ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຕັດສິນຄະດີຂັດແຍ້ງ ຮິນດູ-ອິສລາມ


ເຈົ້າໜ້າທີ່ຮັກສາຄວາມສະຫງົບອິນເດຍ ຢືນຍາມຢູ່ ຂະນະທີ່ຜູ້ຊາຍ ສູງອາຍຸຄົນນຶ່ງ ຍ່າງຜ່ານໄປ (29 ກັນຍາ 2010)
ເຈົ້າໜ້າທີ່ຮັກສາຄວາມສະຫງົບອິນເດຍ ຢືນຍາມຢູ່ ຂະນະທີ່ຜູ້ຊາຍ ສູງອາຍຸຄົນນຶ່ງ ຍ່າງຜ່ານໄປ (29 ກັນຍາ 2010)

ທະນາຍຄວາມ​ຄົນນຶ່ງ ກ່າວ​ວ່າ ສານແຫ່ງນຶ່ງໃນລັດ Uttar Pradesh ຂອງອິນເດຍໄດ້ຕັດ ສິນວ່າ ວັດສາສະໜາອິສລາມ ທີ່ຖືກທຳລາຍ​ແຫ່ງນຶ່ງ ຢູ່ເມືອງ Ayodhya ນັ້ນຄວນຈະມີການ ແບ່ງປັນກັນ ລະຫວ່າງພວກທີ່ ນັບຖືຮິນດູ ແລະພວກມຸສລິມ.

ສານດັ່ງກ່າວ ຍັງບໍ່ໄດ້ປະກາດໃຫ້ຊາບກ່ຽວກັບຄຳຕັດສິນນີ້ ຢ່າງທາງການ​ເທື່ອໃນວັນ ພະຫັດ ມື້ນີ້.

ທະນາຍຄວາມຜູ້​ນີ້ ທີ່ພົວພັນນຳການຟ້ອງຮ້ອງກ່າວວ່າ ຊາວຮິນດູ ຈະຄວບຄຸມສອງສ່ວນ ສາມ ຂອງສະຖານທີ່ດັ່ງກ່າວ ແລະຊາວມຸສລິມ ຈະເປັນຜູ້ຄວບຄຸມ ສ່ວນທີ່ເຫຼືອ.

ກ່ອນການຕັດສິນໃນມື້ນີ້ ອິນເດຍໄດ້ສັ່ງໃຫ້ເຈົ້າໜ້າທີ່ ຮັກສາຄວາມສະຫງົບ ຫຼາຍກວ່າ 200,000 ຄົນຢູ່ໃນທ່າກຽມພ້ອມ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມຮຸນແຮງທາງສາສະໜາ.

ພວກຮິນດູຫົວຮຸນແຮງ ໄດ້ຈູດເຜົາ ວັດສາສະໜາອິສລາມດັ່ງກ່າວ ທີ່ສ້າງຂຶ້ນ ໃນສັດຕະ ວັດທີ 16 ໃນປີ 1992 ໂດຍອ້າງວ່າ ສ້າງໃສ່ຜິດສະຖານທີ່ ຊຶ່ງເປັນບ່ອນເກີດຂອງພະເຈົ້າ ໃນສາສະໜາຮິນດູ.

ເຫດຮ້າຍທີ່ວ່ານີ້ພາໃຫ້ເກີດການຈະລາຈົນຢູ່ໃນທົ່ວປະເທດອິນເດຍທີ່ເຮັດໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 2,000 ຄົນ.

ການຕັດສິນໃນມື້ນີ້ ​ໄດ້ເປັນບັນຫາທ້າທາຍ ທາງດ້ານຄວາມປອດໄພເພີ້ມຕື່ມ ສຳລັບອິນ ເດຍ ທີ່ພວມກະກຽມ ຈະເປັນເຈົ້າພາບ ຈັດການແຂ່ງຂັນກິລາ ຂອງກຸ່ມປະເທດເຄືອຈັກ ກະພົບອັງກິດ ຊຶ່ງຈະເລີ້ມຂຶ້ນ ທີ່ນະຄອນຫຼວງນິວເດລີ ໃນມື້ວັນອາທິດຈະມານີ້.

XS
SM
MD
LG