ເຈົ້າໜ້າທີ່ຕຳຫລວດ ໃນແຄວ້ນ Kashmir ຂອງອິນເດຍ ກ່າວ
ວ່າ ພວກເຂົາເຈົ້າ ໄດ້ຈັບກຸມ ຜູ້ນຳແບ່ງແຍກດິນແດນ ທີ່ມີອິດ
ທິພົນຄົນນຶ່ງ ໃນຖານຊ່ອຍເຫຼືອ ຈັດການໂຮມຊຸມນຸມ ເດີນ
ຂະບວນ ເພື່ອຮຽກຮ້ອງໃຫ້ ປາກິສຖານເຂົ້າຄວບຄຸມຂົງເຂດ
ທີ່ຕັ້ງຢູ່ເທິງພູ Himalay ດັ່ງກ່າວ.
ບັນດາເຈົ້າໜ້າທີ່ອິນເດຍ ກ່າວວ່າ ນາຍ Masarat Alam ໄດ້
ຖືກຈັບກຸມ ໃນວັນສຸກມື້ນີ້ ຢູ່ທີ່ບ້ານພັກຂອງຜູ້ກ່ຽວ ພາຍໃຕ້
ກົດໝາຍ ຂອງປະເທດ ວ່າດ້ວຍ ການກະທຳກິດຈະກຳຕ່າງໆ
ທີ່ຜິດກົດໝາຍ ຊຶ່ງໄດ້ຖືກຫ້າມ ບໍ່ໃຫ້ຈັດງານໃດໆ ທີ່ທ້າທາຍຕໍ່
ອະທິປະໄຕ ຂອງປະເທດອິນເດຍ.
ນາຍ Alam ໄດ້ຊ່ອຍນຳພາ ການປະທ້ວງຕໍ່ຕ້ານອິນເດຍ ໃນວັນພຸດຜ່ານມານີ້ ຊຶ່ງໃນລະຫວ່າງ ການປະທ້ວງນັ້ນ ພວກປະທ້ວງໄດ້ໂບກທຸງຊາດປາກິສຖານ ແລະ ຮ້ອງໂຮ ຄຳຂວັນທີ່ນິຍົມຊົມຊອບປາກິສຖານຕ່າງໆນາໆ. ການປະທ້ວງທີ່ສັນຕິດັ່ງກ່າວ ໄດ້ຖືກປະນາມ ໂດຍບັນດານັກການເມືອງຂອງອິນເດຍ.
ແຄວ້ນ Kashmir ໄດ້ຖືກແບ່ງແຍກອອກເປັນສອງເຂດ ໂດຍອິນເດຍ ແລະ ປາກິສຖານ
ແຕ່ປະເທດທັງສອງ ຕ່າງກໍໄດ້ອ້າງເອົາຂົງເຂດດັ່ງກ່າວທັງໝົດ ເປັນຂອງຕົນແຕ່ພຽງຜູ້ດຽວ.
ປະເທດເພື່ອນບ້ານທັງສອງ ທີ່ມີອາວຸດນິວເຄລຍ ໄດ້ສູ້ລົບກັນ ໃນສົງຄາມມາແລ້ວສອງຄັ້ງ
ກ່ຽວກັບເລື້ອງຂົງເຂດດັ່ງກ່າວ ນັບຕັ້ງແຕ່ ປະເທດທັງສອງ ໄດ້ຮັບເອກກະລາດ ຈາກອັງກິດ ໃນປີ 1947 ເປັນ ຕົ້ນມາ.
Police in Indian Kashmir say they have arrested an influential separatist leader for helping organize a march calling for Pakistani control of the Himalayan region.
Indian officials say Masarat Alam was arrested Friday at his home under the country's unlawful activities act, which prohibits any events that challenge the sovereignty of the Indian state.
Alam on Wednesday helped lead an anti-India protest during which demonstrators waved Pakistani flags and chanted pro-Pakistan slogans. The peaceful protest was widely condemned by Indian politicians.
Kashmir is divided between India and Pakistan, though both nations claim the region in its entirety.
The nuclear-armed neighbors have fought two wars over the region since gaining independence from Britain in 1947.