ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິນເດຍ ຕອບໂຕ້ຄືນ ແລະຮ້ອງປາກິສຖານວ່າ ປະເທດກໍ່ການຮ້າຍ


ກຳລັງລັດຖະບານອິນເດຍ ຍາມຢູ່ຕາມຖະໜົນ ທີ່ເຕັມໄປດ້ວຍ ກ້ອນຫິນ ທີ່ພວກປະທ້ວງແກວ່ງໃສ່.
ກຳລັງລັດຖະບານອິນເດຍ ຍາມຢູ່ຕາມຖະໜົນ ທີ່ເຕັມໄປດ້ວຍ ກ້ອນຫິນ ທີ່ພວກປະທ້ວງແກວ່ງໃສ່.

ອິນ​ເດຍ​ ໄດ້​ສະ​ແດງ​ປະຕິກິລິຍາຕອບໂຕ້​ຢ່າງ​ແຮງຕໍ່​ການ​ຕິຕຽນ​ຂອງ​ປາ​ກິ​ສຖານ ທີ່​ວ່າ​ ຕົນ​ໄດ້​ປາບ​ປາມ​ພວກ​ປະ​ທ້ວງ​ໃນແຄວ້ນ Kashmir ​ໂດຍ​ຮ້ອງ​ປະ​ເທດ​ຄູ່ ປໍ​ລະ​ປັກ​ວ່າ “​ເປັນ​ປະ​ເທດ​ກໍ່​ການ​ຮ້າຍ.”

ນາຍົກລັດຖະມົນຕີປາກິສຖານ ທ່ານ Nawaz Sharif ​ໃນ​ຂະ​ນະ​ທີ່​ກ່າວຄຳ​ປາໄສ ໃນວັນ
​ພຸດ​ທີ່​ຜ່ານ​ມາ​ ຢູ່​ກອງ​ປະຊຸມປະຈຳ​ປີ ຂອງ​ສະມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້​ຮຽກຮ້ອງ
​ໃຫ້ມີ​ການ​ສືບ​ສວນ​ຢ່າງ​ເປັນອິດ​ສະຫລະ ​ກ່ຽວ​ກັບ​ຍ​ອັນ​ທີ່​ທ່ານຮ້ອງ​ວ່າ “ການສັງຫານ​ແບບ​ຮວບ​ຮັດ​ຕັດ​ຕອນ" ​ແລະ​ “ການ​ກໍ່​ໂທດ​ກຳ​” ຢູ່​ໃນແຄວ້ນ Kashmir ​ເພື່ອ​ລົງ​ໂທດ ພວກ​ທີ່​ຮັບຜິດຊອບ.

ນັກ​ການ​ທູດອິນ​ເດຍປະຈຳ​ສະຫະ​ປະຊາ​ຊາດ ທ່ານນາງ Eenam Gambhir ​ໄດ້​ໃຊ້​ສິດ​ປະ​ເທດ​ຂອງ​ທ່ານນາງ ​ກ່າວ​ຕອບ​ໂຕ້ ​ໂດຍ​ບໍ່​ໃຫ້​ຄວາມ​ສຳຄັນ​ຕໍ່ຄຳປາ​ໄສ​ຂອງ​ທ່ານ Sharif ວ່າ “​ເປັນ​ການ​ເທດ​ສະໜາທີ່​ໜ້າ​ໄຫວ້​ຫລັງ​ຫລອກ.”

ນາຍົກລັດຖະມົນຕີປາກິສຖານ ທ່ານ Nawaz Sharif ກ່າວທີ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ວັນທີ 21 ກັນຍາ 2016.
ນາຍົກລັດຖະມົນຕີປາກິສຖານ ທ່ານ Nawaz Sharif ກ່າວທີ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ວັນທີ 21 ກັນຍາ 2016.

ທ່ານ​ນາງ​ກ່າວ​ວ່າ “ອັນ​ທີ່​ອິນ​ເດຍ​ເຫັນ​ຢູ່​ໃນ​ປາ​ກິ​ສຖານ​ກໍ​ຄື ​ເປັນ​ປ​ະເທດກໍ່​ການ​ຮ້າຍ ຊຶ່ງ​ນຳ​ເງິນ​ເຂົ້າ​ຫລາຍ​ພັນ​ລ້ານ​ໂດ​ລາ ສ່ວນ​ໃຫຍ່​ໄດ້​ມາ​ຈາກ​ການ​ຊ່ວຍ​ເຫລືອ​ຈາກ​ນາໆ​ຊາດ ​ເພື່ອເຝິກ​ແອ​ບ, ຊ່ວຍ​ດ້ານ​ການ​ເງິນ ​ແລະ​ສະ​ໜັບສະ​ໜູນ​ບັນດາ​ກຸ່ມ​ກໍ່​ການ​ຮ້າຍ​ ທີ່ເປັນ​ພວກຫົວ​ຮຸນ​ແຮງຕ້ານ​ບັນດາ​ເພື່ອນ​ບ້ານ​ຂອງຕົນ.”

່ພວກນັກເຄື່ອນໄຫວປາກິສຖານ ພາກັນປະທ້ວງຖືຮູບຊາວ Kashmiri ທີ່ຖືກສັງຫານ.
່ພວກນັກເຄື່ອນໄຫວປາກິສຖານ ພາກັນປະທ້ວງຖືຮູບຊາວ Kashmiri ທີ່ຖືກສັງຫານ.

ທ່ານ​ນາງ Gambhir ​ໄດ້​ຕິຕຽນ​ປາ​ກິ​ສຖານ ໃນ​ການວາງ​ແຜນ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ ​ທີ່ພວກ​ກະບົດໄດ້ໂຈມ​ຕີ​ຄ້າຍ​ະະຫານ​ອິນ​ເດຍຢູ່​ໃນແຄວ້ນ Kashmir ຊຶ່ງໄດ້​ສັງຫານ​ທະຫານ 18 ຄົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG