ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ Zardari ແຫ່ງປາກິສຖານ ຢ້ຽມຢາມອິນເດຍ


ນາຍົກລັດຖະມົນຕີ ມັນໂມຫັນ ສິງ ແຫ່ງອິນເດຍ(ຂວາ) ຈັບມືກັບປະທານາທີ
ບໍດີ Asif Ali Zardari ແຫ່ງປາກິສຖານທີ່ກຸງນີວເດລີໃ
ວັນທີ 8 ເມສາ 2012.
ນາຍົກລັດຖະມົນຕີ ມັນໂມຫັນ ສິງ ແຫ່ງອິນເດຍ(ຂວາ) ຈັບມືກັບປະທານາທີ ບໍດີ Asif Ali Zardari ແຫ່ງປາກິສຖານທີ່ກຸງນີວເດລີໃ ວັນທີ 8 ເມສາ 2012.

ປະທານາທິບໍດີ Asif Ali Zardari ​ແຫ່ງ​ປາ​ກິ​ສຖານ​ກໍາລັງ​ຢ້ຽມຢາມອິນ​ເດ​ຍ ບ່ອນ​ທີ່​ທ່ານ​
ໄດ້​ທໍາ​ການພົບ​ປະ​ກັບ​ທ່ານ​ມັນ​ໂມຫັນ ສິງ ນາຍົກລັດຖະມົນຕີ​ອິນ​ເດຍ​ໃນ​ກຸງ​ນີວ​ເດລີ. ການ
​ຢ້ຽມຢາມ​ຄັ້ງ​ນີ້​ເປັນ​ການ​ຢ້ຽມຢາມອິນ​ເດຍ​ຄັ້ງ​ທໍາ​ອິດ​ຂອງ​ຜູ້​ນໍາ​ປາ​ກິ​ສຖານ​ຄົນ​ນຶ່ງ ນັບ​ແຕ່​ປີ
2005 ​ເປັນ​ຕົ້ນ​ມາ.

ຂະນະ​ທີ່​ຢືນ​ຮຽງຂ້າງກັບ​ທ່ານ​ສິງ ​ໃນ​ວັນ​ອາທິດ​ມື້​ນີ້ ທ່ານ Zardari ກ່າວຕໍ່​ບັນດາ​ນັກ​ຂ່າວ
ວ່າ ພວກ​ທ່ານ​ທັງ​ສອງ​ໄດ້​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ສໍາຄັນທັງ​ໝົດລະຫວ່າງສອງ
ປະ​ເທດ ​ແລະ​ວ່າ ທ່ານ​ຄາດ​ວ່າ ຜູ້​ນໍາ​ອິນ​ເດຍຈະ​ໄປ​ຢ້ຽມຢາມ​ປາ​ກິ​ສຖານ​ໃນ​ໄວໆ​ນີ້.

ສ່ວນທ່ານ​ສິງກ່າວ​ວ່າ​ ສອງ​ປະ​ເທດ​ຈະ​ຕ້ອງ​ຊອກ​ຫາ​ຊ່ອງ​ທາງ​ທີ່ສັນຕິ ເພື່ອ​ແກ້​ໄຂຄວາມ
ແຕກ​ຕ່າງ​ກັນຂອງ​ພວກ​ຕົນ​ນັ້ນ.

ທັງສອງ​ປະ​ເທດ​ ທີ່​ຕ່າງ​ກໍມີ​ອາວຸດ​ນີວ​ເຄລຍ ກໍາລັງ​ຊອກ​ຫາ​ທາງ​ເພື່ອ​ສ້າງ​ຕັ້ງສາຍ​ພົວພັນ
ຂັ້ນປົກກະຕິນໍາ​ກັນ ຫຼັງຈາກ​ການ​ໂຕມຕີ​ຂອງ​ພວກ​ກໍ່​ການ​ຮ້າຍໃນ​ປີ 2008 ທີ່​ເມືອງ​ມູມ​ໄບ
ຂອງອິນ​ເດຍນັ້ນ. ອິນ​ເດຍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງວົນ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ ​ໂດຍ​
ຮຽກຮ້ອງ​ໃຫ້​ປາ​ກິ​ສຖານ​ສະ​ແດງໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ຈິງ​ເອົາ​ຈັງ​ກ່ຽວ​ກັບ​ການ​ຄວບ​ຄຸມ
ພວກ​ກຸ່ມກໍ່​ການ​ຮ້າຍ​ໃນ​ປະ​ເທດ​ນັ້ນ. ອິນ​ເດຍ​ໄດ້​ຖິ້ມ​ໂທດ​ໃສ່​ພວກ​ຫົວ​ຮຸນ​ແຮງ​ກຸ່ມ Lash
kar-e-Taiba ສໍາລັບ​ການ​ໂຈມ​ຕີ​ທີ່​ເມືອງ​ມູມ​ໄບນັ້ນ.

ນາຍ Hafiz Saeed ຊາວ​ມຸສລິ​ມທີ່​ຖືກ​ສົງ​ໄສ​ວ່າ​ເປັນ​ຜູ້​ວາງ​ແຜນ​ທໍາການ​ໂຈມ​ຕີ​ທີ່​ເມືອງ
ມູມ​ໄບ ​ໄດ້ເຄື່ອນ​ໄຫວ​ຢ່າງ​ເປີດ​ເຜີຍ​ໃນ​ປາ​ກິ​ສຖານ. ​ໃນ​ສັບປະດາ​ແລ້ວ​ນີ້ ສະຫະລັດ​ໄດ້
ປະກາດ​ໃຫ້​ເງິນລາງວັນຈໍານວນ 10 ລ້ານ​ໂດ​ລາ ​ແກ່​ຜູ້​ໃດ​ກໍ​ຕາມ​ ທີ່​ສາມາດໃຫ້​ຂ່າວ​ຂໍ້​ມູນ
ທີ່​ຈະ​ພາ​ໃຫ້​ຈັບ​ໂຕ​ນາຍ Saeed ​ໄດ້​ນັ້ນ.

XS
SM
MD
LG