ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິນເດຍ ປະຫານຊີວິດ ທ. Memon ທີ່ໂຈມຕີ ນະຄອນ ມຸມບາຍ ປີ 1993


India Execution
please wait
Embed

No media source currently available

0:00 0:01:20 0:00

ອິນ​ເດຍ ​ໄດ້​ປະຫານຊີວິດ ທ້າວ Yakub Memon ​ໃນ​ເຊົ້າ​ວັນ
​ພະຫັດ​ມື້​ນີ້ ​ໃນ​ຖານ​ວາງ​ລະ​ເບີດ ​ທີ່ນະຄອນ​ມຸມ​ບາຍ ເມື່ອປີ
1993 ທີ່ໄດ້​ສັງຫານ 257 ຄົນ.

ທ້າວ Memon ​ໄວ 53 ປີ ​ໄດ້​ຖືກ​ແຂວນ​ຄໍທີ່​ຄຸກ ​ໃນ​ເມືອງ​
Nagpur ທາງ​ພາກ​ຕາ​ເວັນ​ຕົກຂອງ​ປະ​ເທດ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ
ຫຼັງ​ຈາກ ທີ່​ສານ​ສູງສຸດ​ປະຕິ​ເສດ​ຕໍ່​ຄຳ​ຍອມຮັບ​ຮ້ອງຂໍອັນສຸດ​ທ້າຍ​ຂອງ​ຜູ້ກ່ຽວ.

ທ້າວ Memon ແມ່ນ 1 ​ໃນຈຳນວນ 11 ຄົນ ທີ່ໄດ້ຖືກຕັດ​ສິນ​ໂທ​ດຕັ້ນຕໍໃຫ້ປະຫານ​ຊີວິດ ​ໃນການ​ໂຈມ​ຕີ ​ແຕ່​ວ່າ ​ແມ່ນ​ເປັນ​ພຽງ​ຄົນ​ດຽວ​ທີ່​ຖືກ​ປະຫານ​ຊີວິດ. ສ່ວນ​ພວກ​ທີ່​ເຫຼືອ​ນັ້ນ​ໄດ້ ຖືກຜ່ອນຜັນຈາກ ໂທດ​ປະຫານ​ຊີວິດ ມາ​ເປັນ​ຕິດ​ຄຸກ​ຕະຫຼອດ​ຊີວິດ ​ແທນ.

ລາວ​ໄດ້​ຖືກ​ພົບເຫັນວ່າມີຄວາມຜິດໃນຖານໃຫ້ການ​ສະໜັບສະໜຸນ​ທາງ​ການ​ເງິນ​ແລະ​ວາງ​ລະ​ເບີ​ດ ໃນຫຼາຍໆ​ຈຸດ​ ທີ່ນະຄອນມຸມ​ບາຍ ​ເມື່ອ​ປີ 2007 ຊຶ່ງ​ຮວມທັງຕຶກ​ຕະຫຼາດ​ຮຸ້ນບອມ​ເບ ສຳນັກງານ​ສາຍການບິນ​ອິນ​ເດຍ ​ໂຮງ​ແຮງ​ແລະ​ໂຮງ​ຮູບ​ເງົາ.

ອ້າຍ​ຂອງ​ລາວ ທ້າວ Tiger Memon ​ແລະ​ຫົວໜ້າ​ແກ໊ງ Dawood Ibrahim ກໍສົງ​ໄສ​ວ່າ​ເປັນ​ຜູ້​ຢູ່​ເບື້ອງ​ຫຼັງ​ຂອງ​ໂຈມ​ຕີ​ທັງຫຼາຍ​ເຫຼົ່າ​ນີ້ ແລະພວກ​ເຂົາ​ ຍັງ​ບໍ່ທັນຖືກຈັບເທື່ອ​ ຈົນ ​ເທົ່າ​ເຖິງ​ປະຈຸ​ບັນ​ນີ້.

ບັນດາກຸ່ມ​ປົກປ້ອງເພື່ອສິດທິ​ມະນຸດ ​ໄດ້​ຕຳ​ນິຕິ​ຕຽນ​ອິນ​ເດ​ຍ ​ໃນ​ການ​ປະຫານ​ຊີວິດຄັ້ງນີ້.ອົງການ​ນິລະ​ໂທດ​ກຳ​ສາກົນ ​ເອີ້ນ​ການ​ກະທຳ​ດັ່ງກ່າວ​ນີ້ ​ແມ່ນ ​“​ບໍ່​ມີ​ຫົວ​ໃຈ”

ທ່ານ Aakar Patel ຜູ້ອຳນວຍການ​ປະຈຳປະເທດອິນເດຍ ຂອງອົງການ​ນິລະ​ໂທດ​ກຳ​ສາກົນ ກ່າ​ວວ່າ “ການ​ປະຫານ​ຊີວິດ ຈະ​ບໍ່ໄດ້​ໃຫ້ຄວາມ​ຍຸດຕິ​ທຳ ຕໍ່​ເຫດ​ລະ​ເບີດໃນ​ມຸມ​ບາຍ ເມື່ອປີ 1993 ​ແຕ່​ຢາງ​ໃດ. ມັນ​ເປັນ​ການໃຊ້​ໃນທາງ​ທີ່ຜິດໆ ​ໃນ​ຄວາມ​ພະຍາຍາມ ເພື່ອປ້ອງ​ກັນການ​ກໍ່​ການ​ຮ້າຍ​ແລະ​ການ​ໃຊ້​ລະບົບ​ຕຸ​ລາ​ການໃນ​ທາງ​ທີ່​ບໍ່ສົມສ່ວນ ເພື່ອ​ເປັນ​ເຄື່ອງມື ​ໃນ​ການ​ແກ້ແຄ້ນ.”

XS
SM
MD
LG