ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບັນດາປະ​ເທດ​ແນວ​ໂຮມ ຮຽກຮ້ອງ​ໃຫ້​ມີການ ຢຸດຍິງ ຢ່າງຮີບດ່ວນ ໃນເມືອງ Aleppo


ປະຊາຊົນຖືສິ່ງຂອງສ່ວນຕົວຂອງພວກເຂົາເຈົ້າ ໃນຂະນະທີ່ ພວກເຂົາເຈົ້າກຳລັງຫຼົບໜີອອກຈາກເຂດ Kadi Askar ໄປສູ່ໝູ່ບ້ານ Bustan al-Qasr ຂອງເມືອງ Aleppo, ຊີເຣຍ, 5 ທັນວາ, 2016.
ປະຊາຊົນຖືສິ່ງຂອງສ່ວນຕົວຂອງພວກເຂົາເຈົ້າ ໃນຂະນະທີ່ ພວກເຂົາເຈົ້າກຳລັງຫຼົບໜີອອກຈາກເຂດ Kadi Askar ໄປສູ່ໝູ່ບ້ານ Bustan al-Qasr ຂອງເມືອງ Aleppo, ຊີເຣຍ, 5 ທັນວາ, 2016.

ບັນດາປະ​ເທດ​ແນວ​ໂຮມ ທີ່ນຳພາໂດຍສະຫະລັດ ໄດ້ຮຽກຮ້ອງ​ໃຫ້​ມີການຢຸດຍິງໃນເມືອງ Aleppo ຢ່າງຮີບດ່ວນ ແລະ ໄດ້ກ່າວປະນາມ ຣັດເຊຍ ຕໍ່ການແຊກແຊງ​ໃນ​ຄວາມພະຍາ ຍາມທີ່ຈະນຳເອົາການຊ່ວຍ ເຫຼືອດ້ານມະນຸດສະທຳ ໄປໃຫ້ພວກພົນລະເຮືອນທີ່ຕົກຄ້າງ ຢູ່ໃນເມືອງດັ່ງ​ກ່າວຂອງ ຊີເຣຍ ນັ້ນ.

ກຸ່ມໜຶ່ງທີ່ປະກອບມີ 6 ປະເທດໄດ້ກ່າວໃນຖະແຫຼງການສະບັບໜຶ່ງໃນວັນພຸດວານນີ້ວ່າ “ເມືອງ Aleppo ແມ່ນຖືກຖິ້ມລະເບີດໃສ່ ແລະ ຖືກຍິງໃສ່ດ້ວຍປືນ​ໃຫຍ່ທຸກໆມື້ໂດຍ ລັດຖະບານ ຊີເຣຍ ທີ່ໄດ້ຮັບການໜູນຫຼັງໂດຍ ຣັດເຊຍ ແລະ ອີຣ່ານ. ໂຮງໝໍ ແລະ ໂຮງຮຽນແຫ່ງຕ່າງໆກໍຍັງບໍ່ຖືກລະເວັ້ນ. ໃນທາງກົງກັນຂ້າມ, ພວກມັນປະກົດວ່າຈະ ເປັນເປົ້າໝາຍຂອງການໂຈມຕີ ໃນການພະຍາຍາມທີ່ຈະເຮັດໃຫ້ຄົນຍອມແພ້. ຮູບ ພາບຂອງເດັກນ້ອຍທີ່ກຳລັງຕາຍແມ່ນສິ່ງທີ່ມີຄວາມເສົ້າສະ ຫຼົດໃຈຫຼາຍ.”

ບັນດາຜູ້ນຳຂອງປະເທດ​ເຫຼົ່ານັ້ນ ທີ່​ປະ​ກອບ​ດ້ວຍ ການາດາ, ຝຣັ່ງ, ເຢຍຣະມັນ, ອິຕາລີ, ອັງກິດ ແລະ ສະຫະລັດ ໄດ້ຮຽກຮ້ອງໃຫ້ລັດຖະບານ ຊີເຣຍ ຕົກລົງກັບແຜນການໃນເມືອງ Aleppo ຂອງອົງການສະຫະປະຊາຊາດ ແລະ ອະນຸຍາດໃຫ້ການຊ່ວຍເຫຼືອດ້ານມະນຸດ ສະທຳເຂົ້າໄປໃນເມືອງໄດ້.

ພວກກະບົດ ຊີເຣຍ ໄດ້ຕົກລົງທີ່ຈະຢຸດຍິງ 5 ມື້ ເພື່ອຮັບປະກັນ​ໃຫ້ ມີ​ການ​ຍົກຍ້າຍ​ເອົາ ພວກພົນລະເຮືອນ ອອກຈາກພາກຕາເວັນອອກຂອງເມືອງ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ມີກຳນົດທີ່ຈະເຈລະຈາກັບ ລັດຖະມົນຕີການຕ່າງປະເທດຂອງ ຣັດເຊຍ ທ່ານ Sergei Lavrov ໃນເມືອງ Hamburg ປະເທດ ເຢຍຣະມັນ ໃນຕອນແລງຂອງວັນພຸດວານນີ້. ນັກການທູດທັງສອງທ່ານໄດ້ເຈ ລະຈາກັນຫຼາຍຄັ້ງມາ​ແລ້ິວ ໂດຍຫວັງທີ່ຈະບັນລຸຂໍ້ແກ້ໄຂບັນຫາທາງການທູດຕໍ່ສົງຄາມ ກາງເມືອງນັ້ນ.

ທ່ານ Kerry ຜູ້ທີ່ໄດ້ເດີນທາງໄປນະຄອນຫຼວງ Brussels ເພື່ອເຂົ້າຮ່ວມໃນກອງປະຊຸມ ຄັ້ງສຸດທ້າຍຂອງທ່ານກັບບັນດາລັດຖະມົນຕີການຕ່າງປະເທດຂອງອົງການ NATO ໃນ ວັນອັງຄານທີ່ຜ່ານມາໄດ້ກ່າວວ່າ ທ່ານຫວັງທີ່ຈະເປີດຄືນການເຈລະຈາ ລະຫວ່າງ ລັດ ຖະບານ ຊີເຣຍ ແລະ ຝ່າຍກົງກັນຂ້້າມ, ແຕ່ທ່ານບໍ່ໄດ້ຮັບການຊ່ວຍເຫຼືອຫຍັງຫຼາຍຈາກ ລັດຖະບານຂອງປະທານາທິບໍດີ Bashar al-Assad.

ທ່ານ Kerry ໄດ້ກ່າວວ່າ “ພວກເຮົາໄດ້ພະຍາຍາມທີ່ຈະຫາທາງນຳເອົາພວກເຂົາເຈົ້າ ມາສູ່ໂຕະເຈລະຈາ. ແຕ່ທ່ານ Assad ແມ່ນບໍ່ເຄີຍສະແດງຄວາມສະໝັກໃຈໃດໆ. ຣັດ ເຊຍ ກ່າວວ່າ ທ່ານ Assad ແມ່ນພ້ອມທີ່ຈະເຂົ້າຮ່ວມໃນໂຕະເຈລະຈາ ແລະ ຂ້າພະ ເຈົ້າກໍຈະສະໜັບສະໜູນໃຫ້ມັນເກີດຂຶ້ນ."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG