ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອາກາດບໍ່ດີ ເປັນອຸປະສັກ ຕໍ່ການກູ້ໄພ ນໍ້າຖ້ວມ ໃນອິນເດຍ (ວີດິໂອ)


ທະຫານກອງທັບອິນເດຍຊ່ວຍຄົນໄດ້ຮັບບາດເຈັບຜູ້ນຶ່ງ ລຸນຫລັງທີ່ນາງຖືກຊ່ວຍເອົາໄປຢູ່ໃນພູສູງທີ່ເມືອງ Joshimath ຂອງລັດ Uttarakhand ທາງພາກເໜືອຂອງອິນເດຍ ໃນວັນທີ 24 ມິຖຸນາ 2013.
ທະຫານກອງທັບອິນເດຍຊ່ວຍຄົນໄດ້ຮັບບາດເຈັບຜູ້ນຶ່ງ ລຸນຫລັງທີ່ນາງຖືກຊ່ວຍເອົາໄປຢູ່ໃນພູສູງທີ່ເມືອງ Joshimath ຂອງລັດ Uttarakhand ທາງພາກເໜືອຂອງອິນເດຍ ໃນວັນທີ 24 ມິຖຸນາ 2013.
ເຈົ້າໜ້າທີ່ອິນເດຍເວົ້າວ່າ ດິນຟ້າອາກາດທີ່ບໍ່ດີ ໄດ້ເປັນອຸປະ
ສັກຂັດຂວາງ ການດໍາເນີນຄວາມພະຍາຍາມໃນການຊ່ວຍ
ກູ້ໄພຢູ່ໃນລັດ Uttarakhand ທາງພາກເໜືອຂອງປະເທດ ທີ່ປະສົບກັບໄພນໍ້າຖ້ວມຢ່າງຮ້າຍແຮງນັ້ນ.

ເມກເຝື້ອທີ່ຕຶບໜາ ແລະຝົນຕົກໜັກ ໄດ້ເຮັດໃຫ້ເຮືອບິນເຮລິ
ຄອບເຕີ ທີ່ໃຊ້ເພື່ອ ໄປຮັບເອົາປະຊາຊົນຫລາຍພັນຄົນ ທີ່ຕົກ
ຄ້າງຢູ່ຂົງເຂດດັ່ງກ່າວນັ້ນ ບໍ່ສາມາດຂຶ້ນບິນໄດ້.

ໄພນໍ້າຖ້ວມ ແລະດິນເຈື່ອນ ທີ່ເກີດຈາກຝົນມໍລະສຸມ ໄດ້ເຮັດ
ໃຫ້ປະຊາຊົນເກືອບຮອດ 600 ຄົນເສຍຊີວິດ ບ້ານເຮືອນຈໍາ
ນວນຫລວງຫລາຍພັງທະລາຍ ແລະພວກເຈົ້າໜ້າທີ່ເຊື່ອວ່າຈໍານວນຄົນເສຍຊີວິດຈະມີ
ເພີ້ມຂຶ້ນ.

ທ່ານ Manmohan Singh ນາຍົກລັດຖະມົນຕີອິນເດຍ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະໃຫ້
ເງິນທົດແທນຄ່າເສຍຫາຍ ແກ່ຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍເສຍຊີວິດໄປ ແລະແກ່
ຜູ້ທີ່ສູນເສຍບ້ານເຮືອນໄປ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:
India
please wait
Embed

No media source currently available

0:00 0:01:04 0:00
XS
SM
MD
LG