ລິ້ງ ສຳຫລັບເຂົ້າຫາ

ການອະພິປາຍ ເລື້ອງສັນຊາດ ຢູ່ມຽນມາ ພົວພັນກັບ ຊົນເຜົ່າ ສາສະໜາ ແລະຄວາມທຸກຈົນ


ໃນ​ເດືອນ​ນີ້ ມຽນມາ ​ໄດ້​ເລີ້ມ​ດຳ​ເນີນຂັ້ນຕອນ ​ທີ່​ອາດ​ຈະໃຫ້​ສັນ
ຊາດ​ແກ່​ປະຊາຊົນ ທີ່ເປັນ​ເວລາ​ຫລາຍ​ປີ​ຜ່ານ​ມາ ຖືກຈັດວ່າບໍ່
ມີ​ປະ​ເທດ. ​ແຕ່ແຜນ​ດັ່ງກ່າວ​ກ່ອນ​ອື່ນ​ໝົດແມ່ນ ພົວພັນກັບການ
ບັງຄັບໃຫ້ຊາວ Rohingya ຕ້ອງ​ໄດ້​ປະ​ຖິ້ມ​ຊື່ ທີ່​ເຂົາ​ເຈົ້າ​ໄດ້​ໃຊ້​
ມາ​ເປັນ​ເວລາ​ດົນ​ນານ​ແລ້ວ ​ແລະໃຫ້​ເອີ້ນ​ຕົນເອງ​ວ່າຊາວ
Bengali ແທນ ຊຶ່ງ​ໝາຍ​ເຖິງຜູ້ຄົນທີ່ ມາຈາກບັງ​ກລາ​ແດັສ. ນັກ​
ຂ່າວວີ​ໂອ​ເອ Colin Lovett ​ໄດ້​ຢ້ຽມ​ຢາມ​ປະຊາ​ຄົມ​ Rohingya ຢູ່​ໃນ​ລັດ Rakhine ​ແລະ​
ໄດ້​ໂອ້​ລົມ​ກັບ​ບັນ​ດາ​ຊາວ​ບ້ານ ​ກ່ຽວ​ກັບສະຖານະ ການຢູ່ທີ່ນັ້ນຊຶ່ງ ​ກິ່ງ​ສະ​ຫວັນ ຈະນຳ​ເລື້ອງ​ນີ້ ​ມາສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ຢູ່​ລັດ Rakhine ຊາວ​ມຸ​ສລິ​ມທີ່​ເປັນຊົນ​ກຸ່ມ​ນ້ອຍ​ທີ່ຮູ້​ກັນ​ວ່າ Rohingya ​ໄດ້ມີຄວາມ
ກະວົນກະວາຍຫລາ​ຍຂື້ນ​ ນັບ​ຕັ້ງ​ແຕ່​ຄວາມ​ວຸ້ນວາຍຊົນເຜົ່າ ໄດ້​ທັບ​ມ້າງ​ປະຊາ​ຄົມ​ເມື່ອ​
ສາມ​ປີ​ກ່ອນ.

ທ້າວ Pop Ali ຊາວ Rohingya ໃນລັດ Rakhine ກ່າວ​ວ່າ “ພວກ​ເຮົາ​ຕ້ອງການວຽກ
​ເຮັດ​. ພວກ​ເຮົາຕ້ອງການ ການສຶກສາ. ພວກ​ເຮົາ​ບໍ່​ມີ​ເງິນ.”

Colin Lovett ນັກ​ຂ່າວວີ​ໂອ​ເອກ່າວ​ວ່າ “ນີ້​ແມ່ນ Aung Minglar ຄຸ້ມ​ມຸສລິ​ມ​ແຫ່ງ​
ດຽວ​ໃນ​ເມືອງ Sittwe ​ແລະ​ເປັນ​ບ່ອນ​ທີ່​ໄດ້​ເກີດ​ຄວາມ​ຮຸນ​ແຮງ​ໃນ
ປີ 2012. ຊາວ
ເມືອງສ່ວນຫລາຍ​ຢູ່​ນີ້ ຮ້ອງ​ເຂົາ​ເຈົ້າເອງ​ວ່າ Rohingya ​ແລະກ່າວ​ວ່າ ການ​ຂົ່ມຂູ່​ທີ່ຈະກໍ່ຄວາມຮຸນແຮງ ​ທີ່ມີຢູ່ຕະຫລອດມາ ພ້ອມ​ທັງການຈຳແນກກີດກັນ ​ໃນ​
ຮູບ
ຂອງ​ການ​ປະຕິ​ເສດບໍ່ໃຫ້ສັນຊາດ ແມ່ນ​ເປັນ​ຮາກ​ເຫງົ້າ​ຂອງ​ສາ​ເຫ​ດ​ບັນຫາ
ທັງຫລາຍ.”

ທ້າວ Shwe La ຊຶ່ງເປັນຊາວ Rohingya ອີກຄົນນຶ່ງ ໃນເມືອງSittwe ກ່າວ​ວ່າ ​ເຖິງ​ແມ່ນ
​ວ່າຄວາມ​ຮຸນ​ແຮງ​ຢ່າງເປີດເຜີຍໄດ້​ສິ້ນ​ສຸດ​ລົງແລ້ວກໍຕາມ ແຕ່ສະຖານະ​ການ​ຍັງ​ເປັນທີ່​ບໍ່​
ໄວ້​ວາງ​ໃຈ ​ເພາະວ່າ ຊາວ Rohingya ບໍ່​ສາມາດຫລົບໜີ​ໄດ້​ ​ຍ້ອນວ່າ​ຍັງ​ມີຄວາມ​ຢ້ານກົວ
​ບໍ່​ມີ​ຄວາມ​ປອດ​ໄພ​ແກ່​ເຂົາ​ເຈົ້າ.

ທ້າວ Shwe La ກ່າວ​ວ່າ “ຫລັງ​ຈາກ​ສາມ​ປີ​ຕໍ່​ມາ ​ເຖິ​ງແມ່ນ​ວ່າ​ບໍ່​ມີ​ການໂຈມຕີທີ່ຮຸນ​ແຮງ​ເກີດຂຶ້ນກໍຕາມ ແຕ່ສະຖານະການທາງດ້ານສັງຄົມ ອະນາໄມ ​ແລະ​ເສດຖະ
ກິດ ຍັງບໍ່ດີ​ຂື້ນ ​ເລີຍ ເພາະວ່າ ພວກ​ເຮົາ​ບໍ່​ໄດ້​ຮັບ​ອະນຸຍາດ​ ໃຫ້ອອກ​ຈາກ​ເຂດ​
ຂອງ​ພວກ​ເຮົາໄດ້​ຢ່າງ​ເສລີ.”

ສາສະໜາອິສລາມ ຍັງ​ໄດ້​ກາຍ​ມາ​ເປັນ​ບັນ​ຫາທີ່ພ້ອມແລ້ວຈະລະເບີດ ຢູ່​ໃນ​ປະຊາ​ຄົມ
ສ່ວນ​ໃຫຍ່​ຂອງຊາວ​ພຸດມຽນມາ ​ໂດຍການຫັນປ່ຽນ​ແນວ​ຄິດ​ຂອງປະຊາຊົນໃຫ້ຕໍ່ຕ້ານ
ກຸ່ມດັ່ງກ່າວ. ທ້າວ Aye Lwin ​ເປັນ​ນັກ​ເຄື່ອນ​ໄຫວ​ມຸສລິ​ມທີ່ພົວພັນກັບສາສະໜາອື່ນ
ຢູ່​ນະຄອນ​ຢ່າງ​ກຸ້ງ ທີ່​ບໍ່​ແມ່ນ​ຊາວ Rohingya.

ທ້າວ Aye Lwin ກ່າວ​ວ່າ “ອັນ​ທີ່​ເກີດ​ຂື້ນ​ຫວ່າງ​ບໍ່​ນານ​ມາ​ນີ້ ​ແມ່ນ​ສາສະໜາ​ກຳລັງ​
ຖືກ​ນຳ​ໃຊ້​ເປັນ​ເຄຶ່ອງມືທາງການ​ເມືອງ ຈາກພວກທີ່ມີຜົນ​ປະ​ໂຫຍ​ດ.”

ບັນດາ​ຜູ້ນຳຊາວ​ພຸດ​ຫົວ​ຮຸນ​ແຮງ ທີ່ຢູ່່​ໃນທັງລັດ Rakhine ​ແລະ​ແຫ່ງ​ອື່ນໆ​ຂອງ​ມຽນມາ
ພາກັນ​ຢ້ານ​ກົວ​ວ່າ ຊາວມຸສລິມ ຈະເຂົ້າມາ​ຄວບ​ຄຸມ​.

​ຄວາມ​ເປັນ​ຫ່ວງເຫລົ່ານີ້ ​ແມ່ນໄດ້ສະທ້ອນໃຫ້ເຫັນໂດຍຜູ້ຄົນຢູ່ໃນລັດ Rakhine ຄື​ດັ່ງ
ນາງ Mya Sein ໃນເມືອງ Sittwe.

ນາງ Mya Sein ກ່າວ​ວ່າ “ພວກ​ເຮົາ​ມີ​ຄວາມ​ຢ້ານ​ກົວ​ອິດທິພົນຊາວ Bengali ​ຢູ່​ໃນ
​ເຂດ​ນີ້. ​ເພາະສະ​ນັ້ນ ພວກ​ເຮົາ​ຈຶ່ງມີ​ຄວາມ​ເປັນ​ຫ່ວງ​ກ່ຽວກັບຊາວ Bengail ທີ່​ອົບ​
ພະຍົບມາ​ຢູ່ທີ່​ນີ້.”

ຫົວໜ້າ​ລັດຖະມົນຕີ ລັດ Rakhine ທ່ານ Maung Maung Ohn ກ່າວ​ວ່າ ສາສະໜາ​ບໍ່​ມີ​
ສ່ວນ​ພົວພັນໃດໆ​ກັບ​ບັນຫາ​ການໃຫ້​ສັນຊາດ ​ແກ່​ຊາ​ວ Rohingya ຜູ້​ທີ່​ທ່ານ ​ແລະ​ລັດ
​ຖະບານ​ມຽນມາ ຮ້ອງ​ວ່າ ຊາວ Bengali.

ທ່ານ Muang Muang Ohn ກ່າວ​ວ່າ “ຄົນ​ຈຳນວນ​ນຶ່ງ​ຍັງ​ປະຕິ​ເສດ ບໍ່​ຮັບ​ເອົາ​ຄຳ​ວ່າ Bengali ​ແລະ​ເຂົ້າ​ຮ່ວມໃນຂັ້ນຕອນ. ​ເພາະສະ​ນັ້ນ ຄຳ​ຖາມ​ຈຶ່ງມີ​ຢູ່​ວ່າ ​ເຈົ້າ​ຕ້ອງ
ການ​ສັນ ຊາດ ຫລື​ເຈົ້າ​ຕ້ອງການເປັນ​ຊົນ​ເຜົ່າ Rohingya?”

ສ່ວນໃຫຍ່ຂອງຊາວ Rohingya ທີ່ ວີ​ໂອ​ເອໄດ້ໂອ້​ລົມ​ນຳ ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ບໍ່ເອີ້ນຕົນ
ເອງ​ວ່າ ​ເປັນ​ຊາວ Bengali ເດັດຂາດ ທີ່​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ ບໍ່​ມີສິດເພື່ອເຂົ້າຮ່ວມຂັ້ນ
ຕອນໃນການຂໍ​ສັນຊາດໄດ້.

ກຸ່ມ VOX POP Dar Pang ຮ້ອງ​ອອກ​ມາ​ວ່າ

“Rohingya Rohingya”

ໃນຂະນະທີ່ຊາວ Rohingya ​ແລະ ລັດຖະບານ​ ຕ່າງ​ກໍ​ບໍ່​ລົງ​ລອຍ​ກັນໃນ​ແນວ​ຄິດ​ຂອງຕົນ
ຢູ່ນັ້ນ ສະພາບການບໍ່ໄປບໍ່ມາ ​ທີ່​ແບ່ງແຍກ​ປະຊາ​ຄົມ​ດັ່ງກ່າວນີ້ ຈຶ່ງປະກົດ​ວ່າ​ຍັງ​ຈະ​ດຳ​ເນີນຢູ່ອີກຕໍ່​ໄປ.

This month Myanmar resumes a process that could grant citizenship to people who for years have been stateless. But the plan involves first requiring Rohingya to abandon the name they have long used for themselves, and instead call themselves "Bengalis," which typically refers to people from Bangladesh. VOA's Colin Lovett visited Rohingya communities in Rakhine state and talked to residents about their situation.

In Rakhine, the Muslim minority group known as Rohingya has grown increasingly desperate ever since ethnic riots tore apart the community three years ago.

"We need jobs. We need education. We have no money."

"This is Aung Minglar, the only Muslim neighborhood in Sittwe and the site of the 2012 violence. Most of the residents here identify themselves as Rohingya and say the threat of violence, ever present, as well as discrimination in the form of denied citizenship, are the real root causes of the problems."

Resident Shwe La says although the overt violence has stopped, the situation remains dire because Rohingya can't leave because of continuing fears for their safety.

"After three years later, although there is no violent attack, our social, health and economic situation, have not been improved because we are not allowed to get out of our area freely."

Islam has also become a flashpoint issue in majority Buddhist Myanmar, turning public opinion against the group.Aye Lwin is a Muslim interfaith activist in Yangon who is not Rohingya.

"So what has happened lately is that religion is being used as a political tool by those people with vested interests."

Some extremist Buddhist leaders, both inside Rakhine and elsewhere in Myanmar, are stoking fears of a Muslim takeover.

Those concerns are echoed by Rakhine people like Mya Sein in Sittwe.

"We fear Bengali influence in this area. That's why we are concerned about the Bengali migration here."

Rakhine State Chief Minister Maung Maung Ohn says religion has nothing to do with the issue of citizenship for Rohingya, whom he and the Myanmar government call Bengalis.

"Some people are still refusing to accept the term [Bengali] and participate in the process. So the question is, do you want citizenship or do you want Rohingya ethnicity?"

Most Rohingya VOA spoke to said they would never identify themselves as Bengalis, making them ineligible for the citizenship process.

"Rohingya, Rohingya"

With Rohingya and the government each entrenched in their view, the impasse that divides this community appears likely to continue.

XS
SM
MD
LG