ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິນເດຍ ຖອນໜັງສື ເດີນທາງ ຂອງນັກ ອະດີດນັກທຸລະກິດ ໃຫຍ່


ອະດີດປະທານສາຍການບິນ Kingfisher ທ່ານ Vijay Mallya, 15 ພະຈິກ, 2011.
ອະດີດປະທານສາຍການບິນ Kingfisher ທ່ານ Vijay Mallya, 15 ພະຈິກ, 2011.

ອິນເດຍ ໄດ້ຖອນໜັງສືເດີນທາງຂອງນັກທຸລະກິດ ທ່ານ Vija Mallya ຜູ້ທີ່ໄດ້ເດີນທາງ ອອກຈາກປະເທດ ອິນເດຍໄປ ໃນເດືອນທີ່ຜ່ານມາ ເຊິ່ງໄດ້ຕິດໜີ້ທະນາຄານ ອິນເດຍ ຫຼາຍກວ່າ 1 ພັນລ້ານໂດລາ.

ໜັງສືເດີນທາງຂອງພໍ່ຄ້າລາຍໃຫຍ່ຄົນນີ້ ໄດ້ຖືກລົບລ້າງໃນສັບປະດາທີ່ຜ່ານມາ. ລາວໄດ້ ຖືກໃຫ້ໂອກາດໜຶ່ງສັບປະດາ ເພື່ອອະທິບາຍວ່າເປັນຫຍັງໜັງສືເດີນທາງຂອງລາວຈຶ່ງບໍ່ ຄວນຖືກຍົກເລີກ.

ກະຊວງການຕ່າງປະເທດ ໄດ້ຍົກເລີກໜັງສືເດີນທາງຂອງທ່ານ Mallya ໃນວັນອາທິດ ວານນີ້, ອິງຕາມການຕອບ ແລະ ຂໍ້ມູນຫຼັກຖານຂອງທ່ານ Mallya ຈາກຄະນະກຳມະ ການບັງຄັບໃຊ້ກົດໝາຍ, ເຊິ່ງເປັນອົງການຂອງລັດຖະບານຕ້ານກັບອາຊະກຳການເງິນ.

ຄວາມເດືອດຮ້ອນທາງດ້ານການເງິນຂອງທ່ານ Mallya ໄດ້ເລີ່ມຕົ້ນດ້ວຍການຕົກຕ່ຳ ຂອງສາຍການບິນ Kingfisher ຂອງທ່ານທີ່ຕອນນີ້ໄດ້ຖືກຍຸບໄປແລ້ວ.

ບັນດາເຈົ້າໜ້າທີ່ ອິນເດຍ ກ່າວວ່າ ພວກເຂົາເຈົ້າເຊື່ອວ່າ ລາວຢູ່ໃນປະເທດ ອັງກິດ ບ່ອນ ທີ່ລາວມີຄວາມສົນໃຈທາງດ້ານທຸລະກິດແນວອື່ນ.

ບັນດາເຈົ້າໜ້າທີ່ກ່າວວ່າ ອິນເດຍ ແມ່ນກຳລັງພິຈາລະນາ ຫາທາງເນລະເທດທ່ານ Mallya ເພື່ອປະເຊີນໜ້າກັບຂໍ້ກ່າວຫາ ກ່ຽວກັບ ການຟອກເງິນ ແລະ ຄວາມຜິດປົກກະຕິ ທາງດ້ານການເງິນຂອງຜູ້ກ່ຽວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG