ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິນເດຍເຕືອນປາກິສຖານ


ນາຍົກລັດຖະມຸນຕີອິນ​ເດຍ ທ່ານ​ມັນ​ໂມ​ຮັນ ສິງ ສະຫລອງ ວັນ​ເອກະລາດ​ຄົບຮອບ 65 ປີໃນ​ວັນ​ອາທິດ​ມື້​ນີ້ ​ດ້ວຍ​ການ ກ່າ​ວ​ເຕືອນ​ປາ​ກິ​ສຖານ​ວ່າ ການ​ຮື້​ຟື້ນ​ການ​ໂອ້​ລົມ​ສົນທະນາ ກັນ​ຄືນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ຈະ​ບໍ່​ດໍາ​ເນີນ​ຕໍ່​ໄປ​ອີກ ຖ້າ​ພວກ ຫົວ​ຮຸນ​ແຮງ​ໄດ້​ຮັບ​ອະນຸມັດ​ໃຫ້​ໃຊ້​ປາ​ກິ​ສຖານ ເປັນ​ຖານ​ທໍາ
ການ​ເຄື່ອນ​ໄຫວ​ແບບ​ກໍ່​ການ​ຮ້າຍ​ຕໍ່​ອິນ​ເດຍນັ້ນ.

ໃນ​ລະຫວ່າງການ​ທໍາ​ພິທີທີ່ຄ້າຍ​ທະຫານ​ເກົ່າ Red Fort ​ທີ່ມີ​ຄວາມ​ສໍາຄັນ​ທາງ​ປະວັດ​ສາດ ໃນກຸງ​ນີວ​ແດນ​ລີ ​ນະຄອນຫລວງຂອງ​ອິນ​ເດຍນັ້ນ ທ່ານ​ສິງ​ຍັງ​ໄດ້ຮຽກຮ້ອງ​ໃຫ້​ພວກ​ກະບົດ​ໃນ​ແຄວ້ນ Kashmir ພາກສ່ວນ​ຂອງ​ອິນ​ເດຍ ບ່ອນ​ທີ່​ພວກ​ມຸສລິ​ມຫົວ​ແບ່ງ​ແຍກ​ດິນ​ແດນ​ທໍາການ​ຕໍ່ສູ້​ເພື່ອ​ເອກກະລາດຈາກ​ອິນ​ເດຍ​ ມາ​ເປັນ​ເວລາ​ຫລາຍ​ທົດ​ສະ​ວັດ ຫລືເພື່ອ​ຮວມ​ເຂົ້າ​ກັບ​ປາ​ກິ​ສຖານນັ້ນ ​ໃຫ້​ພາກັນ​ວາງ​ອາວຸດ​ແລະ​ເລີ້ມ​ທໍາ​ການ​ໂອ້​ລົມ​ສົນທະ ນາ​ກັນ. ທ່ານ​ສິງກ່າວ​ຕື່ມ​ວ່າ Kashmir​ ເປັນ​ພາກ​ສ່ວນທີ່​ແຍກ​ອອກ​ບໍ່​ໄດ້ຂອງ​ອິນ​ເດຍ.

ໄດ້​ມີການ​ເອົາ​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພຢ່າງ​ເຄ່ງຄັດ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ຍັບ​ຍັ້ງ​ການ​ໂຈມ​ຕີ​ຂອງ​ພວກ​ຫົວ​ຮຸນ​ແຮງ ​ທີ່​ອາດມີ​ຂຶ້ນ​ໄດ້​ນັ້ນ.

XS
SM
MD
LG