ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວຟິລິບປີນ ສະແດງຄວາມຮູ້ສຶກ​ ທັງທາງ​ບວກ ​ແລະ​ລົບ ​ໃນການມີໜ້າ ເພີ້ມຂຶ້ນ ຂອງກຳລັງ​ ສຫລ​


In Philippines, Mixed Feelings About Greater US Military Presence
please wait

No media source currently available

0:00 0:02:14 0:00

ທີ່​ເມືອງ Bahile ​ຊຶ່ງ​ເປັນ​ເມືອງແຄມ​ທະ​ເລນ້ອຍໆ​ຂອງ​ຟິລິ​ບີນ
​ໃນແຂວງ Palawan ພວກ​ຊາວ​ປະມົງໄດ້​ຈັດ​ສົ່ງປາ ​ທີ່​ພວກ​
ເຂົາ​ເຈົ້າ​ຫາ​ມາ​ໄດ້​ໃນ​ຕອນ​ແລງ ໃຫ້​ພວກ​ພໍ່ຄ້າ​ຮັບເໝົາ​ຕົວແທນ
ລາຍ​ໃຫຍ່. ​ໃນ​ຖະໜົນ​ສາຍ​ຫຼັກ ທີ່ແລ່ນ​ຕັດ​ຜ່າ​ຕົວ​ເມືອງ ເຫັນພວກ
​ທີ່​ຄັດ​ເລືອກ​ປາຊະນິດ​ຕ່າງໆ ​ໄດ້​ນຳ​ກະ​ຖັງ​ຢາງ​ທີ່ໃສ່​ປາ​ເຫຼົ່າ​ນັ້ນ
​ໃນ​ຂະນະ​ທີ່​ພວກ​ເດັກນ້ອຍ​ພາກັນ​ແລ່ນ​ຫຼິ້ນ ​ໃນ​ເຂດ​ແຄມ​ຝັ່ງ
ຂອງ​ຕອນບ່າຍ ທີ່​ມີ​ແສງ​ແດດ​ນັ້ນ.

​ແຕ່​ວ່າ ຍັງ​ມີພາບ​ທີ່​ສະ​ແດງ​ອອກ​ເຖິງ​ຄວາມ​ເຄັ່ງ​ຕຶງ​ທີ່​ກົງກັນ​ຂ້າມຂອງ​ແຄມ​ຝັ່ງ ​ແລະ​ບັນຫາ ຂັດແຍ້​ງທີ່​ກຳລັງ​ກໍ່​ຕົວ​ຂຶ້ນຢູ່​ນອກ​ຝັ່ງ ຂອງ​ທະ​ເລ​ຈີນ​ໃຕ້.

ພວກປະທ້ວງຖືກພວກຕຳຫຼວດຍູ້ ໃນຂະນະທີ່ພວກເຂົາ ຍັບເຂົ້າໃກ້ສະຖານທູດອາເມຣິກາ ທີ່ບໍ່ສູ້ຈະມີຂຶ້ນ ໃນການຄົບຮອບ 117 ປີ ຂອງສົງຄາມອາເມຣິກັນ-ຢິລິບປີນໃນມະນີລາ, ຢິລິບປີນ, 4 ທັນວາ, 2016.
ພວກປະທ້ວງຖືກພວກຕຳຫຼວດຍູ້ ໃນຂະນະທີ່ພວກເຂົາ ຍັບເຂົ້າໃກ້ສະຖານທູດອາເມຣິກາ ທີ່ບໍ່ສູ້ຈະມີຂຶ້ນ ໃນການຄົບຮອບ 117 ປີ ຂອງສົງຄາມອາເມຣິກັນ-ຢິລິບປີນໃນມະນີລາ, ຢິລິບປີນ, 4 ທັນວາ, 2016.

​ໃນ​ທີ່​ນີ້ ​ແລະ​ອີກ​ທີ່​ອື່ນໆ​ໃນ​ຟິລິບ​ປີນ ມີ​ບາງ​ພວກ​ທີ່​ອາດ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ຕັດສິນ​ຂອງ​ສານ​ສູງ​ສຸດ ທີ່​ຈະແຜ້ວ​ທາງ​ໃຫ້​ກອງ​ກຳລັງ​ທະຫານສະຫະລັດ​ເຂົ້າໄປປະຈຳການ ຊຶ່ງ​ໄດ້​ສ້າງ​ການຕອບ​ຮັບ​ທີ່​ມີ​ທັງ​ບວກ​ແລະ​ລົບ ​ແບບປະສົມ​ປະສານ​ກັນ. ການ​ເພີ້​ມຂອງ​ການ​ປ່ຽນ​ຜຽນມາ​ປະຈຳການນີ້ ມີ​ຂຶ້ນ​ໃນ​ຂະນະ​ທີ່ຟິລິບ​ປີນ ພະຍາຍາມ​ທີ່​ຈະເພີ້​ມ​ກອງ​ກຳລັງ​ທະຫານ​ຂອງ​ຕົນ ​ໃນ​ການ​ປະ​ເຊີນ​ໜ້າ​ກັບ​ການ​ເອົາທ່າ​ທີ​ແບບ​ເຂັ້ມ​ແຂງ​ຂຶ້ນ​ໃນການ​ອ້າງ​ກຳມະ​ສິດທາ​ງທະ​ເລ​ຂອງ​ຈີນ ນັນ.

ກຳປັ່ນລົບ BRP Gregorio Del, ໃນທ່າ ມະນີລາ, ຢິລິບປີນ, 17 ທັນວາ 2014.
ກຳປັ່ນລົບ BRP Gregorio Del, ໃນທ່າ ມະນີລາ, ຢິລິບປີນ, 17 ທັນວາ 2014.

ທ້າວ Nicolas Ellis ຊາວ​ປະມົງ​ທ້ອງ​ຖິ່ນ ​ໄດ້​ອາ​ໄສ​ຢູ່​ທີ່​ນັ້ນ ມາ​ໄດ້ ຫຼາຍ​ກວ່າ 25 ປີ ​ແລ້ວ ​ແລະ​ລາວ​ໄດ້​ກ່າວວ່າ ລາວ​ມັກ​ຊີວິດ​ທີ່​ງຽບ​ສະ​ງົບ. ນອກ​ເໜືອ​ໄປ​ຈາກຄວາມ​ເຄັ່ງ​ຕຶງ​ລະຫວ່າງບັນດາ​ປະ​ເທດ​ເພື່ອ​ນບ້ານ ທີ່​ພາກັນ​ອອກ​ມາ​ອ້າງ​ເອົາເປັນ​ກຳມະສິດ​ນັ້ນແລ້ວ
ແມ່ນ​ບໍ່​ໄດ້ກະທົບເມືອງນ້ອຍໆນີ້​ເລີຍ.

​ໃນຮອບ​ຫຼາຍໆ​ທົດ​ສະ​ວັດ ​ໄດ້​ມີ​ເຮືອ​ຂອງ​ຊາວ​ປະມົງ​ຈາກ​ເມືອງ Bahile ​ໄດ້​ລ່ອງ​ຜ່ານ​ສະຖານີ​ຂອງ​ທະຫານ​ນ້ຳ ຕາມ​ທາງ​ຜ່ານໄປ​ຫາ​ອ່າວ Uluga ທີ່​ມີ​ໄລຍະ​ທາງ​ໜ້ອຍກວ່າ ນຶ່ງ​ກິໂລ​ແມັດ. ​ແຕ່​ວ່າ​ໃນ​ຮອບ​ປີນື່ງຫຼື ສອງ​ປີ ຜ່ານ​ມາ​ນີ້ ທ້າວ Ellis ​ໄດ້​ກ່າວ​ວ່າ ການ​ເຂົ້າ​ໄປ​ຍັງ​ອ່າວ Uluga ນັ້ນ​ແມ່ນ​ສັ່ນ​ເຊັນ​ໄປ​ທັງ​ຕົວ.

XS
SM
MD
LG