ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

10 ຄົນເສຍຊີວິດ ແລະ 62 ຄົນບາດເຈັບ ໃນເຫດລະເບີດ ຢູ່ນິວເດລີ (ເບິ່ງວີດີໂອ)


ເຫດລະເບີດຢູ່ນອກຕຶກສານສູງໃນນີວເດລີ ຂອງອິນເດຍ ເມື່ອວັນທີ່ 5 ເດືອນກັນຍານີ້
ເຫດລະເບີດຢູ່ນອກຕຶກສານສູງໃນນີວເດລີ ຂອງອິນເດຍ ເມື່ອວັນທີ່ 5 ເດືອນກັນຍານີ້

ພວກເຈົ້າໜ້າທີ່ອິນເດຍເອີ້ນເຫດລະເບີດທີ່ຕ້ອງສົງໃສຢູ່ນອກຕຶກສານສູງ ໃນນະຄອນຫລວງ ນີວເດລີນັ້ນວ່າເປັນ ການໂຈມຂອງພວກກໍ່ການຮ້າຍໂດຍເຈດຕະນາ ຫລັງຈາກໄດ້ສັງຫານ ຢ່າງໜ້ອຍ 10 ຄົນແລະບາດເຈັບ ອີກ 62 ຄົນ.

ຕໍາຫລວດກ່າວວ່າ ພວກເຂົາເຈົ້າເຊື່ອວ່າ ວັດຖຸລະເບີດທີ່ມີຄວາມແຮງປານກາງ ໄດ້ຖືກຊຸກ ເຊຶ່ອງໄວ້ໃນກະເປົາເອກະສານຢູ່ໃກ້ທາງເຂົ້າຂອງຕຶກ. ລະເບີດໄດ້ແຕກຂຶ້ນໃນຕອນເຊົ້າຂອງ ວັນພຸດມື້ນີ້ ຂະນະທີ່ປະຊາ ຊົນໄປເຕົ້າໂຮມກັນຢູ່ນອກຕຶກ ເພື່ອລໍຖ້າເຂົ້າໄປໃນສານ.

ໃນການຖະແຫຼງຈາກບັງກລາແດັສນັ້ນ ທ່ານ Manmohan Singh ນາຍົກລັດຖະມົນຕີ ອິນເດຍ ໄດ້ປະນາມການໂຈມຕີວ່າເປັນພຶດຕິກໍາທີ່ຂີ້ຂາດຕາຂາວ ແລະທ່ານໄດ້ຮຽກຮ້ອງ ໃຫ້ຊາວອິນເດຍຈົ່ງປຸ້ມລຸມສາ ມັກຄີກົມກຽວກັນ ເພື່ອທັບມ້າງພວກກໍ່ການຮ້າຍນັ້ນໃຫ້ໄດ້.

ທ່ານ P. Chadambaram ລັດຖະມົນຕີກະຊວງພາຍໃນອິນເດຍໄດ້ໄປຢ້ຽມຢາມບ່ອນ ເກີດເຫດແລະກ່າວວ່າ ຄະນະສືບສວນສອບສວນກໍາລັງລົງມືປະຕິບັດການໃນເລື່ອງນີ້ແລ້ວ.

ສ່ວນທ່ານ S.C. Sinha ຫົວໜ້າສືບສວນຂອງລັດຖະບານກາງຂອງອິນເດັຍກ່າວຕໍ່ພວກ ນັກຂ່າວວ່າ ຕົນໄດ້ຮັບອີແມລສະບັບນຶ່ງທີ່ມີລາຍງານວ່າ ສົ່ງມາຈາກກຸ່ມ Harkat-al-Jihad al-Islami ຊຶ່ງເປັນກຸ່ມມຸສລິມຫົວຮຸນ ແຮງທີ່ມີການເຄື່ອນໄຫວຢູ່ໃນຂົງເຂດ.

XS
SM
MD
LG