ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. Thein Sein ​ສັນຍາ ​ທີ່​ຈະ​ເຮັດວຽກ​ ໃຫ້​ດີ​ຂື້ນ


ປະທານາທິບໍດີ Thein Sein ຂອງມຽນມາ ​ສັນຍາ​ທີ່​ຈະ​ເຮັດ
​ວຽກ​ໃຫ້​ດີ​ຂື້ນ ​ໃນ​ການ​ໂອ້​ລົ​ມກັບປະ​ເທດ
ປະທານາທິບໍດີ Thein Sein ຂອງມຽນມາ ​ສັນຍາ​ທີ່​ຈະ​ເຮັດ ​ວຽກ​ໃຫ້​ດີ​ຂື້ນ ​ໃນ​ການ​ໂອ້​ລົ​ມກັບປະ​ເທດ
ປະທານາທິບໍດີ Thein Sein ຂອງມຽນມາ ​ໄດ້​ສັນຍາ​ທີ່​ຈະ​ເຮັດ
​ວຽກ​ໃຫ້​ດີ​ຂື້ນ ​ໃນ​ການ​ໂອ້​ລົ​ມກັບປະ​ເທດ ​ໃນ​ຂະນະ​ທີ່​ ທ່ານ ຖະ​
ແຫລ​ງ ເປັນ​ຄັ້ງ​ທໍາ​ອິດ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ເນື່ອງ​ໃນ​ໂອກາດ​ການ​
ສະຫລອງ​ປີໃໝ່​ສາກົນ ​ໃນ​ວັນ​ອັງ​ຄານມື້ນີ້.

ຢູ່​ໃນ​ຄໍາ​ຖະ​ແຫລ​ງ​ຜ່ານທາງວິທະຍຸ​ກະຈາຍສຽງ ເປັນ​ເວ​ລາຫ້າ​ນາ​ທີ ຜູ້​ນໍາປະຕິ​ຮູບຂອງ​ມຽນມາ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາວ່າ ຈະ​ທຳ​ການໂຄສະ ນາແບບໃໝ່ ຊຶ່ງ​ຈະ​ເປັນ​ສື່ສານ​ໂດຍ​ກົງ​ຫລາຍ​ຂື້ນ​ແບບ​ຈະແຈ້ງ​ກັບປະ ຊາ​ຊົນ ​ໂດຍ​ກ່າວວ່າ ການ​ໄວ້​ເນື້ອ​ເຊື່ອ​ໃຈ​ຊຶ່ງ​ກັນ​ແລະ​ກັນ ​ເປັນ​ກະແຈໃນ​ການ​ຫັນປ່ຽນຂອງ​ປະ​ເທດທີ່​ກຳລັງ​ດຳ​ເນີນ​ຢູ່​ໃນ​ເວລາ​ນີ້.

ທ່ານ Thein Sein ​ອາຍຸ 67 ປີກ່າວ​ວ່າ ​ໂລກ​ໄດ້ “​ຕົກ​ຕະລຶງ” ​ໂດຍ​ ການ​ປະຕິ​ຮູບ​ດ້ານ​ການ​ເມືອງ​ຂອງ​ມຽນມາໃນ​ປີ 2012 ຊຶ່ງ​ຮວມ​ທັງ​ການ​ປ່ອຍ​ໂຕບັນດາ​ນັກ​ໂທດ​ການ​ເມືອງ
ຫລາຍ​ໆຮ້ອຍ​ຄົນ ຜ່ອນ​ຜັນ ການ​ກວດກາ​ສື່​ມວນ​ຊົນ ​ແລະ​ອະນຸຍາດ​ໃຫ້ຜູ້​ນໍາ​ປະຊາທິປະ​ໄຕ ທ່ານ​ນາງ Aung San Suu Kyi ​ປະສົບ​ຜົນ​ສໍາ​ເລັດ​ໃນ​ການສະມັກ​ເລືອກ​ຕັ້ງເປັນ​ສະມາຊິກ​ສະພາ.

​ແຕ່​ວ່າ ອ​ະດີດ​ນາຍ​ພົນມຽນມາ ຮັບ​ຮູ້​ວ່າ ມຽນມາ ຍັງ “ມີ​ອີກ​ຫຼາຍ ພາກສ່ວນ ທີ່ຈະ​ຕ້ອງ​ປະຕິ​ຮູບ​.” ທ່ານກ່າວ​ວ່າ ການ​ຄາ​ດຄະ​ເນ​ຂອງ​ຄວາມ​ນິຍົມ​ນັ້ນ​ເປັນ​ທີ່​ຟົດຟື້ນນໍາ​ການ​ປ່ຽນ​ແປ​ງຢ່າງ​ວ່ອງ​ໄວ ​ແຕ່ທ່າ​ນ ​ໄດ້​ຮຽກຮ້ອງ​ໃຫ້ປະຊາຊົນ ຈົ່ງ​ອົດທົນ ທ່ານ​ກ່າວ​ອີກ​ວ່າ ການ​ປ່ຽນ​ແປງ​ຢ່າງ​ຂະໜານ​ໃຫຍ່ນັ້ນ ຕ້ອງໃຊ້​ເວລາ.

ກ່ຽວຂ້ອງກັນ

XS
SM
MD
LG