ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິນເດຍຈັບ 3 ຄົນ ໃນເຫດລະເບີດ ທີ່ສານສູງ


ບ່ອນທີ່ມີການໂຈມຕີດ້ວຍລະເບີດ ຢູ່ນອກສານສູງຂອງອິນເດຍ ທີ່ກຸງນິວເດລີ (7 ກັນຍາ 2011)
ບ່ອນທີ່ມີການໂຈມຕີດ້ວຍລະເບີດ ຢູ່ນອກສານສູງຂອງອິນເດຍ ທີ່ກຸງນິວເດລີ (7 ກັນຍາ 2011)

ຕຳຫຼວດອິນເດຍໄດ້ຈັບກຸມ 3 ຄົນໄປສອບປາກຄຳແລະນຳເຜີຍແຜ່ຮູບແຕ້ມຜູ້ຕ້ອງສົງໄສ 2
ຄົນ ທີ່ພົວພັນກັບການໂຈມຕີດ້ວຍລະເບີດຢ່າງຮ້າຍແຮງ ໃນມື້ວັນພຸດວານນີ້ ຢູ່ນອກຕຶກອາ ຄານສານສູງທີ່ນະຄອນຫຼວງນິວເດລີ.

ຢ່າງນ້ອຍນຶ່ງ ໃນພວກທີ່ຖືກຕຳຫຼວດຈັບນັ້ນ ແມ່ນເຈົ້າຂອງຮ້ານອິນເຕີແນັດກາເຟໃນແຄວ້ນ
ແຄັສເມຍໃນສ່ວນທີ່ອິນເດຍຄວບຄຸມ. ຕຳຫຼວດກຳລັງສືບສວນເບິ່ງວ່າ ພວກຫົວຮຸນແຮງທີ່
ເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍອາລກາຍດາເຫຼົ່ານີ້ ໄດ້ໃຊ້ຮ້ານອິນເຕີແນັດກາເຟຂອງລາວ ສົ່ງອີແມລໄປອ້າງເອົາຄວາມຮັບຜິດຊອບໃນການໂຈມຕີທີ່ເປັນເຫດໃຫ້ມີຜູ້ເສຍຊີວິດ 12 ຄົນ
ແລະໄດ້ຮັບບາດເຈັບອີກ 76 ຄົນນັ້ນຫຼືບໍ່.

ເຈົ້າໜ້າທີ່ໄດ້ຮັບອີແມລທີ່ອ້າງວ່າ ເປັນຂອງກຸ່ມ Harkat-Ul-Jihad al-Islami ບໍ່ດົນຫຼັງ
ຈາກການໂຈມຕີດ້ວຍລະເບີດໃນມື້ວານນີ້. ອີແມລສະບັບນີ້ເຕືອນວ່າສານແຫ່ງອື່ນໆກໍຈະຖືກ
ໂຈມຕີນອກຈາກວ່າອິນເດຍ ຈະຍົກເລີກຫຼືຖອນໂທດປະຫານຊີວິດຕໍ່ຜູ້ຊາຍຄົນນຶ່ງທີ່ຖືກພົບ
ເຫັນວ່າມີຄວາມຜິດໃນການພົວພັນກັບການໂຈມຕີເມື່ອປີ 2001 ຢູ່ທີ່ສະພາແຫ່ງຊາດຂອງ
ອິນເດຍນັ້ນ.

XS
SM
MD
LG