ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ແລະ ອິນເດຍ ພົບປະຫາລືກັນ ສອງຝ່າຍ (ວີດິໂອ)


ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສະຫະລັດ ແລະທ່ານ Salman Khurshid ຄູ່ຕໍາແໜ່ງຝ່າຍອິນເດຍຂອງທ່ານ ຖ່າຍຮູບຮ່ວມກັນ ຢູ່ທີ່ ຫໍ Hyderabad ທີ່ນະຄອນຫລວງນີວແດລລີ ໃນວັນທີ 24 ມິຖຸນາ 2013. REUTERS/Jacquelyn Martin/Pool (INDIA - Tags: POLITICS) -
ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສະຫະລັດ ແລະທ່ານ Salman Khurshid ຄູ່ຕໍາແໜ່ງຝ່າຍອິນເດຍຂອງທ່ານ ຖ່າຍຮູບຮ່ວມກັນ ຢູ່ທີ່ ຫໍ Hyderabad ທີ່ນະຄອນຫລວງນີວແດລລີ ໃນວັນທີ 24 ມິຖຸນາ 2013. REUTERS/Jacquelyn Martin/Pool (INDIA - Tags: POLITICS) -
ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດ
ໄດ້ພົບປະກັບຄູ່ຕໍາແໜ່ງຝ່າຍອິນເດຍ ຄື ທ່ານ Salman
Khurshid ທີ່ນະຄອນຫລວງນີວແດລລີ.

ກະຊວງການຕ່າງປະເທດອິນເດຍເວົ້າວ່າ ການພົບປະໃນວັນຈັນ
ມື້ນີ້ ແມ່ນເພັ່ງເລັງໃສ່ “ເສົາຄໍ້າທີ່ສໍາຄັນ” ສາມອັນຂອງສາຍສໍາ
ພັນລະຫວ່າງສອງປະເທດ ນັ້ນກໍຄືບັນຫາຄວາມໝັ້ນຄົງຂອງ
ຂົງເຂດ, ເສດຖະກິດ ແລະເທັກໂນ ໂລຈີ.

ໃນການກ່າວຄໍາປາໄສລຸນຫລັງການພົບປະກັນ ທ່ານ Kerry ໄດ້ສະແດງຄວາມຍິນດີຕໍ່ການນໍາພາຂອງອິນເດຍໃນເວທີ
ສາກົນ ແລະໃຫ້ການຢືນຢັນຄືນຕໍ່ວິໄສທັດທີ່ປະເທດທັງສອງມີຮ່ວມກັນ ໃນດ້ານສັນຕິ
ພາບ ແລະສະຖຽນລະພາບ ໃນຂົງເຂດເອເຊຍ.

ທ່ານຍັງໄດ້ເວົ້າອີກວ່າ ປະເທດທັງສອງແມ່ນໃຫ້ການສະໜັບສະໜຸນແກ່ປະເທດອັຟກາ
ນິສຖານ “ທີ່ມີຄວາມສາມັກຄີ ແລະມີສະຖຽນລະພາບ” ແລະ ກ່າວເພີ້ມວ່າ ສະຫະລັດ
ໃຫ້ການສະໜັບສະໜຸນຕໍ່ການຊ່ວຍເຫລືອດ້ານເສດຖະກິດຂອງອິນເດຍ ແກ່ປະເທດ
ທີ່ຖືກສົງຄາມທໍາລາຍໃນຂົງເຂດເອເຊຍ ໃຕ້ດັ່ງກ່າວ.

ໃນວັນອາທິດວານນີ້ ທ່ານ Kerry ຍັງເວົ້າອີກວ່າ ໃນນາມທີ່ເປັນປະເທດປະຊາທິປະໄຕ
ໃຫຍ່ທີ່ ສຸດຂອງໂລກນັ້ນ ອິນເດຍແມ່ນສາມາດທີ່ຈະຫລິ້ນ ບົດບາດອັນສໍາຄັນໄດ້ ໃນການ
ສະໜັບສະໜຸນຕໍ່ການເລືອກຕັ້ງຂອງ ອັຟການິສຖານໃນປີ 2014 ໂດຍການຊ່ວຍລັດຖະ
ບານປະເທດດັ່ງກ່າວ ປັບປຸງລະລົບເລືອກຕັ້ງ ແລະ ສ້າງໂຄງຮ່າງສໍາລັບການແກ້ໄຂບັນ
ຫາຂັດແຍ້ງ ກັນໃນປະເທດດັ່ງກ່າວ.

ທ່ານ Kerry ຢ້ຽມຢາມ ອິນເດຍ
please wait

No media source currently available

0:00 0:01:41 0:00

ທ່ານຍັງ ໄດ້ຮຽກຮ້ອງໃຫ້ອິນເດຍປະຕິບັດການໃນ ເລື້ອງການປ່ຽນແປງຂອງດິນຟ້າອາ
ກາດ ໂດຍກ່າວວ່າ ມັນຈໍາເປັນສໍາລັບການສືບຕໍ່ຂະຫຍາຍຕົວຂອງປະເທດ. ເຈົ້າໜ້າ
ທີ່ສະຫະລັດເວົ້າວ່າ ສະຫະລັດຢາກໃຫ້ສິນຄ້າຂອງຕົນມີຊ່ອງທາງເຂົ້າສູ່ຕະຫລາດອິນ
ເດຍກວ້າງຂຶ້ນ. ສ່ວນຝ່າຍກຸງນີວແດລລີນັ້ນ ຢາກໃຫ້ມີນະໂຍບາຍຄົນເຂົ້າເມືອງ ທີ່ສະ
ດວກກວ່າເກົ່າ ເພື່ອເຮັດໃຫ້ພວກຄົນງານທີ່ມີຄວາມຊໍານິຊໍານານສູງຂອງອິນເດຍ ສາ
ມາດເຂົ້າເຖິງຕະຫລາດ ວຽກງານຂອງອາເມຣິກາງ່າຍຂຶ້ນ. ພວກນັກວິເຄາະເວົ້າວ່າ ບັນ
ຫາກ່ຽວກັບ ສິທິບັດ ກໍມີທ່າທີວ່າຈະຖືກ ນໍາມາສົນທະນາຫາລືເຊັ່ນກັນ.

ທ່ານ Kerry ມີກໍານົດທີ່ຈະກ່າວຄໍາປາໄສກ່ຽວກັບນະໂຍບາຍ ແລະພົບປະກັບ ລັດຖະມົນ
ຕີການຕ່າງປະເທດອິນເດຍ ທ່ານ Salman Khurshid ກ່ອນອອກເດີນທາງໄປຍັງ
Saudi Arabia ຕໍ່ໄປ ໃນວັນອັງຄານຈະມາເຖິງນີ້.
XS
SM
MD
LG