຫ້​ເງິນ​ເກື້ອກູນສະໜັບ​ສະ​ໜຸນ​ແບບ​ໃຈ​ກວ້າງຂວາງແລະ​ນະ​ໂຍບາຍ​ໃຫ້​ເງິນສິນ​ເຊື່ອ​ແບບ
​ຜ່ອນ​ຜັນຂອງ​ລັດຖະບານ ໄດ້​ຊ່ອຍຂັບ​ດັນໃຫ້​ມີ​ການ​ລົງທຶນ ເຂົ້າໃສ່ການ​ຊື້ລົດ​ໄຖ​ນາ​ແລະ​ອຸບ
ປະກອນ​ໜັກ​ອື່ນໆ.

ນອກ​ນັ້ນ​ແລ້ວ ຍັງ​ໄດ້ສ້າງ​ຕະຫຼາດຜູ້​ບໍລິ​ໂພ​ກ ຊຶ່ງເຮັດ​ໃຫ້​ຫລາຍໆໝູ່​ບ້ານ​ຂອງອິນ​ເດຍ ຈາກ​
ຈຳນວນ​ທັງ​ໝົດ​ຫຼາຍຮ້ອຍ​ພັນໝູ່ບ້ານ ໃນ​ເຂດ​ສອກຫຼີກຫ່າງ​ໄກນັ້ນ ເບິ່ງ​ຄ້າຍຄື​ກັນ​ກັບ​ເມືອງ
ຕ່າງໆ​ຫຼາຍຂຶ້ນນັບ​ມື້.

ທ້າວ Sanjay Singh ຊາວ​ຊົນນະບົດ​ຄົນ​ນຶ່ງກ່າວ​ວ່າ “ພວກ​ເຮົາ​ມີ​ເ​ຄື່ອງອຳນວຍ​ຄວາມ​ສະ
ດວກ​ຕ່າງໆ​ ທີ່​ພວກຄົນ​ຮຸ້ນ​ກ່ອນໆ​ບໍ່​ສາມ​າດມີ​ໄດ້. ພວກ​ເຮົາ​ມີ​ລົດຈັກ ມີ​ໂທລະສັບ​ມື​ຖື ມີ​ຕູ້​
ເຢັນ​ແລະ ​ເຄື່ອງ​ໃຊ້​ຂອງ​ສອຍ​ອື່ນໆ.”

ຄວາມທະ​ເຍີ​ທະຍານ​ໃນ​ການ​ຢາກ​ມີ​ລົດ​ຂີ່​ຢູ່​ໃນ​ເຂດ​ຊົນນະບົດ​ແມ່ນ​ມີ​ສູງ​ເປັນ​ພິ​ເສດ.

ທ່ານ Shankar Prasad ​ແມ່ນ​ນັກ​ທຸລະ​ກິດ​ຄົນ​ນຶ່ງ ທີ່​ໄດ້​ເຂົ້າ​ໄປ​ລົງທຶນສວາຍ​ເອົາ​ປະ​ໂຫຍ​ດ
ຈາກແນວ​ໂນ້ມຫຼື​ທ່າ​ອຽງ​ທີ່​ວ່າ​ນີ້.

ທ່ານ ​Shankar Prasad ເວົ້າວ່າ “​ໃນ​ກໍລະ​ນີລົດຈັກ​ນັ້ນ ພວກ​ເຮົາ​ພົບ​ວ່າ ປະມານ 50%
ຂອງ​ພວກ​ຜູ້​ຊື້​ແມ່ນ​ມາ​ຈາກ​ເຂດ​ຊົນນະບົດ​ແລະ​ມີ​ແຕ່ 50% ທໍ່​ນັ້ນຄື​ສ່ວນ​ທີ່​ເຫຼືອ​ແມ່ນ​ມາ​ຈາກ
​ເຂດ​ເທດສະບານ. ​ໃນ​ກໍລະນີ​ກ່ຽວ​ກັບເຄື່ອງ​ໃຊ້​ຂອງ​ສອຍ​ທີ່​ທົນ​ທານ ​ໃຊ້​ໄດ້​ດົນ​ນານ ​ແລະ​ບໍ່​
ມີ​ຂາຍ​ໃຫ້ ​ເມື່ອ​ປະມານ 10 ປີ ຢ້ອນ​ຫຼັງນັ້ນ ​ດຽວ​ນີ້ ພວກ​ເຮົາ​ພົບ​ວ່າ 50% ​ຂອງ​ຍອດ​ຂາຍ
ຂອງ​ພວກ​ເຮົາ​ແມ່ນມາ​ຈາກ​ບ້ານ​ຕ່າງໆ. ດັ່ງນັ້ນພວກ​ເຮົາ​ຈຶ່ງ​ສາມາດເວົ້າ​ໄດ້ວ່າເສັ້ນ​ແບ່ງ​ແຍກ​
ລະຫວ່າງ​ເຂດ​ເທດ​ສະບາ​ນ​ແລະ​ເຂດ​ຊົນນະບົດ ​ແມ່ນ​ຄຸມ​ເຄືອ​ບໍ່ຈະ​ແຈ້ງຄື​ແຕ່​ກ່ອນ​ແລ້ວ.”

​ໃນ​ບົດ​ວິ​ເຄາະ​ທີ່​ອອກ​ເມື່ອ​ໄວໆ​ມານີ້ ທະນາຄານລົງທຶນ Credit Suisse ຂອງ​ປະ​ເທດ
ສວິສ ກ່າວ​ວ່າ ຄວາມ​ຄຸມ​ເຄືອ​ບໍ່​ຈະ​ແຈ້ງ ໃນ​ເລື້ອງ​ຄວາມ​ແຕກ​ໂຕນລະຫວ່າງ​ເຂດ​ເທດສະ
ບານ​ແລະ​ເຂດ​ຊົນນະບົດນັ້ນ​ແມ່ນ​ການ​ກ້າວ​ໄປ​ສູ່​ຄວາມ​ສະ​ເໝີ​ພາບທີ່​ໃຫຍ່​ທີ່ສຸດ​ຂອງ​ອິນ
​ເດຍ.

ດຽວ​ນີ້ ຊາວ​ອິນ​ເດຍ​ໃນ​ເຂດ​ຊົນນະບົດ​ ​ທີ່ມີ​ລາຍ​ໄດ້​ໂດຍ​ກົງ​ຈາກ​ການ​ກະສິກຳນັ້ນ​ແມ່ນ​
ມີໃນ​ຈໍານວນ​ໜ້ອຍ​ລົງນັບ​ມື້​. ທ້າວ Salim Ansari ​ເວົ້າວ່າ ຫຼາຍໆຄົນໄດ້​ມີ​ວຽກ​ການ
​ເຮັດ​ໃນພາກສ່ວນ​ກໍ່ສ້າງຕຶກ​ອາຄານ​ຕ່າງໆ​ຄ້າຍຄື​ກັນ​ກັບ​ໃນ​ເຂດ​ເທດສະບານ.

ທ້າວ Salim Ansari ​ເວົ້າວ່າ “ຄື​ກັນ​ກັບ​ໃນເມືອງ ​ເຮືອນ​ຈຳນວນ​ຫຼວງຫຼາຍໄດ້​ມີການ
​ປຸກ​ສ້າງ ຂຶ້ນຢູ່​ທີ່​ນີ້. ມີ​ບ່ອນ​ຈອດ​ລົດ ຕຶກ​ສູງ ​ແລະ​ ເຮືອນ​ຫຼັງ​ໃຫຍ່ໆ. ຢູ່​ໃນ​ບ້ານຂອງ​
ພວກ​ເຮົານີ້ ພວກ​ເຮົາ​ມີ​ເຄື່ອງ​ອຳນວຍ​ຄວາມ​ສະດວກທັງ​ໝົດທີ່ມີຢູ່​ໃນເມືອງ​."

ລະບົບ​ອິນ​ເຕີ​ແນັດໄຮ້ສາຍ ​ມີ​ໃຫ້​ໃຊ້ຫຼາຍຂຶ້ນ ຢູ່​ໃນ​ເຂດ​ຊົນນະ​ບົດ ​ຂອງ​ອິນເດັຍ. ​ລາຍ
ການ​ໂທລະພາບຈາກ​ດາວ​ທຽມກໍມີ​ໃຫ້​ເບິ່ງຫລາຍ​ຂຶ້ນດັ່ງ​ດຽວ​ກັນ​ກັບ​ໂທລະພາບຈໍແບນ
ທີ່​ພວກ​ເຮົາໃຊ້​ເບິ່ງ​ນັ້ນ.

ຫ້າງ​ຮ້ານ​ຕ່າງໆ​ກໍ​ພາກັນ​ຂາຍ​ສິ່ງ​ອຳນວຍ​ຄວາມ​ສະດວກ​ ທີ່​ພວກ​ຄົນ​ຮຸ້ນກ່ອນ​ບໍ່​ສາ
ມາດ​ຫາຊື້​ໄດ້ ​ເຊັ່ນ​ ໝີ່ມາ​ມ້າ​ໄວ​ທັນ​ໃຈ ​ແລະຜະລິດ​ຕະພັນ​ເຄື່ອງ​ໃຊ້ຕ່າງໆສຳ​ຫຼັບຕົກ
​ແຕ່ງແລະບົວລະບັດຮ່າງກາຍ​.

ທ້າວ Arun Mondal ​ເວົ້າວ່າ “​ແຕ່​ກ່ອນ ພວກ​ເຮົາ​ເຄີຍ​ໃຊ້​ໄມ້​ນ້ອຍໆ​ ​ຫຼືຂີ້​ເຖົ່າຂີ້ງົວ
ສຳ​ຫຼັບຖູ​ແຂ້ວ ​ແຕ່​ປັດຈຸບັນ​ນີ້ ບໍ່​ຕ່າງ​ຫຍັງ​ກັບ​ຜູ້​ຄົນ​ທີ່ຢູ່​ໃນເມືອງ​ ພວກ​ເຮົາ​ກໍ​ໃຊ້ແປງ
ແລະ​ຢາ​ຖູ​ແຂ້ວຄື​ກັນ. ພວກ​ເຮົາ​ໃຊ້​ຢາ​ສະຫົວ​ຫຼື​ແຊມ​ພູ ຕະຫຼອດທັງ​ນໍ້າມັນ​ແລະ​ຄຣີມ​
ລາຄາ​ແພງໆ​ອື່ນໆ. ພວກ​ເຮົາ​ມີ​ທຸກ​ສິ່ງ​ທຸ​ກຢ່າງ​ຢູ່​ໃນ​ບ້ານຂອງ​ພວກ​ເຮົາທີ່​ຜູ້​ຄົນ​ມີ​ກັນ
​ຢູ່​ຕາມ​ຫົວ​ເມືອງ​ນ້ອຍ​ໃຫຍ່​ຕ່າງໆ​.”

ສຳ​ຫຼັບຜູ້​ເປັນແມ່ ຄື​ກັນ​ກັບ​ນາງ Lalti Devi ​ແລ້ວ ຄວາມ​ແຕກ​ຕ່າງ​ລະຫວ່າງອະດີດ
​ແລະ​ປັດຈຸບັນ​ແມ່ນ​ບໍ່​ມີ​ຄວາມ​ສຳຄັນ​ຫຼາຍ​ໄປ​ກວ່າ​ໂອກາດ​ໃນ​ອະນາຄົດທີ່​ຄວາມ​ອຸດົມ​
ຮັ່ງມີ​ໃນ​ເຂດ​ຊົນນະບົດ ​ເອື້ອອຳນວຍ​ໃຫ້​ແກ່​ພວກໜຸ່ມ​ນ້ອຍ.

ນາງ Lalti Devi ​ເວົ້າວ່າ “​ແຕ່​ກ່ອນ​ບໍ່​ເຄີຍ​ມີ​ຫຍັງ​ເລີຍ ​ຢູ່ໃນ​ບ້ານນີ້. ທຸກໆ​ຄົນແມ່ນ
​ກືກ​ໜັງສື ອ່ານ​ບໍ່​ໄດ້ຂຽນ​ບໍ່​ເປັນ. ​ແຕ່​ດຽວ​ນີ້ ຜູ້​ຄົນ​ພາກັນ​ສົ່ງ​ລູກ​ເຕົ້າ​ເຂົ້າເຈົ້າ​ໄ​ປ​ເຂົ້າ​
ໂຮງຮຽນໝົດ.”

ປະມານ​ສອງ​ສ່ວນ​ສາມ​ ຂອງ​ປະຊາກອນຈໍານວນ ​ 1 ພັນ 200 ລ້ານ​ຄົນ ຂອງອິນ​
ເດຍ​ແມ່ນ​ອາ​ໄສຢູ່​ໃນ​ເຂດ​ຊົນນະບົດ ​ແລະໃນ​ຂະນະ​ທີ່​ເສດຖະກິດ​ຂອງ​ອິນ​ເດຍ​ ໂດຍ
​ລວມແລ້ວແມ່ນຊົບ​ເຊົາ​ບໍ່​ມີ​ການ​ເຕີບ​ໂຕນັ້ນ ຈຶ່ງສາມາດ​ຄາດໝາຍ​ໄດ້​ເລີຍ​ວ່າ ​ພວກ​
ກຳນົດ​ນະ​ໂຍບາຍທັງຫລາຍ​ຈະພາກັນ​ມອງເບິ່ງຫຼາຍຂຶ້ນ​ນັບ​ມື້​ໄປ​ຍັງ​ເຂດ​ຊົນນະບົດ​
ເພື່ອ​ໃຫ້​ເປັນ​ຈັກ​ຂັບ​ດັນ​ໃຫ້​ເສດຖະກິດ ​ເຕີບ​ໂຕ.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG