ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜັກບົ່ວແຫງຂຶ້ນລາຄາ ພາໃຫ້ເກີດບັນຫາເສດຖະກິດ ແລະການເມືອງຢູ່ອິນເດຍ


ຜູ້ສະໜັບສະໜູນພັກ National Democratic Alliance ຊຶ່ງເປັນພັກຝ່າຍຄ້ານໃຫຍ່ໃນອິນເດຍ ພາກັນໂຮມຊຸມນຸມ ທີ່ກຸງນີວແດນລີ ໃນວັນທີ 22 ທັນວາ 2010, ເພື່ອປະທ້ວງການສໍ້ລາດບັງຫລວງ ຢູ່ໃນວົງການລັດຖະບານ ແລະບັນຫາລາຄາອາຫານທີ່ຖີບຕົວສູງຂຶ້ນນັບມ. (REUTERS/Parivartan Sharma)
ຜູ້ສະໜັບສະໜູນພັກ National Democratic Alliance ຊຶ່ງເປັນພັກຝ່າຍຄ້ານໃຫຍ່ໃນອິນເດຍ ພາກັນໂຮມຊຸມນຸມ ທີ່ກຸງນີວແດນລີ ໃນວັນທີ 22 ທັນວາ 2010, ເພື່ອປະທ້ວງການສໍ້ລາດບັງຫລວງ ຢູ່ໃນວົງການລັດຖະບານ ແລະບັນຫາລາຄາອາຫານທີ່ຖີບຕົວສູງຂຶ້ນນັບມ. (REUTERS/Parivartan Sharma)

ອິນເດຍກໍາລັງນໍາໃຊ້ຊຸດມາດຕະການຫລາຍໆຢາງຕິດຕກັນເພື່ອຈະຕ່າວປີ້ນການຖີບຕົວສູງ ຂຶ້ນຂອງລາຄາອາຫານ. ລາຍງານຂອງຜູ້ສື່ຂ່າວຂອງວີໂອເອ ຈາກນະຄອນຫລວງນີວແດນລີ ເວົ້າວ່າລັດຖະບານອິນເດຍມີຄວາມວິຕົກກັງວົນເປັນພິເສດກ່ຽວກັບຜົນກະທົບທາງການເມືອງ ຈາກການຖີບຕົວສູງຂຶ້ນຢາງໄວຂອງລາຄາຜັກບົ່ວແຫງ, ຊຶ່ງເປັນສວນປະກອບຫລັກຂອງ ອາຫານທຊາວອິນເດຍສ່ວນໃຫຍ່ ບໍລິໂພກກັນນັ້ນ.

ລັດຖະມົນຕີກະຊວງການເງິນຂອງ​ອິນ​ເດຍ ທ່ານ Pranab Mukherjee ຖມ​ໂທດ​ໃສການຖີບຕົວສູງຂຶ້ນແບບບໍ່ຢຸດຢັ້ງ
ຂອງລາຄາຜັກບົ່ວ​ແຫງນັ້ນວາເປັນ​ຕນ​ເຫດ​ພາ​ໃຫ້ລາຄາ
ອາຫານ​ເຟີ້ທີ່ໄດ້ຖີບຕົວສູງຂຶ້ນຫລາຍກວ່າ 12%, ດັ່ງ​ທີ່
ທ່ານໄດ້ຊີ້ແຈງ​ໃນ​ຕອນ​ນຶ່ງ​ວ່າ:

ຜັກບົ່ວແຫງຂຶ້ນລາຄາ ພາໃຫ້ເກີດບັນຫາເສດຖະກິດ ແລະການເມືອງຢູ່ອິນເດຍ
ຜັກບົ່ວແຫງຂຶ້ນລາຄາ ພາໃຫ້ເກີດບັນຫາເສດຖະກິດ ແລະການເມືອງຢູ່ອິນເດຍ

ທ່ານ MUKHERJEE
ເວົ້າວ່າ:

"ໄດ້ມີການເໜັງຕີງສູງຂຶ້ນ
ໃນພວກອາຫານແລະສິນ
ຄ້າຊະນິດອື່ນບາງ​ຢ່າງຢູ່
ໃນດັຊະນີລາຄາຂາຍສົ່ງ.
ແນ່ນອນ​ວ່າ ການປັ່ນ
ປ່ວນຂຶ້ນໆລົງໆຂອງ​ລາຄາໃນແຕ່ລະອາທິດກໍຍ່ອມມີ ແລະນຶ່ງໃນຫລາຍໆສາເຫດ
ທີ່ພາໃຫ້ເປັນເຊັ່ນນັ້ນ ກໍອາດແມ່ນເປັນຍ້ອນການ​ຖີບ​ຕົວ​ສູງຂຶ້ນຂອງລາຄາຜັກບົ່ວ
ແຫ້ງນັ້ນເອງ."

ລາຄາຜັກບົ່ວ​ແຫງໄດ້ທະວີຄູນຂຶ້ນສອງເທາຕົວໃນໄລຍະບໍ່ເທົ່າໃດມື້ມານີ້ ຊຶ່ງໄດ້ເປັນສາເຫດ
ໃຫ້ມີສຽງໂຈມຕີຈາກປະຊາຊົນ ແລະ​ໄດ້ເຮັດໃຫ້ລັດຖະບານຕົກຢູ່ໃນທ່າ​ແກ​ໂຕຍອນ ບໍ່ສາ ມາດເຮັດໃຫ້ລາຄາອາຫານ ອ່ອນຕົວລົງໄດ້ນນ.

ລັດຖະບານໄດ້ໃຫ້ຂໍ້ອ້າງວ່າ ຝົນທີ່ຕົກໜັກຢ່າງບໍ່ຢຸດບໍ່ຢັ້ງຢູ່ໃນເຂດປູກຜັກບົ່ວນັ້ນ ໄດ້ທໍາລາຍ
ຜົນ​ເກັບ​ກ່ຽວ ພາ​ໃຫ້​ມີຜັກບົ່ວ​ແຫ້ງ​ໜ້ອຍລົງ​ຢູ​ໃນ​ຕະຫລາດ ​ແລະ​ສງ​ຜົນ​ໃຫ​ລາຄາແພງຂນ.
ແຕ່ໃນຂະນະດຽວກັນນັ້ນ ລາຍງານຂອງສ​ມວນ​ຊົນກາວວ່າ​ ແມນເປັນຍ້ອນພວກພໍ່ຄ້າແມ່ຄ້າ ພາກັນກັກຕຸນຜັກບົ່ວໄວ້ເພື່ອເກັງກໍາໄລ.

ທ່ານ Anand Sharma ລັດຖະມົນຕີກະຊວງການຄ້າ ໄດ້ອອກ​ມາປະກາດໃນທັນທີທັນໃດ
ກ່ຽວກັບມາດຕະການທີ່ຈະເຮັດໃຫ້ລາຄາຜັກ​ບວ​ຖືກ​ລົງນນ.

ທານ Sharma ​ເວາ​ວາ "​ໄດ​ມີ​ການເກືອດຫ້າມຢ່າງເດັດຂາດ ບໍ່ໃຫ້ສົ່ງຜັກບົ່ວອອກ
ໄປຂາຍຕ່າງປະເທດ ຢ່າງບໍ່ມີກໍານົດ."

ນອກ​ນນ ລັດຖະບານອິນເດຍຍັງໄດ້ລົບ​ລາງພາສີນຳເຂົ້າຜັກບົ່ວ​ແຫງຈາກຕ່າງປະເທດ ແລະ
ປະກາດວ່າ ອິນເດຍຈະຊື້ຜັກບົ່ວຈາກປະກິສຖານ, ປະເທດເພື່ອນບ້ານ, ບອນທີ່ລາຄາຜັກ
ບົ່ວຕໍ່າກວ່າຫລາຍນັ້ນ. ​ແຕການນຳໃຊ້ບາດກ້າວດັ່ງກ່າວເຫລົ່ານີ້ ໄດ້ຊ່ວຍດຶງລາຄາຜັກບົ່ວ
ແຫງ​ໃຫ​ຖືກ​ລົງໜ້ອຍນຶ່ງເທົ່ານັ້ນ.

ກໍາມະກອນອິນເດຍຄົນນຶ່ງນັ່ງຢູ່ເທິງ ກອງຖົງຜັກບົ່ວແຫ້ງ ຢູ່ຕະຫລາດ ຂາຍສົ່ງແຫ່ງນື່ງໃນຊານເມືອງ Jammu, ວັນທີ 22 ທັນວາ 2010.
ກໍາມະກອນອິນເດຍຄົນນຶ່ງນັ່ງຢູ່ເທິງ ກອງຖົງຜັກບົ່ວແຫ້ງ ຢູ່ຕະຫລາດ ຂາຍສົ່ງແຫ່ງນື່ງໃນຊານເມືອງ Jammu, ວັນທີ 22 ທັນວາ 2010.

ຜັກບົ່ວ​ແຫ້ງ ເປັນ​ສວນ​ປະກອບ​ ຫລືເຄອງປຸງ
ແຕ່ງຫລັກໃນການເຮັດແກງກະຫລີ່ທີ່ລືຊື່ຂອງ
ຊາວອິນເດຍ ແລະນິຍົມໃຊ້ກັນຢ່າງຫລວງ
ຫລາຍໃນການປຸງອາຫານອິນເດຍຫລາຍໆ
ເຍື່ອງນໍາ ທັງຍັງເປັນບັນຫາທາງການເມືອງ
ອັນຫລໍ່ແຫລມໃນອິນເດຍອີກດ້ວຍ. ລາຄາຜັກ
ບົ່ວແຫ້ງທີ່​ແພງຂນແບບບໍ່ຢຸດ​ບໍ່ຢັ້ງນັ້ນ ໄດ້
ກາຍມາ​ເປັນບັນຫາ​ໃຫຍ ໃນການເລືອກຕັ້ງ
ຫລາຍໆຄັ້ງທີ່ຜ່ານມາ. ໃນປະເທດທີ່ປະຊາຊົນ
ຫລາຍໆລ້ານ​ຄົນມີ​ລາຍ​ໄດ້​ຕໍ່າ​ ບ​ມີ​ເງິນ​ພໍ
ແມນ​ແຕ່ຈະຊື້ຊີ້ນ ​ຫລືນນົມກິນ​ນນ ຜັກ​
ບົ່ວ​ແຫງ​ ຖື​ວ່າ​ເປັນ​ສິນຄ້າ​ທີ່​ທຸກ​ຄົນ​ພໍຊື້​ໄດ້.

ບໍ່ພຽງ​ແຕ່​ລາຄາ​ຜັກ​ບົ່ວແຫງເທົ່າ​ນັ້ນທີ່​ເຮັດ​ໃຫ້
ລັດຖະບານ​ອິນ​ເດ​ຍ​ກັງວົນ​ໃຈ, ຄວາມ​ຫວັງ​ທີ່
ວ່າຈະ​ມີ​ການ​ເກັບ​ກ່ຽວຜົນລະ​ປູກ​ຕ່າງໆ ​ຢ່າງ​
ພຽງພໍໃນ​ປີນີ້​ ເພື່ອ​ຈະ​ໄດ້​ຢັບຢັ້ງກາ​ນຖີບ​ຕົວ​ສູງ​ຂຶ້ນຂອງ​ລາຄາ​ອາຫານ​ນນ ກັບບໍ່​ເກີດ​ເປັນ
ຈິງ ​ແລະ​ໄພ​ເງິນ​ເຟີ້​ໂດຍ​ລວມກໍ​ຍັງ​ຄົງ​ຢູ່​ໃນ​ລະດັບ​ສູງ ຄືປະມານ 7.5% ຢູ.

ລາຄານໍ້າມັນ​ເຊື້ອ​ໄຟ​ ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ​ເກືອບຮອດ 6%​ ໃນ​ອາທິດ​ແລ້ວນີ້ ​ແລະກໍ​ມີ​ຄວາມ
ວິ​ຕົກກັນວ່າ ລາຄາ​ນໍ້າມັນ​ດິບ​ທ​ແພງ​ຂນໃນ​ຕະຫລາດ​ສາ​ກົນນັ້ນ ອາດສາມາດ​ພາ​ໃຫ້​
ບໍລິສັດ​ນໍ້າມັນ ຂຶ້ນລາຄາ​ນໍ້າມັນ​ແພງ​ຂນໄປ​ອີກດ້ວຍ.

ໄພ​ເງິນ​ເຟີ້​ທ​ຖີບຕົວ​ສູງ​ຂຶ້ນນັບ​ມ​ນ ໄດ້ເພີ້ມບັນຫາເຂົ້າ​ໃສ່ ຄວາມ​ກົດ​ດັນ​ທາງ​ການ​ເມືອງຕໍ່
ລັດຖະບານ​ອິນ​ເດຍທີ່​ມີ​ຢູ່​ແລ້ວນັ້ນ. ພວກ​ພັກ​ຝ່າຍ​ຄ້ານ ທີ່​ໄດ້​ຈັດຕັ້ງການ​ໂຮມ​ຊຸມນຸມຂະ​ໜາດໃຫຍ່ຂນ ​ຢູ່ນະຄອນຫລວງ​ນີວ​ແດນ​ລີ​ ໃນ​ອາທິດ​ຜານ​ມານີ້ ​ເພື່ອປະ​ທ້ວງການ​ສໍ້​ລາດ​ບັງ​ຫລວງ ຢູ່ໃນ​ວົງການລັດຖະບານ​ນັ້ນ ເວົ້າວ່າ ພວກ​ເຂົາ​ເຈົ້າຈະເນັ້ນໜັກ ເລອງບັນຫາ​ລາຄາ​ອາຫານ​ທີ່​ຖີບ​ຕົວ​ສູງ​ຂຶ້ນນັບ​ມນີ້ ​ໃນການ​ປະ​ທ້ວງຄັ້ງ​ໃຫຍ່​ໃນ​ທົ່ວ​ປະ​ເທດ ທີ່​ຈະ​ຈັດ​ຂຶ້ນ​ໃນຫລາຍໆອາທິດ ​ຕໜາ​ນີ້.

XS
SM
MD
LG