ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວທິເບດພັດຖິ່ນ ສະ​ເຫລີ​ມ ສະຫລອງ ວັນ​ເກີດ​​ ຂອງອົງດາ​ໄລ ລາ​ມະ (ວີດີໂອ)


ບັນດາຜູ້ນຳ​ສາສະໜາ​ພຸດ ​ພາກັນ ສະ​ເຫລີ​ມສະຫລອງ ວັນ​ເກີດ​
ຄົບຮອບ 79 ພັນ​ສາ​ຂອງ ອົງດາ​ໄລ ລາ​ມະ.
ບັນດາຜູ້ນຳ​ສາສະໜາ​ພຸດ ​ພາກັນ ສະ​ເຫລີ​ມສະຫລອງ ວັນ​ເກີດ​ ຄົບຮອບ 79 ພັນ​ສາ​ຂອງ ອົງດາ​ໄລ ລາ​ມະ.

ຊາວ​ທິ​ເບ​ດ ທີ່​ລີ້​ໄພ​ໃນ​ຕ່າງປະ​ເທດ ພາກັນ​ສະ​ເຫລີ​ມສະຫລອງ
ວັນ​ເກີດ​ຄົບຮອບ 79 ພັນ​ສາ​ຂອງ ອົງດາ​ໄລ ລາ​ມະ ຜູ້ນຳ​ທາງ
​ຈິດ​ໃຈ​ຂອງເຂົາ​ເຈົ້າ ຢູ່​ທີ່​ເມືອງ Shimla ​ໃນ​ລັດ Himachal
Pradesh ທາງພາກ​ເໜືອ​ຂອງອິນ​ເດຍ ​ໃນ​ວັນ​ຈັນ​ມື້​ນີ້.

ພວກ​ເຫລື້ອມ​ໃສໃນພະ​ອົງ ພ້ອມ​ກັບພະສົງ ​ແລະ ນັກ​ສຶກສາ
ຈຳນວນ​ຫລວງຫຼາຍ ພາກັນໄປເຕົ້າ​ໂຮມ​ກັນ​ຢູ່​ທີ່ ​ໂຮງຮຽນ​ສູນ​ກາງທິ​ເບ​ດ ຫຼື Central Tibetan School ​ໃນໂອກາດນີ້ ​ແລະ ຂໍ​ພອນ​ປະ​ເສີດ​ຈາກ ຜູ້ນຳ​ທາງ​ຈິດ​ໃຈ​ຂອງເຂົາ​ເຈົ້າ ດ້ວຍ​ການ​ກາບ​ລົງ​ຕໍ່ໜ້າ​ຮູບ​ປັ້ນ​ຂອງອົງ ດາ​ໄລ ລາ​ມະ.

ອົງດາ​ໄລ ລາ​ມະ ເກີດເມື່ອວັນ​ທີ 6 ກໍລະກົດປີ 1935 ໃນຄອບຄົວ​ ຊາວນາ ​ຢູ່​ໃນເຂດ
​ຕາ​ເວັນ​ອອກສຽງ​ເໜືອ​ຂອງທິ​ເບ​ດ ໂດຍ​ມີ​ຊື່ວ່າ Lhamo Dhondup. ​ໃນຕອນ​ທີ່ພະອົງ​ມີ​
ອາຍຸ​ໄດ້​ພຽງ 2 ປີ ບັນດ ຜູ້ນຳ​ສາສະໜາ​ພຸດ ​ພາກັນ​ລະບຸ​ວ່າ ພະອົງ​ເປັນອົງດາ​ໄລ ລາ​ມະ
ອົງ​ທີ 13 ທີ່​ໄດ້​ກັບ​ຊາດ​ມາ​ເກີດ ​ແລະ ​ໄດ້​ຕັ້ງຊື່​ໃໝ່​ໃຫ້​ພະອົງ​ວ່າ Tenzin Gyasto.

ຕອນ​ພະອົງ​ມີອາຍຸ​ໄດ້ 6 ປີ ພະອົງ​ໄດ້​ເລີ້ມ​ເຂົ້າສຶກສາ​ທຳ​ມະຢູ່​ວັດແລະ ​ໃນ​ຕອນ​ອາຍຸ 15
ພັນ​ສາ ກໍໄດ້​ຮັບ​ອຳນາດທາງ​ການ​ເມືອງ​ໃນ​ທິ​ເບ​ດ ຫລັງ​ຈາກ​ການ​ເຂົ້າມາ​ຮຸກ​ຮານ​ຂອງຈີນ ​
ໃນ​ດິນ​ແດນ​ຂອງ​ພະ​ອົງ.

ອົງດາ​ໄລ ລາ​ມະ ​ໄດ້​ຫລົບໜີໄປ​ລີ້​ໄພ ຢູ່​ອິນ​ເດຍ ​ໃນ​ປີ 1959 ຫຼັງຈາກ​ການ​ລຸກ​ຮື​ຂຶ້ນ
ຕໍ່​ຕ້າ​ນຈີນ​ທີ່ພະ​ອົງ​ນຳພາ ​ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ.

INDIA DALAI LAMA BIRTHDAY VO
please wait

No media source currently available

0:00 0:00:54 0:00

Tibetans in exile have celebrated the 79th birthday of their spiritual leader, the Dalai Lama, in Shimla city in India's northern Himachal Pradesh state.

A large number of devotees, monks and students gathered at Central Tibetan School on the occasion and sought blessings from their spiritual leader by bowing before his statue.

The Dalai Lama was born Lhamo Dhondup on July 06, 1935 to a farming family in northeastern Tibet. Buddhist leaders identified him as the reincarnation of the 13th Dalai Lama when he was just two years old and was re-named Tenzin Gyasto.

At age six, he began monastic education, and at 15 assumed political power in Tibet following China's invasion.

The Dalai Lama fled into exile in India in 1959 after an abortive uprising against Chinese rule.

XS
SM
MD
LG