ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ຫວັງຈະຂະຫຍາຍ ສາຍສຳພັນ ກັບອີຣ່ານ


US CHina Iran
please wait
Embed

No media source currently available

0:00 0:00:33 0:00

ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ໄດ້ເດີນທາງໄປ​ເຖິງອີ
ຣ່ານ ​ເພື່ອ​ຢ້ຽມຢາມຢ່າງ​ເປັນ​ທາງ​ການ ທີ່ຄາດ​ວ່າ​ຈະ​ເຫັນ​ທັງ​
ສອງ​ປະ​ເທດ​ຂະຫຍາຍຄວາມສຳພັນທາງ​ດ້ານ​ການ​ທູດ ​ແລະ
ເສດຖະກິດ.

ອົງ​ການ​ຂ່າວ IRNA ຂອງ​ທາງ​ການອີຣ່ານ ລາຍ​ງານ​ວ່າ ຫລັງ
​ຈາກ​ໄດ້​ເດີນ​ທາງໄປເຖິງ​ນະຄອນຫຼວງ​ເຕຫະຣ່ານ ໃນ​ຕອນ
​ແລງ​ວັນ​ສຸກ​ວານ​ນີ້​ແລ້ວ ປະທານ​ປະ​ເທດ Xi ກ່າວ​ວ່າ ປັກ​ກິ່ງ​
ແມ່ນເບິ່ງ​ໄປ​ຂ້າງ​ໜ້າໃນ “ລະດູ​ການ​ໃໝ່” ​ຂອງ​ຄວາມສຳພັນ
ລະຫວ່າງຈີນກັບອີຣ່ານ.

ມີ​ການ​ອ້າງຄຳ​ເວົ້າ ​ຂອງ ທ່ານ Xi ​ທີ່​ກ່າວ​ວ່າ “ຈີນ​ ກຳລັງ​ຊອກ​ຫາ​ຊ່ອງທາງ​ເພື່ອປັບ​ປຸງ
ຄວາມສຳພັນສອງ​ຝ່າຍກັບອີຣ່ານ ​ເພື່ອ​ເລີ້ມຕົ້ນ​ລະດູ​ການໃໝ່ ​ໃນ​ຄວາມ​ສຳພັນແບບ​
ກວ້າງຂວາງ ​ໄລຍະ​ຍາວ ​ແລະ​ຍືນ​ຍົງ​ ​ກັບສາທາລະນະ​ລັດ​ອິສລາມ.”

ຈີນ ​ເປັນ​ຜູ້ໃຊ້ນໍ້າມັນ​ອີຣ່ານຫລາຍ​ກວ່າ​ໝູ່ ​ແມ່ນ​ແຕ່​ໃນ​ລະຍະ​ສາມ​ປີ​ທີ່​ມີການ​ລົງ​ໂທດ
ຂອງສາກົນ ທີ່​ແນ​ໃສ່​ໂຄງການ​ນິວ​ເຄລຍອີຣ່ານ. ບັດ​ນີ້​ການ​ລົງ​ໂທດດັ່ງກ່າວ ​ໄດ້​ຖືກ​ຍົກ​
ເລີກ​ໄປ​ແລ້ວ ​ແລະ​ອີຣ່ານ ກຳລັງ​ເລັ່ງ ລັດ​ການ​ຜະລິດ​ນໍ້າມັນ ​ແລະ​ສາຍສຳພັນ​ດັ່ງກ່າວ
ທີ່ອາດ​ຈະ​ເຕີບ​ໂຕ​ໄປ​ໜ້າ.

​ອີ​ງຕາມອົງການ​ຂ່າວ IRNA ​ແລ້ວ ​ໃນລະຫວ່າງການ​ຢ້ຽມຢາມ​ຄັ້ງນີ້ ອີຣ່ານ​ແລະ​ຈີນ ຈະ
​ເຊັນ​ສັນ​ຍາ 17 ສະບັບ ​ເພື່ອ​ຂະຫຍາຍ​ການ​ຮ່ວມ ມືທາງ​ດ້ານ​ເສດຖະກິດ ອຸດສາຫະກຳ
ວັດທະນາທຳ ​ແລະ ​ດ້ານ​ຕຸລາການ.

ປະທານ​ປະ​ເທດ​ຈີນ ທ່ານ Xi ຊຶ່ງກຳລັງ​ຢ້ຽມຢາມອີ​ຣ່ານ​ເປັນ​ເທື່ອ​ທຳ​ອິດ ​ໃນ​ນາມ​ຜູ້ນຳ
​ຂອງຈີນ ​ໃນຮອບ 14 ປີ ​ໄດ້​ພົບ​ປະ​ກັບປະທາ​ນາ​ທິ ບໍດີອີຣ່າ​ນ ທ່ານ Hasan Rouhani.
​ຕໍ່​ມາທ່ານຈະ​ພົບ​ກັບ ຜູ້ນຳ​ສູງ ສຸດ​ຂອງອີຣ່ານ Ayaltollah Ali Khamenei.

ຈີນ ​ໄດ້​ຫລີ້ນ​ບົດບາດທີ່​ສຳຄັນ​ຢູ່​ໃນ​ເວທີ​ສາກົນ ​ໃນ​ຄວາມ​ພະຍາຍາມເພື່ອ​ຜ່ອນຜັນການ​
ລົງ​ໂທດ​ຕໍ່ອີຣ່ານ ເພື່ອການ​ແລກປ່ຽນ​ໃຫ້ອີຣ່ານຫລຸ​ດ ຜ່ອນ​ໂຄງການນິວ​ເຄລຍຂອງ​ຕົນລົງ.

XS
SM
MD
LG