ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິນເດຍ ຍິງຈະຫຼວດ ໃຫຍ່ທີ່ສຸດ ຂອງຕົນ ຂຶ້ນສູ່ ຫ້ວງອະວະກາດ


ຈະຫຼວດ GSLV Mark-III ຂອງອິນເດຍ ພຸ່ງຂຶ້ນຈາກບ່ອນສົ່ງ ທີ່ Sriharikota ໃນ​ແຄວ້ນ Andhra Pradesh ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້.
ຈະຫຼວດ GSLV Mark-III ຂອງອິນເດຍ ພຸ່ງຂຶ້ນຈາກບ່ອນສົ່ງ ທີ່ Sriharikota ໃນ​ແຄວ້ນ Andhra Pradesh ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້.

ອິນ​ເດຍ ​ໄດ້​ທົດ​ລອງ​ຍິງ​ລູກ​ຈະ​ຫຼວດ​ໃຫຍ່​ທີ່​ສຸດ​ຂອງ​ຕົນ ​ແລະ​
ສົ່ງ​ຍານ ອະວະກາດ​ທີ່​ບໍ່​ມີ​ຄົນ​ຂຶ້ນ​ໄປ​ນຳ​ລຳ​ນຶ່ງ ຢ່າງ​ສຳເລັດ​ຜົນ
ຊຶ່ງ​ສາມາດ​ສົ່ງ​ພວກ​ນັກ​ອະວະກາດ​ຂຶ້ນ​ສູ່​ຫ້ວງ​ອະວະກາດ​ໄດ້
​ໃນ​ຂັ້ນ​ຕໍ່​ໄປ​ນັ້ນ.

ຈະຫລວດສົ່ງ​ດາວ​ທຽມ GSLV MK III ​ໄດ້​ພຸ່ງ​ຂຶ້ນ​ຈາກບ່ອນ​ສົ່ງ​
ທີ່​ເຂດ Sriharikota ​ໃນ​ແຄວ້ນ Andhra Pradesh ​ໃນ​ພາກ​ໃຕ້
​ຂອງ​ປະ​ເທດ ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້.

ລູກຈະ​ຫຼວດ​ໃໝ່​ນີ້ ຈະ​ສາມາດ​ບັນທຸກ​ພວກ​ດາວ​ທຽມ​ທີ່​ໜັກ​ກວ່າ
​ເກົ່າ​ຂຶ້ນ​ສູ່ຫ້ວງ​ອະວະກາດ​ໄດ້.

ອິນ​ເດຍ​ໄດ້​ບັນລຸ​ຄວາມ​ສຳ​ເລັດໃນ​ການ​ສົ່ງ​ພວກ​ດາວ​ທຽມ​ທີ່​ເບົາ​ກວ່າໄດ້​ໃນ​ຫວ່າງ​ບໍ່ເທົ່າ​ ໃດ​ປີຜ່ານມາ​ນີ້ ​ແຕ່​ໄດ້​ປະສົບ​ກັບ​ບັນຫາ​ຕ່າງໆ ​ໃນ​ການ​ສົ່ງ​ພວກ​ດາວ​ທຽມ ​ທີ່​ມີ​ນ້ຳໜັກ​ຫລາຍ​ກວ່າ​ນັ້ນ.

​ໃນ​ເດືອນ​ກັນຍາ​ຜ່ານ​ມາ ຍານສຳຫລວດ​ດາວ​ພະ​ອັງຄານຂອງ​ອິນ​ເດຍ ​ໄດ້ບິນ​ເຂົ້າ​ສູ່​ວົງ​ໂຄຈອນ​ຂອງ​ດາວ​ນົບພະເຄາະ​ສີ​ແດງດັ່ງກ່າວ ຊຶ່ງ​ເຮັດ​ໃຫ້​ອິນ​ເດຍ​ເປັນ​ປະ​ເທດ​ເອ​ເຊຍ​
ທຳ​ອິດ ທີ່​ໄປ​ຮອດ​ດາວ​ພະ​ອັງຄານ ​ໃນ​ການ​ພະຍາຍາມ​ຄັ້ງ​ທຳ​ອິດ​ຂອງ​ຕົນ.

ໂຄງການດາວພະອັງຄານ​ຂອງອິນເດຍ ​ໄດ້​ຖືກ​ຍົກຍ້ອງ ຍ້ອນໄດ້ໃຊ້​ງົບປະມານ​ທີ່​ຈຳກັດ
ຂອງ​ຕົນ ໃນ​ວົງ​ເງິນ​ປະມານ 74 ລ້ານ​ດອນ​ລາ​ເທົ່ານັ້ນ.

indiaspace18december14
please wait

No media source currently available

0:00 0:00:56 0:00

XS
SM
MD
LG