ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກປະທ້ວງຢູ່ອິນເດຍ ຮຽກຮ້ອງໃຫ້ ລົງໂທດດ່ວນ ຕໍ່ພວກທີ່ທໍາການ ຂົ່ມຂືນນັກຮຽນຍິງ (ສະໄລດ໌)


ຕໍາຫລວດຢູ່ນະຄອນນີວແດນລີ ໄດ້ໃຊ້ລະເບີດນໍ້າຕາ ແລະປືນນໍ້າ ເປັນມື້ທີສອງ ຍິງໃສ່ພວກເດີນຂະບວນປະທ້ວງ ຢູ່ໃກ້ບໍລິເວນທໍານຽບປະທານາທິບໍດີ ເພື່ອໃຫ້ສະຫລາຍຕົວ ໃນວັນເສົາວານນີ້ ວັນທີ 22 ທັນວາ 2012
ຕໍາຫລວດຢູ່ນະຄອນນີວແດນລີ ໄດ້ໃຊ້ລະເບີດນໍ້າຕາ ແລະປືນນໍ້າ ເປັນມື້ທີສອງ ຍິງໃສ່ພວກເດີນຂະບວນປະທ້ວງ ຢູ່ໃກ້ບໍລິເວນທໍານຽບປະທານາທິບໍດີ ເພື່ອໃຫ້ສະຫລາຍຕົວ ໃນວັນເສົາວານນີ້ ວັນທີ 22 ທັນວາ 2012
ຕໍາຫລວດຢູ່ນະຄອນນີວແດນລີ ໄດ້ໃຊ້ລະເບີດນໍ້າຕາແລະປືນ
ນໍ້າ ເປັນມື້ທີສອງ ຍິງໃສ່ພວກເດີນຂະບວນປະທ້ວງ ທີ່ຮຽກຮ້ອງ
ໃຫ້ມີການເລັ່ງດ່ວນ ລົງໂທດຕໍ່ຜູ້ຖືກຄຸມຂັງ 6 ຄົນ ທີ່ຖືກກ່າວຫາ
ວ່າ ເປັນພວກແກ້ງທີ່ທໍາການຂົ່ມຂືນສໍາເລົາ ແລະທຸບຕີນັກຮຽນ
ຍິງອາຍຸ 23 ປີ ຜູ້ນຶ່ງ.

ທ່ານນາງ Sonia Gandhi ຫົວໜ້າພັກ Congress ຂອງອິນ
ເດຍທີ່ປົກຄອງປະເທດໃນປັດຈຸບັນນີ້ ໄດ້ອອກມາຈາກເຮືອນ
ຂອງທ່ານນາງ ຫລັງທ່ຽງຄືນວານນີ້ ເພື່ອພົບກັບພວກປະທ້ວງ.
ທ່ານນາງຍັງໄດ້ອອກໄປພົບກັບພວກເຂົາເຈົ້າອີກ ໃນເວລາຕໍ່
ມາຂອງວັນອາທິດມື້ນີ້ ກັບລູກຊາຍຂອງທ່ານນາງ ທ່ານ Rahul
ຜູ້ຊຶ່ງຖືກມອງກັນຢ່າງກວ້າງຂວາງວ່າ ຈະໄດ້ເປັນນາຍົກລັດຖະ
ມົນຕີ ໃນອານາຄົດ.

ເຈົ້າໜ້າທີ່ຕໍາຫລວດກ່າວໃນວັນອາທິດມື້ນີ້ວ່າ ພວກເຂົາເຈົ້າໄດ້ເກືອດຫ້າມການປະທ້ວງ ຢູ່ໃນເຂດນະຄອນຫລວງ ບ່ອນທີ່ພວກປະທ້ວງໄດ້ພາກັນທໍາການເດີນຂະບວນຢ່າງໃຫຍ່ ກ່ຽວກັບການຂົ່ມຂືນດັ່ງກ່າວ. ຕໍາຫລວດກ່າວອີກວ່າ ຢູ່ບໍລິເວນໃກ້ເຮືອນຂອງປະທານາ ທິບໍດີ ແລະສະພາແຫ່ງຊາດນັ້ນ ກໍໄດ້ຖືກປະກາດວ່າ ໃຫ້ເປັນເຂດທີ່ຫ້າມພວກປະທ້ວງ ເຂົ້າໄປ. ສະຖານີລົດໄຟຫລາຍແຫ່ງໄດ້ຖືກປິດລົງ ຍ້ອນຢ້ານວ່າຈະມີການປະທ້ວງເພີ້ມ ຫລາຍຂຶ້ນໃນມື້ນີ້.

ໃນວັນເສົາວານນີ້ ພວກປະທ້ວງຫລາຍພັນຄົນ ໄດ້ພາກັນເດີນຂະບວນໄປຕາມນະຄອນ ຫລວງນີວແດນລີ ແລະຮ້ອງໂຮຄໍາຂວັນວ່າ “ພວກເຮົາຕ້ອງການຄວາມຍຸດຕິທໍາ” ໃນ
ຂະນະທີ່ ຕໍາຫລວດປະເຊີນກັບບັນຫາຫຍຸ້ງຍາກ ໃນການຄວບຄຸມຝູງຊົນຢູ່ນັ້ນ.

ຜູ້ໄດ້ຮັບເຄາະຮ້າຍຈາການຂົ່ມຂືນ ແມ່ນໄດ້ຖືກໂຈມຕີ ໃນວັນອາທິດແລ້ວນີ້ ລຸນຫລັງທີ່ ນາງ ແລະເພື່ອນຊາຍຂອງນາງຄົນນຶ່ງ ໄດ້ຂີ່ລົດເມຄັນນຶ່ງໄປນໍາກັນຢູ່ນະຄອນນີວແດນລີ.
ນາງຍັງນອນຢູ່ໂຮງໝໍ ຍ້ອນໄດ້ຮັບບາດເຈັບສາຫັດ. ແຕ່ເຖິງແມ່ນວ່າ ອາການຂອງນາງ ຍັງໜັກຢູ່ກໍຕາມ ນາງກໍຍັງສາມາດໃຫ້ປາກຄໍາຕໍ່ຕໍາຫລວດໄດ້ ໃນວັນເສົາວານນີ້.

ມີການຂົ່ມຂືນສໍາເລົາຫລາຍກວ່າ 600 ກໍລະນີ ທີ່ຖືກລາຍງານຢູ່ໃນນະຄອນນີວແດນລີ ໃນປີນີ້ ຊຶ່ງເປັນອັດຕາການທໍາການຂົ່ມຂືນ ທີ່ສູງທີ່ສຸດໃນປະເທດອິນເດຍ.
XS
SM
MD
LG