ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມກະບົດ ນິຍົມລັດທິເມົາ ໂຈມຕີຂະບວນລົດ ຂອງພັກ Congress ອິນເດຍ (ວີດິໂອ)


ຍາດພີ່ນ້ອງຂອງຜູ້ເສຍຊີວິດໃນເຫດການໂຈມຕີ ພາກັນຮ້ອງໄຫ້ ຢູ່ນອກໂຮງໝໍລັດຖະບານແຫ່ງນຶ່ງ ທີ່ເມືອງ Raipur ຂອງອິນເດຍ, ວັນທີ 25 ພຶດສະພາ 2013.
ຍາດພີ່ນ້ອງຂອງຜູ້ເສຍຊີວິດໃນເຫດການໂຈມຕີ ພາກັນຮ້ອງໄຫ້ ຢູ່ນອກໂຮງໝໍລັດຖະບານແຫ່ງນຶ່ງ ທີ່ເມືອງ Raipur ຂອງອິນເດຍ, ວັນທີ 25 ພຶດສະພາ 2013.
ພວກກະບົດ​ທີ່​ນັບຖື​ລັດທິ​ເມົາ​ເຊຕຸ​ງກຸ່ມ​ນຶ່ງ ​ໄດ້ທໍາ​ການ​ໂຈມ​ຕີ
​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອິນ​ເດຍ ທີ່​ໄດ້​ສັງຫານ​ຢ່າງ​ໜ້ອຍ
27 ຄົນ ​ໂຮມທັງເຈົ້າໜ້າທີ່​ທ້ອງຖິ່ນ​ຫຼາຍຄົນ​ຂອງ​ພັກ Congress
ຂອງ​ລັດຖະບານ.

​ເຈົ້າໜ້າ​ທີ່​ເວົ້າ​ວ່າ ​ເມື່ອ​ວັນ​ເສົາ​ວານ​ນີ້ ພວກ​ກະບົດ​ໃຫຍ່​ກຸ່ມ​ນຶ່ງ ​
ໄດ້ດັກ​ໂຈມ​ຕີ ຂະ​ບວນລົດ​ຂອງ​ພັກ Congress ຢູ່​ໃນ​ເຂດ​ປ່າ
Sukma ​ອັນ​ໜາ​ທຶບ ຂອງ​ລັດ Chhattisgarh. ຫຼາຍສິບ​ຄົນ​
ໄດ້​ຮັບ​ບາດ​ເຈັບ.

​ໃນ​ຈໍາ​ນວນ​ຜູ້​ເສຍ​ຊີວິດ​ນັ້ນ ກໍ​ມີ​ເຈົ້າໜ້າ​ທີ່​ພັກ​ຂອງ​ລັດ ທ່ານ Mahendra Karma ຜູ້​ທີ່​ໄດ້​ກໍ່ຕັ້ງໜ່ວຍ​ທະຫານ​ບ້ານ​ທ້ອງ​ຖິ່ນ ທີ່​ເອີ້ນ​ວ່າ​ກຸ່ມ Salwa Judum ນັ້ນ ຂຶ້ນ​ມາ​ເພື່ອ​ຕໍ່ສູ້​
ກັບ​ກຸ່ມ​ກະບົດ​ລັດທິ​ເມົາ​ເຊຕຸ​ງ. ຜູ້​ເຄາະ​ຮ້າຍ​ຄົນ​ອື່ນໆ ກໍ​ມີ​ໂຮ​ມທັງ ທ່ານ Nand Kumar
ຫົວໜ້າ​ພັກ​ຄ​ອງ​ແກຣສ ຂອງ​ລັດ ​ແລະ​ລູກ​ຊາຍ​ຂອງ​ທ່ານ. ພັກ​ຄ​ອງ​ແກຣສ ແມ່ນ​ເປັນ​
ພັກ​ຝ່າຍ​ຄ້ານ​ໃຫຍ່​ໃນ​ລັດ ຊຶ່ງ​ຈະມີ​ການ​ເລືອກ​ຕັ້ງ​ໃນທ້າຍ​ປີ​ນີ້.

ການ​ໂຈມ​ຕີ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ຕອນ​ແລງວັນ​ເສົາ​ວານ​ນີ້ ເວລາຂະ​ບວນລົດ​ຂອງ​ພັກ​
ຄອງ​ແກ​ຣສ ກໍາລັງ​ກັບ​ຕ່າວ​ຄືນສູ່​ເມືອງຫຼວງຂອງ​ລັດ ​ຫຼັງຈາກໄປ​ໂຮມ​ຊຸມນຸມ​ທາງ​ການ​
ເມືອງ​ກັນ.

ທ່ານນາງ Sonia Gandhi ປະທານ​ພັກ​ຄ​ອງ​ແກຣສ ​ໄດ້​ປະນາມສິ່ງ​ທີ່ ທ່ານ​ນາງ​ເອີ້ນ​ວ່າ ​
ເປັນ​ການ​ໂຈມ​ຕີ​ຄ່າ​ນິຍົມ​ປະຊາ​ທິປະ​ໄຕ​ຂອງ​ອິນ​ເດຍ. ສ່ວນນາຍົກລັດຖະມົນຕີ Manmohan Singh ກໍປະຕິຍານ​ວ່າ ​ລັດຖະບານ​ຈະຈັດການ​ຢ່າງ​ເດັດຂາດ​ກັບ​ພວກ​ທີ່​
ຮັບຜິດຊອບ ຕໍ່​ເຫດການ​ໂຈມ​ຕີນັ້ນ​.

ກຸ່ມ​ກະບົດ​ດັ່ງກ່າວ​ໄດ້​ທໍາ​ການ​ຕໍ່ສູ້​ ກັບ​ລັດຖະບານ​ກາງ​ມາ​ໄດ້ຫຼາຍກວ່າສີ່ທົດ​ສະ​ວັດ ຫຼື
ສີ່​ສິບ​ປີ​ມາ​ແລ້ວ ​ເພື່ອ​ທວງ​ເອົາ​ດິນ​ດອນ ​ແລະ​ວຽກ​ງານ ສໍາລັບ​ຊາວນາ​ຊາວ​ສວນ​ທີ່ເຊົ່າ
ທີ່​ດິນ ​ແລະຄົນ​ທຸກ​ຈົນ.

(ເບິ່ງວີດີໂອ)

XS
SM
MD
LG