ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຳປັ່ນ ບັນທຸກເຮືອບິນ ທີ່ສ້າງເອງ ລຳທຳອິດ ຂອງອິນເດຍ (ວີດີໂອ)


ກຳປັ່ນບັນທຸກເຮືອບິນຂອງອິນເດຍ ພວມຈອດຢູ່ທີ່ ອູ່ຕໍ່ເຮືອແຫ່ງນຶງ ຫຼັງຈາກຖືກປ່ອຍລົງນໍ້າ ທີ່ເມືອງທ່າ Kochi ໃນພາກໃຕ້ ຂອງປະເທດອິນເດຍ (12 ສິງຫາ 2013)
ກຳປັ່ນບັນທຸກເຮືອບິນຂອງອິນເດຍ ພວມຈອດຢູ່ທີ່ ອູ່ຕໍ່ເຮືອແຫ່ງນຶງ ຫຼັງຈາກຖືກປ່ອຍລົງນໍ້າ ທີ່ເມືອງທ່າ Kochi ໃນພາກໃຕ້ ຂອງປະເທດອິນເດຍ (12 ສິງຫາ 2013)
ອິນເດຍ ໄດ້ເປີດໂຕກຳປັ່ນບັນທຸກເຮືອບິນ ທີ່ສ້າງຂຶ້ນເອງລຳນຶ່ງ
ຊຶ່ງເຮັດໃຫ້ອິນເດຍໄດ້ເຂົ້າຮ່ວມຢູ່ກຸ່ມປະເທດນ້ອຍໆຈໍານວນນຶ່ງ
ທີ່ສາມາດສ້າງກຳປັ່ນລົບ ແບບນີ້ໄດ້. Anjana Pasricha ລາຍ
ງານມາຈາກກຸງນິວເດລີວ່າ ໂຄງການດັ່ງກ່າວນີ້ແມ່ນສ່ວນນຶ່ງໃນ
ການດຳເນີນຄວາມພະຍາຍາມ ຂອງອິນເດຍ ທີ່ຈະປັບປຸງແສນ
ຍານຸພາບກອງທັບເຮືອຂອງຕົນທ່າມກາງທີ່ພວມມີການແຂ່ງຂັນ
ເພີ້ມຂຶ້ນກັບປະເທດຍັກໃຫຍ່ຢູ່ໃນຂົງເຂດອີກປະເທດນຶ່ງກໍຄືຈີນ
ດັ່ງໄພສານ ມີລາຍລະອຽດ ກ່ຽວກັບເລື່ອງນີ້ ມາສະເໜີທ່ານ ໃນ
ອັນດັບຕໍ່ໄປ.



ທ່ານ A.K. Antony ລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ ທີ່ຢືນຢູ່ຕໍ່ໜ້າກຳປັ່ນບັນ
ທຸກເຮືອບິນຂະໜາດ 37,500 ໂຕນທີ່ເອ້ປະດັບໄປດ້ວຍທຸງຊາດແລະທຸງສີຕ່າງໆຢູ່ທີ່ເມືອງ
ທ່າ Kochi ໃນພາກໃຕ້ຂອງປະເທດໃນມື້ວັນຈັນຜ່ານມານີ້ກ່າວວ່າ ມັນເປັນມື້ທີ່ມີຄວາມສຳ ຄັນພິເສດສຳລັບປະເທດຊາດ.

ໄດ້ມີການສະແດງຄວາມຮູ້ສຶກພາກພູມໃຈແຫ່ງຊາດຢ່າງເປັນການຖ້ວມລົ້ນໃນການເປີດໂຕ ກຳປັ່ນບັນທຸກເຮືອບິນລໍານີ້ ຊຶ່ງເປັນກຳປັ່ນລົບ ທີ່ໃຫຍ່ທີ່ສຸດຂອງອິນເດຍ ທີ່ໄດ້ມີການອອກ ແບບແລະສ້າງຢູ່ພາຍໃນປະເທດອິນເດຍເອງຊຶ່ງເຮັດໃຫ້ອິນເດຍກາຍເປັນປະເທດທີຫ້າຫຼັງ ຈາກອັງກິດ ຝຣັ່ງ ຣັດເຊຍ ແລະສະຫະ ລັດ ທີ່ສາມາດສ້າງກຳປັ່ນລົບແບບນີ້ໄດ້.

ກຳປັ່ນບັນທຸກເຮືອບິນ ຂອງອິນເດຍລຳນີ້ ຍັງບໍ່ທັນເຂົ້າປະຈຳການເທື່ອ ເພາະຈະຕ້ອງໄດ້ມີ ການຕິດຕັ້ງລະບົບອາວຸດທີ່ທັນສະໄໝໃສ່ແລະທຳການແລ່ນທົດລອງຢູ່ໃນທະເລກ່ອນທີ່ຈະ ນຳເຂົ້າປະຈຳການ ຊຶ່ງຄາດວ່າຈະມີຂຶ້ນ ໃນປະມານປີ 2018.

ແຕ່ພວກນັກວິເຄາະດ້ານປ້ອງກັນປະເທດຊີ້ໃຫ້ເຫັນວ່າ ນິວເດລີໄດ້ຊະນະຄູ່ແຂ່ງຂອງຕົນຢູ່ ໃນພູມີພາກ ນັ້ນກໍຄືຈີນ ທີ່ສາມາດສ້າງກຳປັ່ນບັນທຸກເຮືອບິນ ຢູ່ພາຍໃນປະເທດໄດ້.

ທ່ານອູເດ ພັສເກີ້ ອະດີດຜູ້ອຳນວຍການມູນນິທິການເດີນເຮືອທາງທະເລແຫ່ງຊາດກ່າວວ່າ ນີ້ແມ່ນເທື່ອທຳອິດທີ່ອິນເດຍໄດ້ລົງມືດຳເນີນໂຄງການທີ່ໃຫຍ່ໂຕແບບນີ້.

ທ່ານພັສເກີ້ເວົ້າວ່າ “ສຳລັບປະເທດ ທີ່ບໍ່ເຄີຍມີຄວາມສາມາດທີ່ສຳຄັນໃດໆພາຍໃນ ປະເທດມາກ່ອນຄືພວກເຮົາບໍ່ໄດ້ເຮັດລົດຖັງທີ່ສຳຄັນ ພວກເຮົາບໍ່ໄດ້ເຮັດປືນໃຫຍ່ ບໍ່ໄດ້ເຮັດຮອດອາວຸດປະຈຳໂຕ. ບໍ່ຕ້ອງເວົ້າເຖິງ ເລື່ອງເຮືອບິນຝຶກແອບແລະເຮືອ ບິນລົບອາຍພົ່ນດອກ. ສະນັ້ນ ຕໍ່ໜ້າສະພາບການດັ່ງກ່າວນີ້ ພວກເຮົາໄດ້ມາເຖິງ ຈຸດ ບ່ອນທີ່ເຮົາສາມາດອອກແບບ ກຳປັ່ນບັນທຸກເຮືອບິນ ແລະໄດ້ເລີ່ມລົງມືສ້າງ ໄປຈົນຮອດເປີດໂຕໄດ້ນັ້ນ ສຳລັບອິນເດຍແລ້ວ ແມ່ນຄວາມສຳເລັດຜົນ ໃນດ້ານ ເທັກໂນໂລຈີແລະດ້ານອຸດສາຫະກຳ ທີ່ຖືວ່າມີຄວາມສຳຄັນຢ່າງຫຼວງຫລາຍ.”

ລັດຖະມົນຕີປ້ອງກັນປະເທດ Antony ເວົ້າວ່າ ອິນເດຍຈຳເປັນຕ້ອງມີ ກອງທັບເຮືອທີ່ເຂັ້ມ ແຂງ ເພື່ອໄວ້ປ້ອງກັນໂຕເອງ ແລະຈະດຳເນີນການຕໍ່ໄປໃນການພັດທະນາຄວາມສາມາດ ທາງດ້ານກອງທັບເຮືອຂອງຕົນ.

ການເປີດໂຕກຳປັ່ນບັນທຸກເຮືອບິນ Vikrant ມີຂຶ້ນພຽງສອງມື້ເທົ່ານັ້ນ ຫຼັງຈາກອິນເດຍໄດ້
ປະກາດວ່າ ກຳປັ່ນດຳນໍ້າ ທີ່ແລ່ນດ້ວຍພະລັງງານນິວເຄລຍ ລໍາທໍາອິດ ທີ່ຕົນສ້າງເອງນັ້ນ
ພ້ອມແລ້ວທີ່ຈະອອກແລ່ນທົດລອງໃນທະເລ ຊຶ່ງນາຍົກລັດຖະມົນຕີ Manmohan Singh ກ່າວວ່າ ມັນເປັນການກ້າວກະໂດດທີ່ສຳຄັນສຳລັບປະເທດຊາດ.

ການດຳເນີນຄວາມພະຍາຍາມເພື່ອເສີມສ້າງຄວາມສາມາດຂອງກອງທັບເຮືອຂອງອິນເດຍ ໄດ້ມີຂຶ້ນໃນຂະນະທີ່ມີການແຂ່ງຂັນເພີ້ມຂຶ້ນກັບຈີນຊຶ່ງເປັນມະຫາອຳນາດອີກປະເທດນຶ່ງໃນ ຂົງເຂດ. ນຶ່ງໃນບັນດາຂົງເຂດທີ່ມີຄວາມຫລໍ່ແຫຼມສຳຄັນ ບ່ອນທີ່ປະເທດທັງສອງພວມແຂ່ງ ຂັນກັນເພື່ອຊ່ວຊິງເອົາອິດທິພົນກໍຄືມະຫາສະມຸດອິນເດຍ ຊຶ່ງເປັນເສັ້ນທາງເດີນເຮືອທີ່ມີກຳ ປັ່ນແລ່ນໄປມາຫຼາຍ ບ່ອນນຶ່ງຂອງໂລກ.

ທ່ານ Rahul Bedi ຊຶ່ງເປັນນັກຊ່ຽວຊານດ້ານປ້ອງກັນປະເທດປະຈໍາກຸງນິວເດລີ ຂອງໜັງ ສືພິມລາຍສັບປະດາ Jane’s Defense Weekly ຂອງອັງກິດກ່າວວ່າ ກຳປັ່ນບັນທຸກເຮືອ ບິນຈະຊ່ອຍອິນເດຍໃນການສະແດງກຳລັງຂອງຕົນຢູ່ໃນເຂດມະຫາສະມຸດອິນເດຍ ທີ່ທ່ານ ເວົ້າວ່າ ເປັນເຂດທີ່ມີຄວາມສາມາດບົ່ມຊ້ອນ ທີ່ຈະເກີດບັນຫາຂັດແຍ້ງກັນລະຫວ່າງມະຫາ ອຳນາດຕ່າງໆ.

ທ່ານ Bedi ເວົ້າວ່າ “ກອງທັບເຮືອແມ່ນນຶ່ງໃນສິ່ງຄວບຄຸມສຳຄັນທີ່ເຮັດໃຫ້ເກີດການ ປ່ຽນແປງ ໃນຂົງເຂດນີ້ທັງໝົດ. ສະນັ້ນ ກໍາປັ່ນລໍານີ້ ກໍແມ່ນຈະເພີ້ມກຳລັງໃນການ ໂຈມຕີທີ່ສໍາຄັນໃຫ້ແກ່ກອງທັບເຮືອອິນເດຍຢູ່ໃນເຂດມະຫາສະມຸດອິນເດຍ ຊຶ່ງຈະ ເປັນເຂດທີ່ມີການແຂ່ງຂັນກັນ ໃນຫຼາຍໆປີຕໍ່ໜ້ານີ້.”

ອິນເດຍ ມີກຳປັ່ນບັນທຸກເຮືອບິນ ປະຈຳການລຳນຶ່ງໃນເວລານີ້ ແລະຣັດເຊຍ ມີກຳນົດທີ່ຈັດ
ສົ່ງໃຫ້ອິນເດຍອີກລໍານຶ່ງ ໃນທ້າຍປີນີ້.

ວີດີໂອ ກຳປັ່ນບັນທຸກເຮືອບິນ ຂອງ ອິນເດຍ
please wait

No media source currently available

0:00 0:00:55 0:00
XS
SM
MD
LG