ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກກູ້ໄພສືບຕໍ່ ພະຍາຍາມເຂົ້າໄປຊ່ອຍ ໃນເຂດທີ່ເກີດແຜ່ນດິນໄຫວ ຂອງອິນເດຍ


ພວກເຄາະຮ້າຍຈາກໄພແຜ່ນດິນໄຫວ ກໍາລັງລໍຄອຍການຊ່ວຍເຫລືອ ຈາກລັດຖະບານ
ພວກເຄາະຮ້າຍຈາກໄພແຜ່ນດິນໄຫວ ກໍາລັງລໍຄອຍການຊ່ວຍເຫລືອ ຈາກລັດຖະບານ

ພວກພະນັກງານກູ້ໄພ ກໍາລັງສືບຕໍ່ສ້ອມແປງແລະມ້ຽນມັດຖະນົນທີ່ເພພັງ ແລະດິນເຈຶ່ອນ
ໃນ ຄວາມພະຍາຍາມເພື່ອໃຫ້ເຂົ້າໄປຮອດໄປເຖິງຂົງເຂດທີ່ເກີດແຜ່ນດິນໄຫວໃນບໍລິເວນພູ
ເຂົາຫິມະໄລໃນມື້ວັນອາທິດຜ່ານມານີ້ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດໄປແລ້ວຢ່າງໜ້ອຍ 100 ຄົນ.

ແຜ່ນດິນໄຫວທີ່ມີຄວາມແຮງ 6.9 ຣິກເຕີ ຊຶ່ງມີຈຸດສູນກາງຢູ່ລັດ Sikkim ຂອງອິນເດຍ ແຕ່ກໍສ້າງຄວາມເສຍຫາຍ ແລະພາໃຫ້ມີຜູ້ບາດເຈັບລົ້ມຕາຍ ໄປທົ່ວຂົງເຂດຕາພາກເວັນ ອອກສຽງເໜືອຂອງອິນເດຍ ເນປາລແລະເຂດ ທິເບດຂອງຈີນ.

ພວກເຈົ້າໜ້າທີ່ກ່າວວ່າ ແຜ່ນດິນໄຫວໄດ້ພາໃຫ້ເກີດດິນເຈຶ່ອນລົງໃສ່ ເຂຶ່ອນໄຟຟ້ານໍ້າຕົກ ໃນເມືອງ Saffo ໃນເຂດ Sikkim ເໜືອ ຊຶ່ງເຮັດ ໃຫ້ພວກຄົນງານເສຍຊີວິດຢ່າງໜ້ອຍ 17 ຄົນ ແລະຍັງມີຜູ້ຫາຍສາບສູນ ອີກຈຳນວນນຶ່ງ.

ພວກເຈົ້າໜ້າທີ່ກອງທັບອິນເດຍກ່າວວ່າ ຢ່າງໜ້ອຍມີພວກນັກທ່ອງທ່ຽວ 45 ຄົນ ໂຮມທັງ ຊາວຕ່າງປະເທດຫລາຍຄົນ ຖືກຊ່ອຍອອກມາໂດຍຍົນເຮລິຄອບເຕີເມື່ອວັນພຸດມື້ນີ້ ຫລັງ ຈາກໄດ້ຕົກຄ້າງຢູ່ສະຖານທີ່ບ່ອນຕາກ ອາກາດທີ່ມີຊື່ສຽງເທິງພູ Lachung.

ພວກເຈົ້າໜ້າທີ່ເນປາລລາຍງານວ່າ ມີຜູ້ເສຍຊີວິດທີ່ກ່ຽວກັນກັບເຫດ ແຜ່ນດິນໄຫວຢ່າງ ນ້ອຍ 7 ຄົນໃນຂະນະທີ່ອົງການຂ່າວຊິນຫົວຂອງ ຈີນລາຍງານວ່າມີຜູ່ເສຍຊີວິດຢ່າງໜ້ອຍ ເຈັດຄົນໃນເຂດພາກໃຕ້ຂອງທິເບດ.

ອີກສິບແປດຄົນເສຍຊີວິດໃນລັດ West Bengal ແລະ Bihar ຂອງອິນເດຍ.

XS
SM
MD
LG