ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

23 ປະເທດ ຢາກໃຫ້ອິນເດຍ ຊ່ວຍຍົກຍ້າຍ ພົນລະເມືອງ ຂອງຕົນ ອອກຈາກເຢເມັນ


ຊາຍຄົນອິນເດຍຜູ້ນຶ່ງ ທີ່ໄດ້ຮັບການຊ່ວຍເຫຼືອອອກມາຈາກ ເຢເມັນນັ້ນ ກຳລັງກອດແມ່ຂອງລາວ ຫຼັງຈາກເດີນທາງໄປຮອດ ສະໜາມບິນສາກົນ ໃນ ນະຄອນ Mumbai, ວັນທີ 6 ເມສາ 2015.
ຊາຍຄົນອິນເດຍຜູ້ນຶ່ງ ທີ່ໄດ້ຮັບການຊ່ວຍເຫຼືອອອກມາຈາກ ເຢເມັນນັ້ນ ກຳລັງກອດແມ່ຂອງລາວ ຫຼັງຈາກເດີນທາງໄປຮອດ ສະໜາມບິນສາກົນ ໃນ ນະຄອນ Mumbai, ວັນທີ 6 ເມສາ 2015.

ອິນ​ເດຍ ກ່າວ​ວ່າ 23 ປະ​ເທດ ​ໄດ້​ສະ​ແຫວ​ງຫາ ຄວາມ​ຊ່ວຍ​ເຫຼືອ
ຈາກ​ຕົນ ​ໃນ​ການ​ຍົກຍ້າຍ​ພົນລະ​ເມືອງ​ຂອງ​ພວກ​ເຂົາ ອອກຈາກ
​ປະ​ເທດ​ເຢ​ເມັນ​ ທີ່​ເກີດ​ສົງຄາມກາງ​ເມືອງ​ນັ້ນ ຫຼັງຈາກ​ທີ່
New Delhi ​ໄດ້​ເລີ້ມ​ຕົ້ນປະຕິ​ບັດ​ການ​ທາງ​ອາກາດ ​ແລະ ທະ​ເລ
ຢ່າງ​ໃຫຍ່ ​ເພື່ອ​ນຳ​ເອົາ​ພົນລະ​ເມືອງ​ຂອງ​ຕົນ​ອອກ​ມານັ້ນ.

ໃນຂໍ້ຄວາມທີ່ສົ່ງຜ່ານທາງ tweeter ນັ້ນ ນາຍົກລັດຖະມົນຕີ
Narendra Modi ​ໄດ້​ສະ​ແດງ​ຄວາມ​ສະໜັບສະໜຸນ ຕໍ່​ຄວາມ
​ພະຍາຍາມ​ໃນການ​ຊ່ອຍ​ເຫຼືອດັ່ງກ່າວ ​ໂດ​ຍກ່າວ​ວ່າ ຄວາມ
​ພະຍາຍາມ​ໃນການ​ຍົກຍ້າຍຕ່າງໆນັ້ນ “ສະທ້ອນ​ໃຫ້​ເຫັນ ​
ເຖິງຄວາມ​ເຕັມ​ໃຈ ​ເພື່ອ​ທີ່​ຈະ​ຮັບ​ໃຊ້​ພົນລະ​ເມືອງ​ ຂອງ​
ພວກ​ເຮົາ ​ແລະ ຄວາມ​ພ້ອມແລ້ວ ທີ່​ຈະ​ຊ່ອຍ​ເຫຼືອຄົນ​ອື່ນໆ​ທີ່​ກຳລັງ​ເດືອດຮ້ອນ.”

ອິນ​ເດຍ ​ໄດ້ຊ່ວຍ​ນຳ​ເອົາ ຜູ້​ຄົນ​ສ່ວນ​ນຶ່ງ ຈຳນວນ 3,000 ຄົນ ອອກມາຈາກ​ປະ​ເທດ​ດັ່ງກ່າວແລ້ວ. ປະ​ມານ ​ເຄິ່ງນຶ່ງ​ຂອງ​ຊາວ​ອິນ​ເດຍທີ່​ທຳ​ງານ​ຢູ່​ໃນ​ເຢ​ເມັນ​ນັ້ນ ​ແມ່ນ​ເປັນ​ພະຍາບານ. ອິນ​ເດຍຍັງ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ ພົນລະ​ເມືອງບາງ​ສ່ວນ ຂອງ​ປະ​ເທດ​ອື່ນໆ
​ອີກ​ດ້ວຍ.

ບາງ​ຄົນ​ໄດ້​ຖືກ​ນຳ​ອອກ​ມາ​ດ້ວຍ ​ເຮືອ​ນ້ອຍ​ຕ່າງໆ​ໄປ​ຍັງ ​ເຮືອ​ລົບ​ຫຼາຍລຳ ທີ່​ບໍ່​ສາມາດ​ຈອດ​ຢູ່​ທ່າ​ເຮືອ Aden ຍ້ອນ​ການ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່. ສ່ວນ​ຄົນ​ອື່ນໆນັ້ນ ​ໄດ້​ຖືກ​ນຳ​ອອກ​ມາ​ ກັບ​ຄືນ​ບ້ານ​ເກີດ ໂດຍ​ທາງ​ອາກາດ ຫຼັງຈາກ​ອິນ​ເດຍ ​ໄດ້​ສະ​ແຫວ​ງຫາ​ຄວາມຊ່ວຍ​ເຫຼືອ ຈາກ ຊາ​ອຸ​ດີ ອາຣາ​ເບຍ ​ເພື່ອ​ຈະສາມາດໃຊ້ເຂດອາກາດຂອງ​ເຢ​ເມັນ ໄດ້ຢ່າງ​ປ້ອດ​ໄພ.

Yemen India Evacuation
please wait

No media source currently available

0:00 0:01:53 0:00

XS
SM
MD
LG