ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

36 ຄົນ ເສຍຊີວິດ ຍ້ອນຢຽບກັນຕາຍ ໃນວັນບຸນ ຢູ່ອິນເດຍ (ສະໄລດ໌/ວີດິໂອ)


ເຫດການຕື່ນຕົກໃຈແລ່ນຢຽບກັນຕາຍ ຢູ່ທີ່ສະຖານີລົດໄຟ ໃນວັນອາທິດ ທີ 10 ກຸມພາ 2013, ໃນຊ່ວງງານບຸນທາງ ສາສະໜາອັນນຶ່ງ ເຮັດໃຫ້ 36 ຄົນ ເສຍຊີວິດຢູ່ເມືອງ Allahabad ທາງພາກເໜືອ ຂອງອິນເດຍ.
ເຫດການຕື່ນຕົກໃຈແລ່ນຢຽບກັນຕາຍ ຢູ່ທີ່ສະຖານີລົດໄຟ ໃນວັນອາທິດ ທີ 10 ກຸມພາ 2013, ໃນຊ່ວງງານບຸນທາງ ສາສະໜາອັນນຶ່ງ ເຮັດໃຫ້ 36 ຄົນ ເສຍຊີວິດຢູ່ເມືອງ Allahabad ທາງພາກເໜືອ ຂອງອິນເດຍ.
ເຈົ້າໜ້າທີ່ອິນເດຍກ່າວວ່າ ເຫດການຕື່ນຕົກໃຈແລ່ນຢຽບກັນ
ຕາຍຢູ່ທີ່ສະຖານີລົດໄຟ ໃນວັນອາທິດວານນີ້ ໃນຊ່ວງງານ
ບຸນທາງສາສະໜາອັນນຶ່ງໄດ້ເຮັດໃຫ້ 36 ຄົນ ເສຍຊີວິດ. ຜູ້
ໄດ້ຮັບເຄາະຮ້າຍ ສ່ວນໃຫຍ່ແມ່ນຜູ້ຍິງ.

ພວກເຈົ້າໜ້າທີ່ເວົ້າວ່າ ເຫດຮ້າຍດັ່ງກ່າວເກີດຂຶ້ນໃນຕອນທີ່
ພວກໄປສະແຫວງບຸນ ພາກັນກັບເມືອເຮືອນ ຫລັງເລີກຈາກ
ບຸນ ທີ່ດຶງດູດເອົາຫລາຍລ້ານຄົນເຂົ້າ ໄປຮ່ວມຢູ່ເມືອງ
Allahabad ທາງພາກເໜືອຂອງປະເທດ.

ຍັງບໍ່ເປັນທີ່ຮູ້ກັນຢ່າງຄັກແນ່ວ່າ ແມ່ນຫຍັງພາໃຫ້ເກີດການ
ແລ່ນຢຽບກັນຕາຍ ແຕ່ມີລາຍງານຫລາໆກະແສທີ່ບໍ່ກົງກັນ ກ່ຽວກັບລໍາດັບເຫດການຕ່າງໆ ທີ່ນໍາໄປສູ່ການແລ່ນຢຽບກັນ
ຕາຍນັ້ນ.

ລັດຖະມົນຕີກະຊວງລົດໄຟ ທ່ານ Pawan Kumar Bansal ໄດ້ປະຕິເສດຕໍ່ລາຍງານທີ່ ວ່າ ຮາວຈັບຢູ່ທີ່ຂົວໃຫ້ຄົນຍ່າງ ຢູ່ສະຖານີລົດໄຟແຫ່ງນັ້ນ ໄດ້ພັງລົງຍ້ອນຮັບນໍ້າໜັກຝຸງ ຄົນບໍ່ໄດ້.



ພວກເຈົ້າໜ້າທີ່ເວົ້າວ່າຫລາຍສິບຄົນໄດ້ຮັບບາດເຈັບ. ຫລາຍກວ່າ 30 ລ້ານຄົນໄດ້ໄປ ເຕົ້າໂຮມກັນ ໃນວັນອາທິດວານນີ້ ເພື່ອຈະ ໂຕນລົງໄປໃນບ່ອນທີ່ແມ່ນໍ້າຄົງຄາ ແລະນໍ້າ ຍົມມະນາຂອງອິນເດຍ ມາບັນຈົບ ຄົບກັນ. ມັນເປັນມື້ສັນວັນດີທີ່ສຸດຂອງບຸນ Khubh Mela ຂອງສາສະໜາຮິນດູ ຊຶ່ງຈັດຂຶ້ນ 12 ປີໃດ ເທື່ອນຶ່ງ.

ພວກນັບຖືສາສະໜາເຊື່ອວ່າ ການລົງໄປໃນແມ່ນໍ້າທີ່ຍິ່ງໃຫຍ່ເຫລົ່ານີ້ ແມ່ນເປັນການ ສະສາງລ້າງສ່ວາຍຕົນເອງໃຫ້ຫລຸດບາບ ຫລຸດກໍາ ແລະໃຫ້ພົ້ນຈາກວົງວຽນແຫ່ງການ ຕາຍແລະເກີດໃໝ່. ເຊື່ອກັນວ່າ ງານບຸນດັ່ງກ່າວໄດ້ເລີ້ມມາຕັ້ງ ແຕ່ 2 ພັນ ປີກ່ອນ. ຄາດ ກັນວ່າ ຈະມີພວກສະແຫວງບຸນປະມານ 100 ລ້ານຄົນ ລົງໄປອາບນໍ້າໃນໄລຍະບຸນ 55 ວັນດັ່ງກ່າວ ທີ່ໄດ້ເລີ້ມຕົ້ນຂຶ້ນ ໃນເດືອນແລ້ວນີ້.

ເບິ່ງວີດິໂອກ່ຽວກັບບຸນ Khubh Mela:

Pilgrims, Holy Leaders Travel to Kumbh Mela, World's Largest Religious Gathering
please wait

No media source currently available

0:00 0:02:35 0:00
ລິງໂດຍກົງ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG