ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະມົນຕີຕ່າງປະເທດ ສະຫະລັດ ​ຢ້ຽມຢາມ​ ຟິລິບ​ປີນ (ວີດີໂອ)


ທ່ານ John Kerry ​ໄປເຖິ​ງຟິລິບ​ປີນ​ແລ້ວ
ທ່ານ John Kerry ​ໄປເຖິ​ງຟິລິບ​ປີນ​ແລ້ວ
ລັດຖະມົນຕີການ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​
ໄດ້​ເດີນທາງ​ໄປ​ຍັງ ​ປະ​ເທດ​ຟິລິບ​ປີນ​ໃນວັນອັງຄານ​ມື້​ນີ້​ ບ່ອນ​
ທີ່ສະຫະລັດ​ຈະ​ເຈລະຈາ​ເລື່ອງ​ການເສີມຂະຫຍາຍ ​ການ​ມີໜ້າ
ທາງ​ທະຫານ ຢູ່​ທີ່ນັ້ນ.

ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ຕິດຕາມ​ມາ ຫຼັງຈາກການ​ຢຸດ​ແ​ວ່
ຫວຽດນາມ ບ່ອນ​ທີ່​ທ່ານ​ໄດ້ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ​ ຈະໃຫ້​ເງິນ
​ 32 ລ້ານ​ໂດລ່າ ​ເພື່ອຊ່ວຍ​ເຫຼືອ ບັນດາ​ປະ​ເທດ​ເອ​ເຊຍ​
ອາຄະ​ເນ ​ປົກ​ປ້ອງເຂດ​ນ່ານນໍ້າ​ຂອງເຂົາ​ເຈົ້າ ​ໃນ​ທ່າມກາງ
ທີ່​ມີ​ຄວາມ​ເຄັ່ງ​ຕຶງ​ກັບ​ຈີນ​ນັ້ນ.

ທ່ານ ​ແຄຣີ ​ໄດ້​ປະຕິ​ເສດວ່າ ການ​ຊ່ອຍ​ເຫຼືອ​ອັນ​ໃໝ່ນີ້ ​ບໍ່​ແມ່ນ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່
ຄວາມ​ເອົາ​ບາດ​ຕະການແບບ​ຮຸກ​ຮານທາງ​ນໍ້າຂອງ​ຈີນ ​ແຕ່ທ່ານກ່າວ​ວ່າສະຫະລັດ​
ສະໜັບສະໜຸນການ​ທູດ ບໍ່ແມ່ນ​ການເອົາ​ບາດກ້າວ​ແຕ່​ຝ່າຍ​ດຽວ ໃນ​ກໍລະນີ​ຂັດ​ແຍ້ງກັນ
ລະຫວ່າງ​ຈີນ​ກັບ​ພວກ​ປະ​ເທດ​ອາຊ່ຽນນັ້ນ.

ທ່ານ​ແຄຣີກ່າວ​ວ່າ: “ສັນຕິ​ພາບ ແລະ​ສະຖຽນ​ລະ​ພາບໃນ​ຂົງ​ເຂດ ທະ​ເລ​ຈີນ​ໃຕ້ນັ້ນ​
ແມ່ນ​ບູລິ​ມະ​ສິດ​ອັນ​ດັບ​ສູງ​ອັນ​ນຶ່ງ ສໍາ​ຫຼັບ​ພວກ​ເຮົາ ​ແລະ​ບັນດາ​ປະ​ເທດ​ຢູ່​ໃນ​
ຂົງ​ເຂດ. ພວກ​ເຮົາ​ມີ​ຄວາມ​ເປັນ​ຫວ່າງ​ຫລາຍ​ທີ່ສຸດ ແລະກໍ​ຄັດຄ້ານ​ຢ່າງ​ແຂງ​ແຮງ
ຕໍ່ການ​ນໍາ​ໃຊ້​ວິທີ​ການແບບ​ບີບ​ບັງຄັບ​ແລະ​ຮຸກ​ຮານ ​ເພື່ອສົ່ງ​ເສີມ​ການອ້າງ​ເອົາ
ກໍາມະສິດ​ໃນ​ດິນ​ແດນ​ນັ້ນ.”


Kerry Asia visit
please wait
Embed

No media source currently available

0:00 0:01:02 0:00

ພາຍ​ໃຕ້ການ​ຊ່ວຍ​ເຫຼືອດັ່ງກ່າວ​ນີ້ ສະຫະລັດຈະ​ໃຫ້ເງິນ​ຊ່ອຍ​ເຫຼືອ​ແກ່ຫວຽດນາມ 18
ລ້ານໂດ​ລ່າ​ ຊຶ່ງຈະ​ຮວມທັງ ​ເຮືອໄວສໍາລັບລາດຕະ​ເວນ ​5 ລໍາ ໃຫ້​ແກ່​ໜ່ວຍ​ຍາມ​ຝັ່ງ​
ຂອງ​ຫວຽດນາມ. ​ແລະ​ບັນດາ​ປະ​ເທດ​ອາ​ຊ່ຽນ​ອື່ນ​ໆ​ ​ຈະ​ໄດ້​ຮັບ​ເງິນ 14.5 ລ້ານ​ໂດລ່າ.

​ໃນ​ກຸງ​ມະນີ​ລາ ທ່ານ​ແຄຣີ ຫວັງ​ທີ່​ຈະ​ໃຊ້​ການ​ພົບ​ປະກັນກັບບັນດາ​ຜູ້​ນໍາ​ຂອງ​ຟິລິບ​ປີນ
ໃນ​ວັນ​ອັງຄານ​ມື້ນີ້ ​ສ້າງ​ຄວາມ​ກ້າວໜ້າ​ໃນ​ເລື້ອງຂໍ້​ຕົກລົງ​ ທີ່​ຈະ​ອະນຸຍາດ​ໃຫ້​ ​ທະຫານ
​ສະຫະລັດ ​ເຮືອບິນ​ແລະ​ກໍາ​ປັ່ນ ​ຜ່ານ​ຟີ​ລິບ​ປີນ ​ໄດ້​ຫຼາຍຂຶ້ນ​ນີ້.

​ໃນ​ວັນ​ພຸດ​ມື້​ອື່ນ​ນີ້ ທ່ານ​ແຄຣີ ຈະ​ໄປ​ຢ້ຽມຢາມ​ເຂດ​ທີ່​ປະສົບ​ກັບ​ໄພ​ພະຍຸ​ໄຕ້​ຝຸ່ນໄຮ​ຢັນ
​ໃນເດືອນ​ແລ້ວ​ນີ້ ​ທີ່​ໄດ້​ພາກ​ຊີວິດ​ຜູ້​ຄົນໄປ ຫຼາຍ​ພັນ​ຄົນ​ນັ້ນ ​ແລະ​ກະ​ຕຸ້ນ​ໃຫ້​ສະຫະລັດ
ຈັດ​ສົ່ງການ​ຊ່ອຍ​ເຫຼືອດ້ານມະນຸດສະ​ທໍາຢ່າງຢ່າງ​ຂະໜານ​ໃຫຍ່​ ​ໄປ​ໃຫ້​ພາຍ​ໃຕ້ການ
​ນໍາພາຂອງ​ທະຫານ ​ສະຫະລັດ.
XS
SM
MD
LG