ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

30 ກວ່າຄົນເສຍຊີວິດ ໃນເຫດແຫກຄຸກ ທີ່ອີຣັກ ແລະນັກໂທດ 40 ຄົນ ຫຼົບໜີ


ພວກພົນລະເຮືອນ ແລະກຳລັງຮັກສາຄວາມປອດໄພ ກວດກາ
ເບິ່ງບ່ອນເກີດເຫດວາງລະເບີດລົດ ໃນຄຸ້ມໜຶ່ງ ທີ່ແບກແດັດ. ວັນທີ 9 ພຶດສະພາ 2015.
ພວກພົນລະເຮືອນ ແລະກຳລັງຮັກສາຄວາມປອດໄພ ກວດກາ ເບິ່ງບ່ອນເກີດເຫດວາງລະເບີດລົດ ໃນຄຸ້ມໜຶ່ງ ທີ່ແບກແດັດ. ວັນທີ 9 ພຶດສະພາ 2015.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຢ່າງ​ໜ້ອຍ ​ປະຊາຊົນ 30 ກ່ວາຄົນ
​ເສຍ​ຊີວິດ ​ແລະ​ ນັກ​ໂທດ 40 ຄົນ​ພາກັນ​ຫຼົບໜີໄປ ​ໃນ​ການ​
ແຫກ​ຄຸກແຫ່ງ​ໜຶ່ງ ຢູ່​ທາງ​ທິດ​ເໜືອ​ຂອງ​ນະຄອນຫຼວງ​ແບກ
​ແດັດ ຂອງ​ອີຣັກ.

ກະຊວງ​ພາຍ​ໃນ​ຂອງ​ອີຣັກ ກ່າວ​ວ່າ ​ຕຳ​ຫວດ 6 ຄົນ ​ແລະນັກ​
ໂທດ 30 ຄົນ​ເສຍ​ຊີວິດ​ໃນ​ການ​ກໍ່​ການ​ຈະລາຈົນ​ຂຶ້ນ​ທີ່​ຄຸກ.
​ແຕ່ ເຈົ້າໜ້າ​ທີ່​ຄົນ​ອື່ນໆ ກ່າວ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ແມ່ນ​
ສູງ​ກວ່າ​ນັ້ນ​ຫຼາຍ ​ໂດຍ​ລາຍ​ງານ​ວ່າ ​ມີ​ຕຳຫຼວດ 12 ຄົນ ແລະ​
ນັກ​ໂທດ​ຢ່າງ​ໜ້ອຍ 50 ຄົນ​ເສຍ​ຊີວິດ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ໄດ້​ເກີດການ​ຕໍ່ສູ້​ກັນ​ຂຶ້ນ​ ໃນລະຫວ່າງ​ພວກ​ນັກ​ໂທດ​ນຳ​ກັນແລະ
​ເວລາ​ພວກ​ນາຍ​ຍາມ​ຄຸກ​ ເຂົ້າ​ໄປ​ແຊກ​ແຊງ ພວກ​ນັກ​ໂທດ ທີ່​ມີ​ຈຳນວນ​ຫຼາຍ​ກວ່າກໍ​ໄດ້ຍຶດ
​ເອົາ​ອາວຸດ​ຂອງ​ພວກ​ນາຍ​ຍາມໄປ.

ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ແຫກຄຸກ ​ແລະເລົ່າ
ເລື້ອງ​ເຫດການ​ດັ່ງກ່າວ ຢູ່​ໃນ​ຖະ​ແຫຼ​ງການ​ສະບັບ ​ໜຶ່ງທີ່​ລົງ​ຢູ່​ໃນ Websites ຂອງ​ກຸ່ມ jihad ນັ້ນ. ກຸ່ມ​ດັ່ງກ່າວ​ເວົ້າ​ວ່າ ຕົນ​ໄດ້​ວາງ​ລະ​ເບີດ​ຫລາຍ​ລູກ​ຢູ່​ນອກ​ຄຸກ ​ໃນ​ການ​ປະຕິບັດ​ງານ​ທີ່​ມີ ​ການ​ປະສານ​ງານ​ກັນ​ກັບ​ພວກ​ນັກ​ໂທດ​ຢູ່​ໃນ​ຄຸກ​ນັ້ນ. ມີ​ພວກ​ສະມາຊິກ​ກຸ່ມ​ລັດ​ອິສລາມ ​ປະມານ 30 ຄົນ​ຮວມຢູ່​ໃນ​ຈຳນວນ​ພວກ​ນັກ​ໂທດ​ທີ່​ພາກັນ​ຫຼົບໜີ​ ອີງ​ຕາມ​ຖະ​
ແຫຼ​ງການ​ສະບັບ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ອີຣັກ ​ໄດ້​ເປີດ​ເຜີຍວ່າ ພວກ​ຫຼົບໜີ​ນັ້ນ​ ບາງ​ຄົນ​ແມ່ນ​ໄດ້​ຖືກ​ຈຳ​ຄຸກ​ ​ໃນ​ຂໍ້
ຫາ​ຖານ​ທຳ​ການ​ກໍ່​ການຣ້າຍ.

ການ​ແຫກ​ຄຸກແມ່ນ​ເກີດ​ຂຶ້ນ​ຢູ່​ເລື້ອຍໆ​ໃນ​ອີຣັກ ຊຶ່ງໃນ​ປີຜ່ານມາ​ນີ້ ​ໄດ້ຕໍ່ສູ້​ກັບ​ພວກ​ກະບົດ​ກຸ່ມຫົວ​ຮຸນ​ແຮງ​ລັດ​ອິສລາມ​ນັ້ນ.

​ໃນ​ອີກ​ຂ່າວ​ໜຶ່ງນັ້ນ ການວາງ​ລະ​ເບີດ​ໃນ​ລົດ​ຄັນ​ໜຶ່ງ ​ໃນ​ວັນ​ເສົາ​ວານ​ນີ້ ​ໄດ້​ສັງຫານ​ປະຊາ
ຊົນ ​ຢ່າງໜ້ອຍ 7 ຄົນ ​ແລະ​ໄດ້​ຮັບ​ບາດເຈັບ​ຕື່ມ​ອີກ​ ຢ່າງ​ໜ້ອຍ 14 ຄົນ ອີງ​ຕາມ​ລາຍ​ງານ
ຂອງ​ຕຳຫຼວດ ​ແລະ​ແຫຼ່ງຂ່າວ​ອື່ນໆ ກໍ​ແມ່ນ​ວ່າ. ລາຍ​ງານ​ຂ່າວເວົ້າ​ວ່າ ການ​ໂຈມ​ຕີໄດ້​ແນ
​ເປົ້າ​ໝາຍ​ໃສ່​ພວກ​ສະ​ແຫວ​ງບຸນ​ນິກາຍ Shi’ite.

ອົງການ​ຂ່າວສານ​ຝຣັ່ງ AFP ກ່າວ​ວ່າ ກຸ່ມ​ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເຊັ່ນ​ກັນ ສຳລັບ​ການວາງ​ລະ​ເບີດ​ໃນ​ລົດ​ນັ້ນ.

Iraq
please wait
Embed

No media source currently available

0:00 0:00:24 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG