ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວຮິນດູລົງ ອາບແມ່ນໍ້າຄົງຄາ ໃນວັນອັດບຸນ Maha Kumbh Mela (ວີດິໂອ)


ຄູບາຍິງຊາວຮິນດູ ພາກັນຫລັ່ງໄຫລໄປເມືອງ
Allahabad ເພື່ອລົງອາບໃນແມ່ນໍ້າຄົງຄາ ໃນວັນປິດງານບຸນທາງສາສະໜາທີ່ຍິ່ງໃຫຍ່
ທີ່ດໍາເນີນໄປເປັນເວລາ 55 ວັນ ໃນທຸກໆ 12 ປີ
ຄູບາຍິງຊາວຮິນດູ ພາກັນຫລັ່ງໄຫລໄປເມືອງ Allahabad ເພື່ອລົງອາບໃນແມ່ນໍ້າຄົງຄາ ໃນວັນປິດງານບຸນທາງສາສະໜາທີ່ຍິ່ງໃຫຍ່ ທີ່ດໍາເນີນໄປເປັນເວລາ 55 ວັນ ໃນທຸກໆ 12 ປີ
ພວກນັບຖືສາສະໜາຮິນດູ ຫລາຍພັນຄົນຢູ່ທາງພາກເໜືອ
ຂອງອິນເດຍ ໄດ້ພາກັນໂດດລົງແມ່ນໍ້າຄົງຄາ ອັນເປັນການ
ອັດບຸນ Maha Kumbh Mela ທີ່ສີ້ນສຸດລົງໃນມື້ນີ້.

ໃນວັນອາທິດມື້ນີ້ ຊາວຮິນດູ ພາກັນຫລັ່ງໄຫລໄປເມືອງ
Allahabad ເພື່ອປິດງານບຸນທາງສາສະໜາທີ່ຍິ່ງໃຫຍ່
ທີ່ດໍາເນີນໄປເປັນເວລາ 55 ວັນ ໃນທຸກໆ 12 ປີ.

ຕາມຕໍານານຂອງສາສະໜາຮິນດູ ບຸນ Maha Kumbh
Mela ແມ່ນການ ສະຫລອງໄຊຊະນະຂອງເທວະດາ ໃນ
ການສູ້ລົບກັບປີສາດ ເພື່ອຍາດຊິງເອົາອາຫານທິບ ທີ່ເຮັດ
ໃຫ້ມີອາຍຸຍືນບໍ່ຕາຍຈັກເທື່ອ.

ໃນຕອນເລີ້ມຕົ້ນຂອງງານ ເມື່ອຫລາຍອາທິດຜ່ານມາພວກຈັດງານເວົ້າວ່າ ພວກເຂົາເຈົ້າ ຄາດວ່າ ຈະມີຜູ້ທີ່ນັບຖືສາສະໜາຮິນດູ ປະມານ 100 ລ້ານຄົນ ເພື່ອລົງອາບໃນແມ່ນໍ້າຄົງຄາ ຕາມພິທີທາງສາສະໜາ.

ເບິ່ງວີດີໂອກ່ຽວກັບຂ່າວນີ້:

XS
SM
MD
LG