ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຮືອບິນ ກອງທັບອິນເດຍ ຫາຍສາບສູນ ຢູ່ອ່າວ Bengal


ເຮືອບິນກອງທັບອາກາດອິນເດຍ AN-32.
ເຮືອບິນກອງທັບອາກາດອິນເດຍ AN-32.

​ເຮືອບິນ​ກອງທັບ​ອາກາດ​ອິນ​ເດຍລຳ​ນຶ່ງ ທີ່​ບັນທຸກ​ຜູ້​ໂດ​ຍສານ 29 ຄົນ ​ໄດ້​ຫາຍ​ສາບ​ສູນ​ ໄປ​ເປັນ​ເວລາ 24 ຊົ່ວ​ໂມງ ຫລັງຈາກ​ໄດ້​ຄາດໝາຍ ​ທີ່ຈະ​ລົງ​ຈອດ​ຢູ່ເກາະດອນ​ນຶ່ງ ​ໃນອ່າວ​ Bengal.

ຜູ້​ໂດຍສານ​ຢູ່​ໃນ​ເຮືອບິນ 8 ຄົນ​ເປັນພົນລ​ະ​ເຮືອນ.

ຢ່າງ​ໜ້ອຍມີ​ກຳ​ປັ່ນ 12 ລຳ ​ແລະ​ເຮືອ​ອື່ນໆ​ອີກ ໄດ້​ຖືກ​ສົ່ງໄປຊອກ​ຄົ້ນ​ຫາ​ເຮືອ ບິນທີ່​ຫາຍ​ສາບ​ສູນ ຢູ່​ໃນ​ບໍລິ​ເວນ​ອ່າວ Bengal.

​ເຮືອບິນ AN-32 ​ລຳ​ນີ້ ໄດ້ບິນ​ຂຶ້ນ​ຈາກ​ເມືອງ Channai ​ໃນ​ພາກ​ໃຕ້​ຂອງ​ປະ​ເທດປະມານ
8 ​ໂມງເຊົ້າ ຕາມ​ເວລາ​ທ້ອງ​ຖິ່ນ ​ໃນວັນ​ສຸກ​ວານ​ນີ້ ​ແລະຄາດ ວ່າ ​ຈະ​ລົງ​ຈອດ ທີ່​ເກາະ Port Blair ​ໃນເວລາສາມ​ຊົ່ວ​ໂມງ​ຕໍ່​ມາ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ຕິດ​ຕໍ່​ຄັ້ງ​ສຸດ​ທ້າຍ
ກັບ​ນັກ​ບິນ ​ແມ່ນ​ປະມານ 15 ນາທີ​ຫລັງ​ຈາກ​ເຮືອບິນ​ໄດ້​ບິນ​ຂຶ້ນ.

​ເຮືອບິນ​ AN-32 ສ້າງ​ໂດຍຣັດ​ເຊຍ ແມ່ນ​ຂ້ອນ​ຂ້າງ​ເກົ່າ ​ແລະ​ໂດຍ​ສະ​ເພາະແລ້ວເຮືອບິນ​
ລຳ​ດັ່ງກ່າວ​ນີ້ ​ໄດ້​ເກີດບັນຫາ​ດ້ານ​ເທັກ​ນິກສາມເທື່ອ ພຽງ​ແຕ່​ໃນ​ເດືອນ​ນີ້ ກ່ອນ​ທີ່​ໄດ້​ສ້ອມ​ແປງ ​ແລະ​ອະນຸຍາດ​ໃຫ້​ບິນ​ໄດ້ ​ໃນ​ວັນ​ສຸກ​ວານ​ນີ້ ອີງ ຕາມ​ລາຍ​ງານໜັງ​ສື​ພິມ​ the Times of India.

​ເຮືອບິນ AN-32 ສາມາດ​ບິນ​ໄດ້​ສີ່​ຊົ່ວ​ໂມງ​ ​ໂດຍ​ບໍ່​ຕ້ອງ​ໃສ່​ນໍ້າມັນ​ເພີ້​ມ.

ດິນ​ຟ້າ​ອາກາດໃນເວລາ​ທີ່​ເຮືອບິນ​ຫາຍ​ສາບ​ສູນ​ໄປ​ນັ້ນ ຍັງ​ບໍ່​ເປັນ​ທີ່​ຊາບ​ກັນ​ເທື່ອ ​ເຖິງ​ແມ່ນ​ວ່າ​ປັດຈຸບັນ ​ເປັນ​ລະດູລົມ​ມໍ​ລະ​ສຸມ​ຢູ່​ໃນ​ຂົງ​ເຂດ ທີ່​ພາ​ໃຫ້​ມີ​ຝົນຕົກ​ໜັກ ແລະນຳ​ເອົາລົມ​ແຮງ ມາສູ່ເຂດເອ​ເຊຍອາ​ຄະ​ເນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG