ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈໍານວນຄົນເສຍຊີວິດ ໃນເຫດຕຶກພັງລົງ ຢູ່ອິນເດຍ ເພີ້ມຂຶ້ນເປັນ 72 (ວີດິໂອ ແລະສະໄລດ໌)


ພະນັກງານກູ້ໄພ ຫາມຜູ້ເຄາະຮ້າຍ ອອກຈາກຕຶກຫລັງນຶ່ງ ທີ່ພັງລົງ ຢູ່ນະຄອນ Mumbai ຂອງອິນເດຍ, ວັນທີ 5 ເມສາ 2013, ເກືອບ 37 ຊົ່ວໂມງ ຫລັງຈາກຕຶກພັງ.
ພະນັກງານກູ້ໄພ ຫາມຜູ້ເຄາະຮ້າຍ ອອກຈາກຕຶກຫລັງນຶ່ງ ທີ່ພັງລົງ ຢູ່ນະຄອນ Mumbai ຂອງອິນເດຍ, ວັນທີ 5 ເມສາ 2013, ເກືອບ 37 ຊົ່ວໂມງ ຫລັງຈາກຕຶກພັງ.
ທາງການອິນເດຍໄດ້ຍຸດຕິການຊອກຫາຜູ້ເຄາະຮ້າຍໃນເຫດ
ຕຶກຫລັງນຶ່ງພັງລົງຢູ່ນະຄອນ Mumbai ຂອງອິນເດຍ ບ່ອນທີ່
ພວກເຈົ້າໜ້າທີ່ເວົ້າວ່າ ມີຢ່າງໜ້ອຍ 72 ຄົນ ເສຍຊີວິດ ລວມ
ທັງເດັກນ້ອຍນໍາ.

ພວກເຈົ້າໜ້າທີ່ກ່າວໃນວັນເສົາວານນີ້ ລຸນຫລັງທີ່ມີການຊອກ
ຫາໝົດຄືນແລ້ວວ່າ ໝົດໂອກາດທີ່ຈະຊອກເຫັນຜູ້ລອດຊີວິດ
ຍັງຫລົງເຫລືອຢູ່ໃນຊາກຫັກພັງ ນັ້ນອີກແລ້ວ. ເຈົ້າໜ້າທີ່ຍັງ
ເວົ້າອີກວ່າ 36 ຄົນ ທີ່ໄດ້ຮັບບາດເຈັບ ແມ່ນຍັງນອນປິ່ນປົວ
ຢູ່ໃນໂຮງໝໍຢູ່.

ກ່ອນໜ້ານັ້ນ ພວກກູ້ໄພໄດ້ຊ່ວຍແມ່ຍິງທີ່ໄດ້ຮັບບາດເຈັບຄົນນຶ່ງ ອອກມາການຊາກຫັກພັງ
ເກືອບ 37 ຊົ່ວໂມງ ຫລັງຈາກຕຶກພັງລົງ.

ຕຶກສູງ 8 ຊັ້ນ ທີ່ສ້າງຂຶ້ນແບບບໍ່ຖືກຕ້ອງຕາມກົດໝາຍ ຢູ່ເຂດຊານເມືອງຂອງມຸມບາຍ
ນະຄອນຫລວງດ້ານການຄ້າຂອງອິນເດຍນັ້ນ ໄດ້ພັງລົງໃນວັນພະຫັດ ຜ່ານມາ.

ພວກທີ່ເສຍຊິວິດໄປ ແລະໄດ້ຮັບບາດເຈັບ ສ່ວນໃຫຍແມ່ນກໍາມະກອນກໍ່ສ້າງ ແລະຄອບຄົວ
ຂອງເຂົາເຈົ້າ ທີ່ອາໄສຢູ່ໃນສ່ວນທີ່ສ້າງບໍ່ແລ້ວຂອງຕຶກນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:


ພວກຊາວເມືອງທ້ອງຖິ່ນນັ້ນ ແລະພວກເຈົ້າໜ້າທີ່ເວົ້າວ່າ ອາຄານດັ່ງກ່າວ ໄດ້ຖືກກໍ່ສ້າງ
ຂຶ້ນຢ່າງໄວວາ ຢູ່ເທິງດິນຂອງເຂດປ່າສະຫງວນ.

ຫົວໜ້າຕໍາຫລວດທ້ອງຖິ່ນ ທ່ານ K.P. Raghuvanshi ໄດ້ຢືນຢັນວ່າ ອາຄານໄດ້ຖືກສ້າງ
ຂຶ້ນມາ ແບບບໍ່ຖືກຕ້ອງຕາມກົດໝາຍ.

ພວກນັກສືບສວນ ກໍາລັງຊອກຫາຜູ້ສ້າງຕຶກ ທີ່ຈະປະເຊີນກັບຂໍ້ຫາທໍາການຄາດຕະກໍາ.

ເບິ່ງປະມວນພາບ ຈາກຕຶກພັງ ຢູ່ອິນເດຍ:
XS
SM
MD
LG