ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອິນເດຍ ຕັດສິນໂທດ ປະຫານຊີວິດ 4 ຄົນ ໃນຖານ ຂົ່ມຂືນໝູ່ (ສະໄລດ໌)


ສານແຫ່ງນຶ່ງໃນອິນເດຍໄດ້ຕັດສິນໂທດປະຫານຊີວິດດ້ວຍການ
ແຂວນຄໍ ພວກຜູ້ຊາຍ 4 ຄົນ ທີ່ຖືກພົບເຫັນວ່າ ມີຄວາມຜິດ ໃນ
ການຂົ່ມຂືນສຳເລົາໝູ່ຢູ່ເທິງລົດເມທີ່ກຸງນິວເດລີ ໃນທ້າຍປີກາຍ
ນີ້ ທີ່ເປັນເຫດໃຫ້ຍິງສາວຄົນນຶ່ງເສຍຊີວິດນັ້ນ.

ໃນການຕັດສິນໂທດ ໃນວັນສຸກມື້ນີ້ ຜູ້ພິພາກສາ Yogesh
Khanna ກ່າວວ່າ ຄວາມຜິດດັ່ງກ່າວແມ່ນຕົກຢູ່ໃນປະເພດ ທີ່
ເກືອບວ່າ ບໍ່ເຄີຍພົບເຫັນ ມາກ່ອນນັ້ນ ຈຶ່ງສົມຄວນໄດ້ຮັບໂທດ
ປະຫານ.

ນຶ່ງໃນຈຳນວນຈຳເລີຍ 4 ຄົນ ໄດ້ຮ້ອງໄຫ້ ຂະນະທີ່ມີການອ່ານ
ຄຳພິພາກສາ.

ບິດາຂອງຍິງສາວຜູ້ເຄາະຮ້າຍເວົ້າວ່າ ລາວຮູ້ສຶກໂລ່ງໃຈທີ່ລູກສາວຂອງລາວໄດ້ຮັບຄວາມ
ຍຸຕິທຳແລ້ວ.

ຍິງສາວຜູ້ເຄາະຮ້າຍອາຍຸ 23 ປີຄົນນີ້ໄດ້ຖືກຂົ່ມຂືນແລະທຳຮ້າຍຮ່າງກາຍໂດຍທ່ອນເຫຼັກ
ໃນເດືອນທັນວາປີກາຍ. ເພື່ອນຜູ້ຊາຍຄົນນຶ່ງຂອງນາງກໍໄດ້ຖືກ ທຸບຕີກ່ອນທີ່ພວກ ຂົາເຈົ້າ ຈະຖືກໂຍນອອກຈາກລົດເມ. ນາງໄດ້ເສຍຊີວິດຍ້ອນທົນຕໍ່ພິດບາດແຜບໍ່ໄດ້ 2 ອາທິດ ຫຼັງ ຈາກທີ່ໄດ້ຖືກທຳຮ້າຍຮ່າງກາຍ ຂະນະທີ່ຖືກສົ່ງໄປຮັບການປິ່ນປົວຢູ່ທີ່ໂຮງພະຍາບານໃນ ສິງກະໂປ.

ການທຳຮ້າຍຮ່າງກາຍ ແລະຂົ່ມຂືນຍິງສາວຄົນນີ້ໄດ້ກໍ່ໃຫ້ເກີດມີການປະທ້ວງຢ່າງຮຸນແຮງ
ຂຶ້ນໃນທົ່ວປະເທດອິນເດຍກ່ຽວກັບການປະຕິບັດຕໍ່ພວກແມ່ຍິງຢູ່ ໃນປະເທດດັ່ງກ່າວ ແລະ ນຳໄປສູ່ການປະຕິຮູບກົດໝາຍຕ່າງໆ ວ່າດ້ວຍການລວນລາມທາງເພດຢູ່ໃນອິນເດຍ.

ຈຳເລີຍຄົນທີ 5 ທີ່ມີອາຍຸ 17 ປີໃນເວລາເກີດເຫດນັ້ນ ໄດ້ຖືກຕັດສິນໂທດ ໃຫ້ໄປຢູ່ສູນດັດ ສ້າງເປັນເວລາ 3 ປີ ຊຶ່ງເປັນໂທດໜັກທີ່ສຸດທີ່ເຈົ້າໜ້າທີ່ສາມາດກຳ ນົດໃຫ້ຜູ້ກ່ຽວໄດ້.

ສ່ວນຈຳເລີຍຄົນທີ 6 ຊຶ່ງເປັນຜູ້ໃຫຍ່ແລ້ວນັ້ນ ໄດ້ຖືກພົບເຫັນເສຍຊີວິດຢູ່ໃນຫ້ອງຂັງຂອງ ຜູ້ກ່ຽວໃນຄຸກ ເມື່ອເດືອນມີນາປີນີ້.
XS
SM
MD
LG