ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບ ຟີລິບປິນ ແລະ ສະຫະລັດ ຫຼີກເວັ້ນ ການຊ້ອມຮົບ ທາງທະຫານ ຢູ່ທະເລຈີນໃຕ້


ລະບົບຍິງຈະຫຼວດ ທີ່ທັນສະໄໝ ຂອງສະຫະລັດ ຈອດຢູ່ໃນລະຫວ່າງລົດຫຸ້ມເກາະທະຫານ ຫຼັງຈາກເຂົ້າຮ່ວມ ໃນການຊ້ອມຮົບຮ່ວມທາງທະຫານ ລະຫວ່າງ ສະຫະລັດ ແລະຟີລິບປິນ ຂອງປີກາຍນີ້.
ລະບົບຍິງຈະຫຼວດ ທີ່ທັນສະໄໝ ຂອງສະຫະລັດ ຈອດຢູ່ໃນລະຫວ່າງລົດຫຸ້ມເກາະທະຫານ ຫຼັງຈາກເຂົ້າຮ່ວມ ໃນການຊ້ອມຮົບຮ່ວມທາງທະຫານ ລະຫວ່າງ ສະຫະລັດ ແລະຟີລິບປິນ ຂອງປີກາຍນີ້.

ການຊ້ອມຮົບປະຈຳປີຈັດຂຶ້ນໂດຍກອງທັບເຮືອ ຟີລິບປິນ ແລະ ສະຫະລັດ ​ເຊິ່ງ​ໃນປີນີ້
ແມ່ນຈະບໍ່​ມີການຝຶກຊ້ອມໃນທະເລຈີນໃຕ້ທີ່ເປັນບັນຫາລະອຽດອ່ອນ. ໃນຂະນະທີ່ຜູ້ນຳ
ຂອງປະເທດໃນພາກພື້ນ​ເອເຊຍຕາເວັນອອກສຽງໃຕ້ ໄດ້ເອົາບາດກ້າວໃໝ່ຕໍ່ການສ້າງ
ສາຍພົວພັນທາງການເມືອງ ແລະ ເສດຖະກິດທີ່ເຂັ້ມແຂງກວ່າເກົ່າກັບ ຈີນ, ເຊິ່ງເປັນຜູ້
ອ້າງເອົາກຳມະສິດ​ໃນທະເລດັ່ງກ່າວດ້ວຍຄວາມທະເຍີທະຍານ.

ການຊ້ອມຮົບ “Balikatan” ທີ່ເລີ່ມຂຶ້ນ​ ແຕ່ວັນທີ 8 ຫາ 19 ພຶດສະພາ ລວມມີການຝຶກ ຊ້ອມຮັບມືກັບໄພພິບັດຢູ່ນອກແຂວງ Aurora ໃນຟາກມະຫະສະໝຸດ ປາຊີຟິກ ຂອງ
ເກາະໃຫຍ່ Luzon, ປະເທດ ຟີລິບປິນ. ພວກເຂົາເຈົ້າໄດ້ຫຼີກເວັ້ນ ບໍລິເວນຕ່າງໆໃນທະ
ເລຈີນໃຕ້. ການອ້າງ​ເອົາກຳມະສິດທາງທະ​ເລຂອງ ປັກກິ່ງ ໄດ້ກວມກັບການອ້າງເອົາ
ກຳມະສິດໃນທະເລຈີນໃຕ້ຂອງ ມະນີລາ ຢູ່ນອກຊາຍຝັ່ງພາກຕາ ເວັນຕົກຂອງເກາະ
Luzon.

ການຫຼີກລ່ຽງທະເລທີ່ມີຄວາມຂັດແຍ້ງ ໄດ້ຂະຫຍາຍຄວາມເປັນມິດ ລະຫວ່າງ ປະທາ
ນາທິບໍດີ ຟີລິບປິນ ກັບ ຈີນ ຍິ່ງຂຶ້ນ ຫຼັງຈາກຄວາມລົ້ມແຫຼວໃນການຕົກລົງກັນສີ່ປີກ່ອນ ທີ່ໄດ້ຈົບລົງດ້ວຍການຂຶ້ນສານໂລກ.

ທ່ານ Herman Kraft ນັກລັດຖະສາດທີ່ມະຫາວິທະຍາໄລ Dilima ຂອງ ຟີລິບປິນ ໄດ້
ກ່າວວ່າ “ປະທານາທິບໍດີ Duterte ບໍ່ເຄີຍເປັນນັກພູມສາດການເມືອງທີ່ແທ້ຈິງ, ເຊິ່ງ
ໝາຍຄວາມວ່າ ນະໂຍບາຍການຕ່າງປະເທດແມ່ນ ກ່ຽວກັບນະໂຍບາຍເສດຖະກິດ, ແລະທ່ານສາມາດ ເຫັນສິ່ງໃນວິທີທີ່ທ່ານໄດ້ສະແດງໃຫ້ເຫັນ ຫຼື ອະທິບາຍການເຂົ້າ
ຕີສະໜິດກັບ ຈີນ.”

ທ່ານ Duterte ໄດ້ໄປຢ້ຽມຢາມ ຈີນ ສອງຄັ້ງ, ທ່ານໄດ້ພົບປະກັບປະທານປະ​ເທດ ຈີນ
ທ່ານ ສີ ຈິ່ນຜິງ ແລະ ໄດ້ຕົກລົງທີ່ຈະຈັດການເຈລະຈາໃນເດືອນນີ້ ​ໃນ​ການ​ຄຸ້ມ​ຄອງ
ກ່ຽວກັບ ເນື້ອທີ່ທາງທະ​ເລທີ່ມີຄວາມຂັດແຍ້ງກັນ. ຈີນ ໄດ້ສະເໜີ​ໃຫ້ການຊ່ວຍເຫຼືອ
ແລະການລົງທຶນມູນຄ່າ 24 ຕື້ໂດລາໃນເດືອນຕຸລາປີກາຍນີ້ ແລະ ໃນເດືອນມັງກອນທີ່
ຜ່ານມາກໍໄດ້ໃຫ້ຄຳໝັ້ນສັນຍາຕໍ່ 30 ໂຄງການມູນຄ່າ 3.7 ຕື້ໂດລາ.

ບັນດານັກວິເຄາະກ່າວວ່າ ການຝຶກຊ້ອມຢູ່ນອກຊາຍຝັ່ງມະຫາສະໝຸດປາຊີຟິກ ຂອງ
ຟີລິບປິນ ໄດ້ສົ່ງສັນຍານການສະໜັບສະໜູນໃຫ້ແກ່ ຈີນ ໃນຂະນະດຽວກັນໃຫ້ການ
ຍອມຮັບ ສະຫະລັດ ເປັນຄັ້ງໃໝ່ ພ້ອມກັບກຸ່ມສະໜັບສະໜູນ ອາເມຣິກາ ຂອງສະທາ
ລະນະຊົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG