ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຢ່າງໜ້ອຍ 24 ຄົນ​ ເສຍ​ຊີວິດ​ ຍ້ອນ ຕຶກພັງ ຢູ່ອິນເດຍ (ສະໄລດ໌/ວີດີໂອ)


ພວກກູ້ໄພ ກໍລັງນໍາເອົາຜູ້ຍິງຄົນນຶ່ງອອກຈາກ ຊາກຕຶກຫັກພັງ ທີ່ນະຄອນ Mumbai ປະເທດອິນເດຍ
ພວກກູ້ໄພ ກໍລັງນໍາເອົາຜູ້ຍິງຄົນນຶ່ງອອກຈາກ ຊາກຕຶກຫັກພັງ ທີ່ນະຄອນ Mumbai ປະເທດອິນເດຍ
ບັນດາ​ເຈົ້າ​ໜ້າ​ທີ່​ອິນ​ເດຍກ່າວ​ວ່າ​ ຢ່າງ​ໜ້ອຍ 24 ຄົນ​ໄດ້​ເສຍ​ຊີ
ວິດ​ ຍ້ອນການ​ພັງ​ລົງ ​ຂອງ​ເຮືອນ​ຫລາຍ​ຊັ້ນ ຊຶ່ງ​ເປັນທີ່​ພັກ ​ຂອງ​
ພະນັກງານ​ລັດຖະບານທີ່ນະຄອນ​ Mumbai ​ແລະ​ເຂົາ​ເຈົ້າຢ້ານ​
ວ່າ ຈໍານວນ​ຜູ້​ເສຍ​ຊີວິດ​ອາດຈະ​ເພີ້​ມຂື້ນຕື່ມ.

ໃນ​ວັນ​ເສົາ​ມື້​ນີ້ພວກນັກ​ກູ້​ໄພຍັງ​ສືບ​ຕໍ່ພາກັນຊອກ​ຄົ້ນຫາຫຼາຍໆ
​ຄົນ​ທີ່ອາດ​ຈະ​ຖືກຊາກ​ຫັກ​ພັງ​ທັບ​ຖົມ​ຢູ່​.

ຕຶກ​ອາຄານ​ພັງແມ່ນ​ຖື​ເປັນ​ເລື່ອງ​ທຳ​ມະ​ດາຢູ່​ໃນ​ອິນ​ເດຍ ​ເພາະ
ວ່າບັນດາຜູ້​ກໍ່ສ້າງ ມັກ​ພາກັນ​ໃຊ້​ອຸບປະກອນ​ທີ່​ບໍ່​ໄດ້​ມາດຕະ
ຖານ ​ແລະ​ຕຶກ​ຫລາຍ​ຊັ້ນ​ ມັກ​ສ້າງ​ຂື້ນ​ໂດຍ​ປາດ​ສະ​ຈາກ​ການ
ຄວບ​ຄຸມ​ດູ​ແລ​ຢ່າງ​ພຽງພໍ.



ຢ່າງ​ໜ້ອຍ 10 ຄົນ​ໄດ້​ເສຍ​ຊີວິດ​ໃນ​ເດືອນ​ມິຖຸນາຜ່ານ​ມາ ​ເວລາ​ຕຶຶກຫໍ​ພັກ​ຢູ່​ໃກ້​ນະຄອນ Mumbai ​ໄດ້​ພັງ​ລົງ​ມາ.

​ໃນ​ເດືອນ​ເມສາປີນີ້ ມີ 74 ຄົນ​ເສຍຊີວິດ​ໃນ​ໄ​ພພິບັດ​ຕຶກ​ອາຄານ​ພັງ​ທີ່ຮ້າຍ​ແຮງ​ທີ່​ສຸດ ໃນ​ປະຫວັດ​ສາດ​ຂອງ​ອິນ​ເດຍ ​ເວລາຕຶຶກ​ອາຄານ​ຫຼັງນຶ່ງ ທີ່ກໍ່ສ້າງ​ຂື້ນມາ​ຢ່າງຜິດ​ກົດໝາຍ​ ​ໃນ​ເຂດຊາ​ນ​ເມືອງ ຂອງ​ນ​ະຄອນ Mumbai ​ໄດ້​ຫັກ​ພັງ​ລົງ​ມາ.

India Building
please wait
Embed

No media source currently available

0:00 0:00:50 0:00
XS
SM
MD
LG