ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແມ່ນໃຜໄດ້ປຽບ ຢູ່ທະເລຈີນໃຕ້ ຈີນ ຫລື ສະຫະລັດ


ກຳປັ່ນລົບ ສະຫະລັດ USS Lassen ປະຕິບັດງານ ຢູ່ເຂດນ່ານນໍ້າສາກົນ ໃນທະເລຈີນໃຕ້.
ກຳປັ່ນລົບ ສະຫະລັດ USS Lassen ປະຕິບັດງານ ຢູ່ເຂດນ່ານນໍ້າສາກົນ ໃນທະເລຈີນໃຕ້.

ການ​ອະພິປາຍ​ກຳລັງ​ມີ​ຂຶ້ນກ່ຽວ​ກັບ​ວ່າ ຝ່າຍ​ໃດ​ກຳລັງ​ໄດ້​ປຽບຢູ່​ໃນ​ທະ​ເລ​ຈີນ​ໃຕ້ ​ໃນ​ຂະ ນະ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນຂອງສູງ​ຈີນ ​ແລະ​ເຈົ້າ​ໜ້າ​ທີ່​ສະຫະລັດ ພົບ​ປະກັນ​ທີ່​ນະຄອນຫລວງ​ ປັກ​ກິ່ງ ​ອາທິດ​ນີ້ ໃນ​ຄວາມພ​ະຍາ​ຍາມ​ແກ້​ໄຂ​ແຫລ່ງທີ່​ມາຂອງ​ຄວາມ​ເຄັ່ງ​ຕຶງລະຫວ່າງ ​ປະ​ເທດ​ທັງ​ສອງ.

ຈີນ​ໄດ້​ເຂົ້າ​ຄວບ​ຄຸມ​ເອົາໝູ່​ເກາະໝູ່​ດອນ​ນ້ອຍໆ ​ແລະ​ເກາະ​ຫີນ​ປະ​ກາ​ລັງ ຢູ່​ທະ​ເລຈີນ​ໃຕ້ ຊຶ່ງ​ເປັນ​ທາງ​ຜ່ານອັນ​ສຳຄັນຂອງການ​ຄ້າ​ນາງ​ຊາດ. ຈີນ​ໄດ້​ອ້າງເອົາ ອະທິປະ​ໄຕ​ເກືອບທັງ​ໝົດ​ຂອ​ງທະ​ເລດັ່ງກ່າວ ​ເຖິງ​ແມ່ນ​ວ່າ​ມີ​ການ​ແຂ່​ງກັນ​ອ້າງ​ເອົາກຳມະສິດ ​ແລະ​ຍຶດຄອງ ບັນດາ​ໝູ່​ເກາະໝູ່​ດອນ​ເຫລົ່ານີ້ ​ໂດຍລັດຖະບານ ທ້ອງ​ຖິ່ນ​ຂອງ​ຫ້າ​ປະ​ເທດ ປະກອບ​ມີ ບຣູ​ໄນ ມາ​ເລ​ເຊຍ ​ຟິລິບ​ປີນ ​ໄຕ້​ຫວັນ ​ແລ​ຫວຽດນາມ.

ສະຫະລັດ ​ໄດ້​ສະ​ແດງໃຫ້ຄວາ​ມ​ເປັນກາງ ກ່ຽວ​ກັບ​ການ​ຂັດ​ແຍ້ງ​ເລື້ອ​ເຂດ​ນໍ້າ​ແດນ​ດິນ. ​ແຕ່​ວ່າໄດ້​ສົ່ງ​ເຮື​ອບິນ ​ແລະ​ພວກກຳ​ປັ່ນ​ໄປ​ໃກ້​ກັບ​ບັນດາ​ໝູ່​ເກາະ​ທີ່​ຈີນ​ຄວບຄຸມ ​ໂດຍ​ກ່າວ​ວ່າ​ ຕົນຕ້ອງການຄໍ້າປະກັນສິດ​ເສລີພາບໃນການ​ເດີນ ​ເຮື​ອ​ໃນ​ເຂດ​ນ່ານ​ນໍ້າ​ສາກົນ.

ຈີນ​ໄດ້​ຕິຕຽນການເຄື່ອນ​ໄຫວ​ທາງ​ທະຫານຂອງ​ສະຫະລັດວ່າ ​ເປັນ​ການ​ທ້າ​ທາຍ ​ແລະ ​ໃຫ້ການ​ສະໜັບສະໜູນ​ແກ່​ການ​ອ້າງກຳມະສິດ​ເອົາ​ດິນ​ແດນ​ຂອງພັນທະ​ມິດ​ສະຫະລັດ ເຊັ່ນ​ວ່າ ຟິລິບ​ປີນ. ປັກ​ກິ່ງ​ຍັງ​ໄດ້​ສ້າງ​ບັນດາ​ເກາະ​ທຽມຂຶ້ນກວມ​ເອົາ ​ເກາະ​ນ້ອຍໆທີ່​ຕົນ​ ຄວບ​ຄຸມ​ໃນ​ຫວ່າງບໍ່​ເທົ່າ​ໃດປີ​ມໍ່ໆ​ມາ​ນີ້ ​ແລະ​ໄດ້​ສົ່ງ​ອຸບປະກອນທາງ​ທະຫານ​ໄປ​ຢູ່​ສ່ວນ​ ນຶ່ງ​ຂອງ​ເກາະດອນ​ເຫລົ່ານີ້.

“ຈີນ​ກ່າວ​ວ່າ ພວກ​ເຮົາ​ຢູ່​ທີ່​ນີ້ ​ເຈົ້າ​ຈະ​ບໍ່ສາມາດ​ເຮັດ​ຫຍັງ​ກ່ຽວ​ກັບ​ມັນ​ໄດ້” ນັ້ນຄື ຄຳ​ເວົ້າ ຂອງທ່ານ Phiip Reynolds ກ່າວ​ຢູ່ ນັກຄົ້ນຄວ້າກ່ຽວກັບ​ການ​ຂັດ​ແຍ້ງ​ຂອງໂລກ ​ແລະ​ ພວມ​ຮຽນ​ເອົາປະລິນຍາ​ເອກ ທີ່​ມະຫາວິທະຍາ​ໄ​ລ Hawaii. “ນັ້ນ​ແມ່່ນພື້ນຖານການ​ໂຕ້ ​ຖຽງ​ຂອງ​ຂ້າ​ພະ​ເຈົ້າ​ແທ້ໆ ທີ່ວ່າ​ຈີນພວມ​ໄດ້ຮັບ​ໄຊຊະ ນະ ຫລື​ທີ່​ຈິງ ຈີນ​ໄດ້​ຊະນ​ະ​ແລ້ວ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG