ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການໂຮມຊຸມ ທັງສະໜັບສະໜູນ ແລະຕໍ່ຕ້ານ ອົບພະຍົບ ທີ່ນະຄອນ Melbourne


ພວກປະທ້ວງຕໍ່ຕ້ານ ຜູ້ຂໍລີ້ໄພ ທີ່ກຳລັງຖືກເນລະເທດ ໃນປະເທດອອສເຕຣຍເລຍ.
ພວກປະທ້ວງຕໍ່ຕ້ານ ຜູ້ຂໍລີ້ໄພ ທີ່ກຳລັງຖືກເນລະເທດ ໃນປະເທດອອສເຕຣຍເລຍ.

ຫຼາຍ​ຮ້ອຍ​ຄົນ ​ພາກັນໂຮມ​ຊຸມນຸມ​ຢູ່​ນະຄອນ Melboune ປະ​ເທດ Australia ​ໃນ​ວັນ​ເສົາ​ມື້​ນີ້​ ຫລັງ​ຈາກ​ການສະ​ເໜີ ທີ່​ຈະ​ຕັ້ງ​ຖິ່ນ​ຖານ​ອົບ​ພະຍົບ ຢູ່​ໃນ​ທ້ອງ​ຖິ່ນ ​ໄດ້​ດຶງດູດ​ເອົາ​ປະ ຊາຊົນ ​ທັງຝ່າຍ​ທີ່​ເຫັນ​ດີ ແລະ​ຕໍ່ຕ້ານມາດ​ຕະການດັ່ງກ່າວ ມາ​ໂຮມ​ຊຸມນຸມ​ກັນ.

ພວກ​ປະ​ທ້ວງ​ຈາກ​ກຸ່ມ​ຕ່າງໆ​ທີ່​ຕໍ່​ຕ້ານອິສລາມ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້ຕໍ່​ຕ້ານ​ແຜນ​ທີ່​ຈະ​ຕັ້ງ​ຖິ່ນ​ຖານ​ພວກອົບ​ພະຍົບ 120 ຄົນ ​ທີ່ີມາ​ຈາກ​ຊີ​ເຣຍ ​ແລະ​ອີຣັກ ຢູ່​ທີ່​ບ່ອນພັກ​ພາ​ອາ​ໄສ​ຂອງ​ຜູ້​ເຖົ້າ ​ຢູ່ທີ່ຄຸ້ມ Eltham.

ພວກ​ປະ​ທ້ວງຕໍ່ຕ້ານ​ຄົນ​ເຂົ້າ​ເມືອງ ພາກັນ​ຖື​ທຸງ​ຊາດອອສເຕຣຍ​ເລຍ ​ແລະເດີນ​ຂະ​ບວນ​ໃກ້ໆ​ກັບ​ສວນສາທາລະນະ Andrew ທີ່​ຄຸ້ມ Eltham. ຕຳຫລວດ​ໄດ້ຖືກ​ສົ່ງ​ໄປ​ທີ່​ນັ້ນ ​ເພື່ອ​ແຍກ​ກຸ່ມ​ທັງ​ສອງອອກຈາກ​ກັນ ບໍ່​ໃຫ້​ເກີດການ​ປະ​ທະ​.

ພວກ​ສະໜັບສະໜູນ​ອົບ​ພະ​ຍົບ ຊຶ່ງ​ເປັນສ່ວນນຶ່ງ​ຂອງ​ກຸ່ມ “ຍິນ​ດີ​ຕ້ອນ​ຮັບ ທີ່​ຄຸ້ມ Eltham” ໄດ້​ພາກັນ​ຖື​ປ້າຍ​ທີ່ມີ​ສີສັນ ​ທີ່​ຂຽນ​ວ່າ “Eltham ຂໍຮັບ​ເອົາ​ອົບ​ພະ ຍົບ.”

ທ່ານ John Convoy ຢູ່​ທີ່ບ່ອນ​ບໍລິການ​ຮັກສາ Saint Vincent ກ່າວ​ວ່າ “ຄົນ​ສ່ວນ​ໃຫຍ່​ພາກັນບໍ່​ສະ​ແດງ​ຄວາມ​ຮູ້ສຶກ. ​ເຂົາ​ເຈົ້າຫລາຍ​ຄົນ​ມີ​ອາຍຸ​ໄດ້​ແປດ​ສິບ​ປີ ​ແລະເກົ້າ​ສິບ​ປີ ​ແລະ​ແມ່ນ​ແລ້ວ ​ເຂົາ​ເຈົ້າ​ພຽງ​ແຕ່​ເກັບ​ຄວາມ​ຮູ້ສຶກເຂົ້າ​ເຈົ້າ​ໄວ້. ​ເຂົາ​ເຈົ້າ​ມີ​ຄວາມ​ເປັນ​ຫ່ວງ​ຢູ່​ໜ້ອຍ​ນຶ່ງ​ກ່ຽວກັບ​ເລື້ອງ​ນີ້ ແຕ່​ເຂົາ​ເຈົ້າ​ຈະລໍ​ຖ້າ​ ​ແລະເບິ່ງກັນ​ຕໍ່​ໄປ.”

ພວກປະທ້ວງພາກັນຖືປ້າຍ ແລະຟັງບັນດາຜູ້ເວົ້າ ລະຫວ່າງການປະທ້ວງສະໜັບສະໜູນ ອົບພະຍົບ.
ພວກປະທ້ວງພາກັນຖືປ້າຍ ແລະຟັງບັນດາຜູ້ເວົ້າ ລະຫວ່າງການປະທ້ວງສະໜັບສະໜູນ ອົບພະຍົບ.

ໜັງສື​ພີມ Sydney Morning Herald ລາຍ​ງານ​ວ່າ ພວກ​ຄົນ​ທ້ອງຖິ່ນ​ພາກັນ​ສົນທະນາ ກ່ຽວ​ກັບ​ແນ​ວຄິດ​ທີ່​ຈະ​ຕັ້ງ​ຖິ່ນຖານ​ອົບ​ພະຍົບຢູ່ສະຖານ​ທີ່ບໍລິການ​ຮັກ ສາ St Vincent ​ແຕ່​ສ່ວນໃຫຍ່​ເຂົາ​ເຈົ້າ​ບໍ່​ດີ​ໃຈ​ທີ່​ຄົນ​ມາ​ຈາກ​ເຂດ​ອື່ນ​ໄດ້​ລັ່ງ​ໄຫຼ ​ ​ມາ​ປະ​ທ້ວງ​ຢູ່ຄຸ້ມ Eltham.

ອອສ​ເຕຣ​ເລຍມີ​ນະ​ໂຍບາຍ​ເຄັ່ງຄັດ​ຕໍ່​ຄົນ​ເຂົ້າ​ເມືອ​ງ ​ແລະ​ຜູ້ລີ້​ໄພທີ່ພະຍາຍາມ ​ເດີນທາງ​ໄປເຖິງ​ທະວີ​ບດັ່ງກ່າວ ທີ່​ຖືກ​ສົ່ງ​ໄປ​ສູນ​ອົບ​ພະຍົບທີ່​ເກາະ Nauru ຫລືທີ່​ປາ​ປົວ​ນິວກີ​ນີ ບ່ອນ​ທີ່​ຖານະ​ເປັນ​ອົບ​ພະ​ຍົບຂອງ​ພວກ​ເຂົາ​ເຈົ້າ ອາດ​ຈະ ຖືກ​ຮັບ​ເອົາ​ຫລື​ປະຕິ​ເສດ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Australia Protest Refugee
please wait

No media source currently available

0:00 0:01:22 0:00

XS
SM
MD
LG