ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄື້ນອາກາດຮ້ອນ ເຮັດໃຫ້ຊາວອິນເດຍ ເສຍຊີວິດກວ່າ 500 ຄົນແລ້ວ


ຄົນຖີບສາມລໍ້ ອິນເດຍຄົນນຶ່ງ ນັ່ງພັກຜ່ອນຢູ່ຮົ່ມ ທີ່ເມືອງ Hyderabad.
ຄົນຖີບສາມລໍ້ ອິນເດຍຄົນນຶ່ງ ນັ່ງພັກຜ່ອນຢູ່ຮົ່ມ ທີ່ເມືອງ Hyderabad.

ຄື້ນຟອງ​ຄວາມ​ຮ້ອນໃນ ປະ​ເທດ​ອິນ​ເດຍ​ໄດ້​ເຮັດ​ໃຫ້​ຫລາຍ​ກວ່າ
500 ຄົນເສຍ​ຊີວິດ​ໄປ​ແລ້ວ ​ແລະ​ບັນດາ​ນັກ​ພະຍາກອນ​ອາກາດ
ຄາດ​ວ່າ ສະພາບ​ອາກາດ ຮ້ອນຈັດດັ່ງກ່າວ ຍັງ​ຈະ​ດຳ​ເນີນ​ຢູ່​ຕໍ່​ໄປ​
ອີ​ກ​ໃນ​ໄລຍະສອງສາມມື້ຂ້າງໜ້ານີ້.

ການ​ເສຍ​ຊີວິດ​ສ່ວນ​ໃຫຍ່​ໄດ້​ເກີດ​ຂຶ້ນຢູ່ທີ່ລັດ​ Andhra Pradesh
​ແລະລັດ Telangana ທາງພາກໃຕ້ຂອງປະເທດ ບ່ອນ​ທີ່ກົມ​ອຸ​ຕຸ​
ນິຍົມ​ ທຳນາຍ​ວ່າ ອຸນຫະພູມ​ຈະຖີບຂຶ້ນສູງກາຍ 40 ອົງສາ​
Celsius ຢ່າງ​ໜ້ອຍໄປຈົນຮອດ ທ້າຍ​ເດືອນນີ້.

ຄື້ນຟອງ​ຂອງ​ຄວາມຮ້ອນ​ ໄດ້​ເຮັດ​ໃຫ້​ອຸນຫະ​ພູມ​ໃນແຕ່​ລະ​ວັນ ສູງ​ເຖິງ 48 ອົງສາ celcius
​ໃນ​ຮອບອາທິດຜ່ານ​ມາ ​ທີ່ເຮັດໃຫ້ມີຜູ້​ເສຍ​ຊີວິດເພີ້ມຂຶ້ນ.

​ໂຮງໝໍ ກຳລັງ​ປິ່ນປົວພວກ​ຄົນ​ເຈັບເປັນຈຳນວນຫລວງຫລາຍ ທີ່​ໄດ້ຕາກແດດ ແລະສູນ
ເສຍນ້ຳໃນຮ່າງກາຍຫຼາຍໂພດ ​ຈຶ່ງເຮັດ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່ ຮຽກຮ້ອງ​ໃຫ້ປະຊາຊົນຢູ່​ໃນ
ເຮືອນ ​ແລະ​ຫລີກ​ລ່ຽງ​ການອອກແຮງ​ງານໃນຕອນທີ່ມີ​ຄວາມ​ຮ້ອນ​ເອົ້າ​ທີ່​ສຸດໃນແຕ່ລະມື້​.

India Heat Wave
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG