ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີຕ່າງປະເທດ ສະຫະລັດ ຢ້ຽມຢາມ ອິນເດຍ


ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະ
ລັດ ໄດ້ຖືກຕ້ອນຮັບທີ່ເດີ່ນບິນ ໂດຍທ່ານ Aman Puri ຈາກຫ້ອງການພິທີການທູດອິນເດຍ ໃນຂະນະທີ່ໄປເຖິງ ກຸງນີວແດລລີຂອງອິນເດຍ ໃນວັນທີ 23 ມິຖຸນາ 2013.
ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະ ລັດ ໄດ້ຖືກຕ້ອນຮັບທີ່ເດີ່ນບິນ ໂດຍທ່ານ Aman Puri ຈາກຫ້ອງການພິທີການທູດອິນເດຍ ໃນຂະນະທີ່ໄປເຖິງ ກຸງນີວແດລລີຂອງອິນເດຍ ໃນວັນທີ 23 ມິຖຸນາ 2013.
ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດ
ກໍາລັງ​ຢູ່ທີ່ປະ​ເທດອິນເດຍ ເພື່ອ​ເຄື່ອນ​ໄຫວ​ຢ້ຽມຢາມ​ເປັນ​
ເວລາ​ສາມ​ວັນ.

ທ່ານ Kerry ​ເດີນທາງ​ໄປເຖິງນະຄອນຫລວງນີວແດລລີ
​ໃນ​ວັນ​ອາທິດ​ມື້​ນີ້ ລຸນຫລັງຢຸດແຫວ່ທີ່ປະເທດ Qata ບ່ອນ
ທີ່ທ່ານໄດ້ພົບປະກັບບັນດາລັດຖະມົນຕີກະຊວງການຕ່າງ
ປະເທດກຸ່ມນຶ່ງ ເພື່ອຫາລືກັນກ່ຽວກັບບັນຫາຊີເຣຍ.

​ການເດີນທາງຢ້ຽມຢາມອິນເດຍຄັ້ງທໍາອິດຂອງທ່ານ Kerry ໃນນາມລັດຖະມົນຕີຕ່າງປະເທດສະຫະລັດນັ້ນ ​ເບິ່ງ​ຊົງວ່າ
ຈະເພັ່ງເລັງໃສ່​ເລື້ອງການຄ້າ, ຄົນເຂົ້າເມືອງ ແລະບັນຫາຄວາມໝັ້ນຄົງ.

ເຈົ້າໜ້າທີ່ສະຫະລັດເວົ້າວ່າ ສະຫະລັດຢາກໃຫ້ສິນຄ້າຂອງຕົນມີຊ່ອງທາງເຂົ້າສູ່ຕະ
ຫລາດອິນເດຍກວ້າງຂຶ້ນ. ສ່ວນຝ່າຍກຸງນີວແດລລີນັ້ນ ຢາກໃຫ້ມີນະໂຍບາຍຄົນເຂົ້າ
ເມືອງທີ່ສະດວກກວ່າເກົ່າ ເພື່ອເຮັດໃຫ້ພວກ​ຄົນ​ງານທີ່ມີຄວາມຊໍານິຊໍານານສູງຂອງອິນ
ເດຍ ສາມາດເຂົ້າເຖິງຕະຫລາດວຽກງານຂອງອາເມຣິກາງ່າຍຂຶ້ນ. ພວກນັກວິເຄາະເວົ້າ
ວ່າ ບັນຫາກ່ຽວກັບສິທິບັດ ກໍມີທ່າທີວ່າຈະຖືກ ນໍາມາສົນທະນາຫາລືເຊັ່ນກັນ.

ທ່ານ Kerry ມີກໍານົດທີ່ຈະກ່າວຄໍາປາໄສກ່ຽວກັບນະໂຍບາຍ ແລະພົບປະກັບລັດຖະ
ມົນຕີການຕ່າງປະເທດອິນເດຍ ທ່ານ Salman Khurshid ກ່ອນອອກເດີນທາງໄປຍັງ
Saudi Arabia ຕໍ່ໄປ ໃນວັນອັງຄານຈະມາເຖິງນີ້.
XS
SM
MD
LG