ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິນເດຍໄວ້ທຸກ ແກ່ຍິງສາວທີ່ເສຍຊີວິດ ຫລັງຖືກຂົ່ມຂືນ (ສະໄລດ໌)


ໃນວັນທີ 31 ທັນວາ 2012 ນັກຮຽນໃນນະຄອນ Ahmedaba ພາກັນໄຕ້ທຽນໄວ້ອາໄລແກ່ດວງວິນຍານຂອງຍິງຜູ້ທີ່ໄດ້ຮັບເຄາະຮ້າຍຈາກການຂົ່ມຂືນໝູ່ ຢູ່ໃນນະຄອນຫລວງນີວ
ແດນລີ.
ໃນວັນທີ 31 ທັນວາ 2012 ນັກຮຽນໃນນະຄອນ Ahmedaba ພາກັນໄຕ້ທຽນໄວ້ອາໄລແກ່ດວງວິນຍານຂອງຍິງຜູ້ທີ່ໄດ້ຮັບເຄາະຮ້າຍຈາກການຂົ່ມຂືນໝູ່ ຢູ່ໃນນະຄອນຫລວງນີວ ແດນລີ.
ຫລາຍຄົນຢູ່ທົ່ວອິນເດຍພາກັນຍົກເລີກການສະຫລອງ ສົ່ງທ້າຍ
ປີເກົ່າ ຕ້ອນຮັບປີໃໝ່ ໃນວັນຈັນວານນີ້ ເພື່ອເປັນການເຄົາລົບຕໍ່ ຍິງສາວທີ່ໄດ້ເສຍຊີວິດບໍ່ເທົ່າໃດມື້ຜ່ານມານີ້ ຍ້ອນບາດແຜນາງ
ໄດ້ຮັບ ໃນລະຫວ່າງທີ່ຖືກຂົ່ມຂືນໝູ່.

ນັກສຶກສາຍິງ ອາຍຸ 23 ປີ ທີ່ບໍ່ບອກຊື່ດັ່ງກ່າວ ໄດ້ເສຍຊີວິດໄປໃນ
ວັນເສົາຜ່ານມານີ້ ຍ້ອນໄດ້ຮັບບາດເຈັບທາງໃນຢ່າງໜັກ ຍ້ອນ ພວກທີ່ຂົ່ມຂືນນາງໄດ້ໃຊ້ແທ່ງເຫລັກທໍາຮ້າຍຮ່າງກາຍຂອງນາງ
ໃນລະຫວ່າງທີ່ທໍາການໂຈມຕີຢູ່ເທິງລົດເມ ເມື່ອສອງອາທິດກ່ອນ
ໜ້ານີ້. ຜູ້ຊາຍ 6 ຄົນ ໄດ້ຖືກຈັບກຸມ ແລະຖືກຕັ້ງຂໍ້ຫາຄາດຕະກໍາ ໃນການໂຈມຕີເມື່ອວັນທີ 16 ທັນວາຜ່ານມາຢູ່ນະຄອນຫລວງນີວ
ແດນລີ. ພວກເຂົາອາດຖືກໂທດປະຫານຊີວິດ ຖ້າຫາກຖືກຕັດ
ສິນວ່າ ມີຄວາມຜິດແທ້.

ເພື່ອເປັນການສະແດງເຖິງອາລົມອັນໂສກເສົ້າຂອງປະເທດ, ບັນດາໂຮງແຮມ, ຮ້ານກິນ ດື່ມ, ກອງທັບອິນເດຍ ແມ່ນກະທັ້ງຫົວໜ້າພັກ Congress ທ່ານນາງ Sonia Gandhi ໄດ້ຍົກເລີກງານກິນລ້ຽງສະຫລອງປີໃໝ່. ມີຫລາຍຄົນໄດ້ເຂົ້າຮ່ວມ ພິທີໄຕ້ທຽນໄວ້ອາໄລ ແກ່ດວງວິນຍານຂອງນາງ ຢູ່ນະຄອນຫລວງນີວແດນລີ ແລະຫລາຍໆຕົວເມືອງ ໃນອິນ ເດຍ. ພວກອື່ນໆອີກໄດ້ພາກັນເລືອກ ເດີນຂະບວນປະທ້ວງຢ່າງສັນຕິ ທີ່ກົງກັນຂ້າມກັບ ການເດີນຂະບວນປະທ້ວງຢ່າງຮຸນແຮງ ທີ່ໄດ້ລະເບີດຂຶ້ນໃນນະຄອນນີວແດນລີ ເມື່ອນຶ່ງ ອາທິດ ກ່ອນໜ້ານີ້.

ປະມວນພາບການໄວ້ອາໄລແກ່ດວງວິນຍານຂອງຍິງສາວທີ່ຖືກຂົ່ມຂືນ:
XS
SM
MD
LG