ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຄືອຂ່າຍ ອາລກາອິດາ ເປີດສາຂາ ແຫ່ງໃໝ່ ໃນເຂດ ອະນຸທະວີບ ອິນເດຍ (ວີດີໂອ )


ນາຍ Ayman al-Zawahri ຫົວໜ້າເຄືອຂ່າຍອາລກາອິດາ
(ວັນທີ 4 ກັນຍາ 2014)
ນາຍ Ayman al-Zawahri ຫົວໜ້າເຄືອຂ່າຍອາລກາອິດາ (ວັນທີ 4 ກັນຍາ 2014)

ນາຍ Ayman al-Zawahri ຜູ້ນຳ​ເຄືອ​ຂ່າຍ​ອາລກາ​ອິດາ ກ່າວ​
ວ່າ ຂະ​ບວນການ​ອິສລາມຫົວ​ຮຸນ​ແຮງຈັດ ​ໄດ້​ເປີດ​ສາ​ຂາ​ແຫ່ງ​
ໃໝ່​ໃນເຂດ​ອະນຸທະວີບ​ອິນ​ເດຍ.

ຢູ່ໃນວີດີໂອ ຊຶ່ງຍາວ 55 ນາທີ ທີ່ນຳອອກເຜີຍແຜ່ໃນວັນພະຫັດ
ມື້ນີ້ ນາຍ Zawahri ກ່າວວ່າ ເຄືອຂ່າຍອາລກາອີດາໄດ້ກະກຽມ
ມາເປັນ ເວລາສອງປີແລ້ວ ເພື່ອສ້າງຕັ້ງສາຂາໃໝ່ດັ່ງກ່າວ.

ນາຍ Zawahri ເວົ້າວ່າ “ສາຂາດັ່ງກ່າວບໍ່ໄດ້ສ້າງຕັ້ງຂຶ້ນມາ
ໃນມື້ນີ້ ແຕ່ເປັນໝາກຜົນຂອງການພະຍາຍາມມາໄດ້ດົນ
ກວ່າ 2 ປີ ເພື່ອຮວບ ຮວມພວກມູຈາຮີດີນ ຢູ່ໃນເຂດອະ
ນຸທະວີບອິນເດຍ ເຂົ້າເປັນກ້ອນເປັນກຸ່ມດຽວກັນ.”

ເວລາ​ນີ້​ເຄືອ​ຂ່າຍ​ດັ່ງກ່າວ​ກຳລັງ​ດຳ​ເນີນ​ງານ​ຢ່າງ​ແຂງ​ຂັນ​ໃນ​ອັຟກາ​ນິສຖານ ​ແລະ​ປາ​
ກິ​ສຖານ ​ແຕ່​ນາຍ Zawahri ກ່າວ​ຢູ່​ໃນ​ວີ​ດີ​ໂອ​ວ່າ“​ເຄືອ​ຂ່າຍ​ອາລກາ​ອິດາ​ໃນ​ອະ
ນຸ​ທະວີບ​ອິນ​ເດຍ”
ຈະ​ນຳ​ການ​ໂຈມ​ຕີ​ຂອງ​ຕົນ​ ໄປ​ຍັງ​ອິນ​ເດຍ ມຽນມາ ​ແລະ​ບັງ​ກລາ​ແດັສ.

​ຄຳ​ປະກາດ​ດັ່ງກ່າວ​ ສາມາດ​ເປັນ​ການ​ທ້າ​ທາຍ​ອັນ​ນຶ່ງ ​ສຳລັບ​ທ່ານ Narendra Modi ນາຍົກລັດຖະມົນຕີ​ໃໝ່ຂອງ​ອິນ​ເດຍ ທີ່​ໄດ້​ຖືກຕຳ​ໜິຕິຕຽນ​ແລ້ວ​ ຊຶ່ງ​ຍັງ​ມິດ​ງຽບ​ຢູ່​ກ່ຽວ​ກັບ
ຫຼາຍ​ເຫດການທີ່​ເຂົ້າ​ໃຈ​ວ່າ​ຕໍ່ຕ້ານ​ມຸສລິ​ມໃນ​ຂະນະ​ທີ່​ທ່ານ​ເປັນ​ຜູ້​ປົກຄອງ​ລັດ Gujarat ນັ້ນ.

ທ່ານ Kanti Prasad Bajpai ນັກວິເຄາະກ່ຽວກັບອິນເດຍ ທີ່ມະຫາວິທະຍາໄລແຫ່ງ
ຊາດຂອງສິງກະໂປ ກ່າວຕໍ່ວີໂອເອວ່າ ການປະ ກາດຂອງນາຍ Zawahri ຈະບໍ່ຖືກຕ້ອນ
ຮັບເປັນຢ່າງດີແຕ່ປະການໃດຢູ່ໃນອິນເດຍຊຶ່ງປະຊົນຊົນສ່ວນໃຫຍ່ຄອບງຳໂດຍຊາວຮິນ
ດູນັ້ນ.

ມີ​ຊາວ​ມຸສລິ​ມປະກອບເປັນປະມານ 15 ​ເປີ​ເຊັນ​ຂອງຈຳນວນ​ພົນລະ​ເມືອງ​ອິນ​ເດຍ ຊຶ່ງ​
ກະວ່າ​ມີປະມານ 175 ລ້ານ​ຄົນ​ໃນ​ອິນ​ເດຍຊຶ່ງ​ເປັນ​ຈຳນວນ​ຊາວມຸສລິ​ມ ຫຼາຍ​ທີ່​ສຸດ​ເປັນ​ອັນ​ດັບ​ສາມ​ຂອງ​ໂລກ.

ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi ບໍ່ໄດ້ປະນາມຕໍ່ ການປະກາດຂອງ
ນາຍ Zawahri ແຕ່ໂຄສົກຂອງພັກ Bharatiya Janata ຊຶ່ງເປັນພັກລັດຖະບານທີ່ປົກ
ຄອງປະເທດໃນເວລານີ້ ກ່າວວ່າ ເປັນເລື່ອງທີ່ໜ້າກັງວົນຢ່າງແທ້ຈິງ.

indiaalquaida4sptember14
please wait

No media source currently available

0:00 0:00:21 0:00

XS
SM
MD
LG