ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

6 ຄົນເສຍຊີວິດ ໃນເຫດໂຮງແຮມພັງ ຢູ່ອິນເດຍ (ສະໄລດ໌/ວີດິໂອ)


ຍາດພີ່ນ້ອງຂອງພວກເຄາະຮ້າຍ ສະແດງຄວາມເສົ້າເສຍໃຈ ໃນເຫດໂຮງ​ແຮມ​ສອງ​ຊັ້ນຫລັງນຶ່ງ ​ຫັກ​ພັງ​ລົງ​ ໃນອິນເດຍ ວັນຈັນ​ມື້​ນີ້ ​ທີ່ພາໃຫ້ມີ​ຜູ້​ເສຍ​ຊີວິດ ຢ່າງ​ນ້ອຍ 6 ຄົນ ​​ແລະ​ໄດ້​ຮັບບາດ​ເຈັບ 12 ຄົນ.
ຍາດພີ່ນ້ອງຂອງພວກເຄາະຮ້າຍ ສະແດງຄວາມເສົ້າເສຍໃຈ ໃນເຫດໂຮງ​ແຮມ​ສອງ​ຊັ້ນຫລັງນຶ່ງ ​ຫັກ​ພັງ​ລົງ​ ໃນອິນເດຍ ວັນຈັນ​ມື້​ນີ້ ​ທີ່ພາໃຫ້ມີ​ຜູ້​ເສຍ​ຊີວິດ ຢ່າງ​ນ້ອຍ 6 ຄົນ ​​ແລະ​ໄດ້​ຮັບບາດ​ເຈັບ 12 ຄົນ.
ບັນດາ​ເຈົ້າ​ໜ້າ​ທີ່ຢູ່​ເມືອງ Secunderabad ທາງພາກ​ໃຕ້​ຂອງ
ອິນ​ເດຍ ກ່າວ​ວ່າ ​ໂຮງ​ແຮມ​ສອງ​ຊັ້ນຫລັງ​ນຶ່ງ ​ໄດ້​ຫັກ​ພັງ​ລົງ​ ໃນ
​ວັນ​ຈັນ​ມື້​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ຢ່າງ​ນ້ອຍ 6 ຄົນ ແລະ​ໄດ້​ຮັບ
​ບາດ​ເຈັບ 12 ຄົນ.

ພວກ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ພະ​ນັກ​ງານ​ກູ້​ໄພ ກໍາລັງ​ທໍາ​ການຄົ້ນ​
ຫາ​ຢູ່ ໂຮງ​ແຮມ City Light ທີ່ຫັກ​ພັງລົງ​ນັ້ນ ​ເພື່ອ​ຊອກ​ຫາຜູ້​ຄົນ​
ຈໍານວນ​ນຶ່ງ ທີ່​ຕົກ​ຄ້າງ​ຢູ່​ໃຕ້ ຊາກ​ເພພັງ​ນັ້ນ ​ແລະ​ຢ້ານ​ວ່າ​ ໂຕ​
ເລກ​ຂອງຜູ້​ເສຍ​ຊີວິດນັ້ນ ຈະ​ສູງ​ຂື້ນ.

ຕໍາຫລວດ​ກ່າວ​ວ່າ ຕຶກ​ດັ່ງກ່າ​ວນັ້ນ ​ຫັກ​ພັງ​ລົງ​ມາ​ຍ້ອນ​ຮັບນໍ້າໜັກ​ຂອງ​ຕົນ​ເອງ ຕໍ່​ໄປ​ອີກ​ບໍ່​ໄດ້ ​ເພາະເກົ່າ​ແກ່ຫລາຍ.


​ໃນ​ເດືອນ​ແລ້ວນີ້ ຕຶກ​ເຮືອນ​ຢູ່​ແບບ apartment ​ຫລັງ​ນຶ່ງ ຢູ່​ນອກນະຄອນ Mumbai ​ສູນ​ກາງ​ການ​ເງິນ​ຂອງ​ອິນ​ເດຍ ​ໄດ້​ຫັກ​ພັງ​ລົງ​ ​ເຮັດ​ໃຫ້ 10 ຄົນ​ເສຍ​ຊີວິດ ຮວມ​ທັງ​ເດັກນ້ອຍ
5 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 9 ຄົນ.

ຕຶກ​ຫັກ​ພັງ​ມັກ​ເກີດ​ຂື້ນ​ຢູ່​ໃນ​ອິນ​ເດຍ ​ເພາະວ່າ​ພວກ​ກໍ່ສ້າງ ມັກ​ໃຊ້​ເຄື່ອງທີ່​ບໍ່​ໄດ້​ມາດ​ຕະຖານ ​ແລະ​ການ​ກໍ່​ສ້າງ​ອາຄານຫລາຍໆ​ຊັ້ນ ກໍມັກ​ຈະ​ສ້າງ​ຂື້ນໂດຍ​ບໍ່​ມີ​ການ​ຄວບ​ຄຸມກໍາກັບຢ່າງ​ພຽງພໍ.

​ໃນ​ເດືອນເມສາທີ່​ຜ່ານ​ມາ 74 ຄົນ​ໄດ້​ເສຍ​ຊີວິດ ​ໃນ​ເຫດ​ທີ່​ເປັນຄວາມ​ພິນາດຕຶກ​ຫັກ​ພັງຮ້າຍ​ແຮງ​ທີ່​ສຸດ​ໃນ​ປະວັດ​ສາດ​ອິນ​ເດຍ ເວລາຕຶກ​ທີ່​ກໍາລັງ​ກໍ່ສ້າງຢູ່ ຢ່າງບໍ່​ຖືກຕ້ອງ​
ຕາມ​ກົດໝາຍ​ຫລັງ​ນຶ່ງ ​ໄດ້ຫັກ​ພັງ​ລົງ​ມາ.

India
please wait
Embed

No media source currently available

0:00 0:00:52 0:00
XS
SM
MD
LG