ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕໍາຫລວດອິນເດຍ ຈັບໂຕການສໍາຄັນ ຈໍາໜ່າຍ ເຫລົ້າເຖື່ອນ (ເບິ່ງວີດີໂອ)


ຜູ້ຊາຍຄົນນຶ່ງ ພວມຊື້ເຫຼົ້າ ຈາກຮ້ານຂາຍເຫຼົ້າແຫ່ງນຶ່ງ ໃນປະເທດອິນເດຍ (1 ກຸມພາ 2012)
ຜູ້ຊາຍຄົນນຶ່ງ ພວມຊື້ເຫຼົ້າ ຈາກຮ້ານຂາຍເຫຼົ້າແຫ່ງນຶ່ງ ໃນປະເທດອິນເດຍ (1 ກຸມພາ 2012)

ຕໍາຫຼວດທີ່​ລັດ Bengal ຕາ​ເວັນ​ຕົກຂອງ​ອິນ​ເດຍ​ໄດ້​ຈັບ​ກຸມ​ຕົວ​ການ​ສໍາຄັນທີ່​ຮັບຜິດຊອບ​ຈໍາໜ່າຍ​ເຫຼົ້າ​ເຖື່ອນ ​ທີ່​ເປັນ​ພິດທີ່​ຜະລິດ​ຢູ່​ບ້ານ ຊຶ່ງ​ໄດ້​ເອົາ​ຊີ ວິດຫຼາຍຮ້ອຍ​ຄົນ​ທົ່ວ​ປະ​ເທດໃນ​ທຸກໆ​ປີ.

ໃນ​ຕົ້ນ​ເດືອນ​ມັງກອນ​ຜ່ານ​ມາ​ນີ້ ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວຢ່າງ​ໜ້ອຍ 15 ຄົນ ​ແລະອີກ 24 ຄົນ​ເຈັບ​ປ່ວຍ​ເຂົ້າ​ໂຮງໝໍ​ຫຼັງຈາກ​ໄດ້​ຊື້​ເຫຼົ້າ​ໃນ​ລາຄາ​ຖືກ​ຈາກພວກ​ກັ່ນ​ເຫຼົ້າ​ເຖື່ອນ​ໃນ​ລັດ Andhra Pradesh ​ໃນພາກ​ຕາ​ເວັນ​ອອກ​ຂອງອິນ​ເດຍ.

ໃນ​ເດືອນ​ທັນວາ​ປີຜ່ານມາ​ນີ້ ມີ​ຜູ້​ເສຍ​ຊີວິດ 155 ຄົນ ທີ່​ເຂດ Sangrampur ລັດ Bengal ຕາ​ເວັນ​ຕົກຫຼັງຈາກ​ດື່ມ​ເຫຼົ້າ​ເຖື່ອນທີ່​ເຈືອ​ປົນ​ດ້ວຍ​ສານພິດ​ເມທາ​ນອລ ນອກ​ນີ້​ແລ້ວກໍ​ມີ​ຢ່າງ​ໜ້ອຍ 135 ຄົນ​ທີ່​ເຈັບ​ປ່ວຍ​ຍ້ອນດື່ມ​ເຫຼົ້າ​ເຖຶ່ອນດັ່ງກ່າວ.

ເຫຼົ້າທີ່​ກັ່ນ​ຢູ່​ຕາມ​ບ້ານ ຖື​ວ່າ​ຜິດ​ກົດໝາຍ​ແລະ​ເປັນ​ບັນຫາ​ທີ່​ແຜ່​ລາມ​ອອກ​ໄປ​ຢ່າງ​ກວ້າງຂວາງ​ຢູ່​ໃນ​ອິນ​ເດຍ​ເວລາ​ນີ້. ລັດຖະບານ​ອິນ​ເດຍ​ໄດ້​ຄິດພາສີ​ແພງ​ທີ່​ສຸດໃນ​ພາກສ່ວນ​ເພື່ອ​ບໍ່​ໃຫ້​ຄົນ​ດື່ມ​ເຫຼົ້າໜັກ. ນອກ​ເໜືອ​ຈາກນີ້​ແລ້ວ ​ເຫຼົ້າທີ່​ຖືກຕ້ອງ​ຕາມ​ກົດໝາຍ​ນັ້ນ​ມີ​ຈໍາ​ໜ່າຍ​ຢູ່​ຕາມ​ຮ້ານ​ທີ່​ມີ​ໜັງສືອະນຸຍາດ​ຈາກ​ລັດຖະບານ​ເທົ່າ​ນັ້ນ.

XS
SM
MD
LG