ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄຟຟ້າມອດອີກ ໃນອິນເດຍ ສົ່ງຜົນກະທົບຕໍ່ 600 ລ້ານກວ່າຄົນ (ສະໄລດ໌)



ສາຍ​ສົ່ງ​ກະ​ແສ​ໄຟຟ້າ​ທີ່​ເກີດ​ຕິດ​ຂັດ​ຢູ່ໃນ​ບໍລິ​ເວນອັນ​ກວ້າ​ງໃຫຍ່ ໄດ້​ເຮັດ​ໃຫ້ຫຼາຍ​ກວ່າ 600 ລ້ານຄົນ​ໃນ​ອິນ​ເດຍ ບໍ່​ມີ​ໄຟຟ້າ​ໃຊ້ ຊຶ່ງເປັນ​ຄັ້ງ​ທີ່ 2 ​ໃນ​ໄລຍະ​ເວລາ 2 ມື້ ທີ່ເກີດ​ເຫດການ​ແບບ​ນີ້​ ຂຶ້ນ​ໃນປະ​ເທດ​ດັ່ງກ່າວ .

ໄຟຟ້າ​ມອດ​ໃນ​ວັນ​ອັງຄານ​ມື້​ນີ້ ໄດ້​ມີ​ຂຶ້ນ​ໃນ​ເຂດ​ພາກ​ເໜືອ​ແລະ​ພາກ​ຕາ​ເວັນ​ອອກ ຂອງ​ປະ​ເທດ ຊຶ່ງ​ຮວມທັງຫົວ​ເມືອງ​ໃຫຍ່ໆເຊັ່ນ: ນະຄອນຫລວງ​ນິວ​ແດ​ລລີ ​ແລະ​ເມືອງ​ກາລກັດ​ຕາ ສົ່ງ​ຜົນ​ໃຫ້ການ​ບໍລິການ​ທາງ​ລົດ​ໄຟຢຸດ​ສະ​ງັກລົງ ແລະ ໄຟຈະລາຈອນ ບໍ່​ມີ​ ​ໃນ​ນະຄອນຫຼວງ​ຂອງ​ປະ​ເທດ.

ພວກບໍລິສັດ​ໄຟຟ້າ ​ໄດ້ນໍາ​ເອົາ​ການ​ບໍລິການໄຟຟ້າ ​ກັບ​ຄືນມາ​ໃນ​ພາກ​ເໜືອ​ຂອງ​ອິນ​ເດຍ ​ໃນ​ຄືນ​ວັນ​ຈັນ​ວານ​ນີ້ ຫຼັງ​ຈາກ​ເກີດ​ເຫດ​ໄຟ​ຟ້າ​ມອດ ທີ່​ໄດ້​ກະທົບ​ປະຊາ ຊົນຫຼາຍ​ກວ່າ 300 ​ລ້ານ​ຄົນ, ​ແຕ່ວ່າໄຟ​ຟ້າ​ໄດ້ມອດອີກ​ໃນ​ຕອນ​ບ່າຍ​ວັນ​ອັງຄານ​ມື້​ນີ້.



XS
SM
MD
LG